Ministry News

ຫ້ອງການກະຊວງພາຍໃນ ຢ້ຽມຢາມແລກປ່ຽນ ແລະຖອດຖອນບົດຮຽນ ຢູ່ຫ້ອງການກະຊວງ ຍທຂ

2012-08-30 - Administrator

ເພື່ອເປັນການແລກປ່ຽນ ແລະ ຖອດຖອນບົດ ຮຽນຊຶ່ງກັນ ແລະກັນຂອງ​ສອງ​ກະຊວງ ໃນຕອນເຊົ້າ ຂອງ ວັນທີ 28 ສິງຫາ 2012 ຢູ່ທີ່ຫ້ອງປະຊຸມເບີ 3 ຂອງກະຊວງໂຍທາທິການ ແລະຂົນສົ່ງ, ​ໃຫ້ກຽດ ຕ້ອນຮັບ​ໂດຍ ດຣ.ສັນຕິສຸກ ສິມມາລາວົງ, ຫົວໜ້າ ຫ້ອງການ ກະຊວງໂຍທາທິການ ແລະຂົນສົ່ງ,​ ​ທ່ານພູແກ້ວ ທໍາມະວົງ, ຮອງຫົວໜ້າຫ້ອງການ ກະຊວງ ຍທຂ, ຫົວໜ້າພະແນກ, ຮອງຫົວໜ້າ ພະແນກ ແລະ ພະນັກງານວິຊາການຈາກຫ້ອງການ ໄດ້ຕ້ອນຮັບ. ຄະນະທີ່ມາຈາກຫ້ອງການກະຊວງພາຍໃນ ຊຶ່ງນໍາ ໂດຍ ທ່ານ ນາງ ວິໄລທອນ ສູນທອນໄຊມຸງຄຸນ, ຮອງຫົວໜ້າຫ້ອງການກະຊວງພາຍໃນ ພ້ອມ​ດ້ວຍ​ວິຊາ​ການ​ອີ​ກຈໍານວນໜຶ່ງ. ໃນການຢ້ຽມຢາມແລກປ່ຽນ ແລະຖອດຖອນບົດຮຽນ​ໃນ​ຄັ້ງ​ນີ້ ແມ່ນເພື່ອແນໃສ່ໃຫ້ການ ຄຸ້ມຄອງບໍລິຫານວຽກງານ ຢູ່ຫ້ອງການກະຊວງ ​ໃຫ້​ມີ​ຄວາມ​ກ້າວໜ້າຂະຫຍາຍຕົວ, ມີປະສິດທິພາບດີຂຶ້ນ ອີກດ້ານ ໜຶ່ງກໍເພື່ອເປັນການຮັດແໜ້ນຄວາມສາມັກຄີ ຊ່ວຍເຫລືອຊຶ່ງກັນ ແລະກັນ ລະຫວ່າງສອງຫ້ອງການກະຊວງໂຍທາ ທິການ ແລະຂົນສົ່ງ ກັບຫ້ອງການ ກະຊວງພາຍໃນ ໂດຍສະເພາະແມ່ນວຽກງານ ກ່ຽວກັບການຄຸ້ມຄອງບໍລິຫານ, ວຽກສັງລວມ ແລະການຄຸ້ມຄອງເອກະສານ, ວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະວຽກງານ​ໄອຊີທີ


ການຢ້ຽມຢາມຂອງກະຊວງ​ພາຍ​ໃນ ໃນຄັ້ງນີ້ແມ່ນດໍາເນີນໄປພາຍໃຕ້ບັນຍາກາດອັນອົບອຸ່ນ ​ແລະ​ເປັນ​ກັນ​ເອງ. ​ເພື່ອ​ເຮັດ​ໃຫ້ການ​ລົງ​ມາ​ຢ້ຽມຢາມ​ໃນ​ຄັ້ງ​ນີ້​ໄດ້​ຮັບ​ະສິດທິ​ຜົນ​ດີ ທ່ານ ດຣ.ສັນຕິສຸກ ສິມມາລາວົງ, ຫົວໜ້າຫ້ອງການ ກະຊວງໂຍທາທິການ ແລະຂົນສົ່ງ ແລະ ທ່ານ ນາງ ວິໄລທອນ ສູນທອນໄຊມຸງຄຸນ, ຮອງຫົວໜ້າຫ້ອງການ ກະຊວງພາຍໃນ ໄດ້ພັດປ່ຽນກັນປະກອບຄໍາຄິດຄໍາເຫັນ ແລະຊຸກຍູ້ໃຫ້ພະນັກງານວິຊາການທັງສອງຝ່າຍໄດ້ແລກປ່ຽນ ແລະຖອດຖອນບົດຮຽນ ໃນດ້ານຕ່າງໆ ​ເພື່ອ​​ເຮັດ​ໃຫ້​ວຽກງານ​ການ​ຄຸ້ມ​ຄອງ ​ແລະ​ບໍລິຫານ​ຂອງ​ລັດ ​ໃຫ້​ມີ​ບາດກ້າວ​ຂະ​ຫຍາ​ຍຕົວຢ່າງ​ບໍ່ຢຸດ​ຢັ້ງ

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250