Ministry News

ຜົນສຳເລັດກອງປະຊຸມການຂະຫຍາຍຕົວ ຢ່າງປະສານກົມກຽວການອອກແບບ ແລະ ວາງແຜນຜັງເມືອງ

2012-08-09 - Administrator

ໃນວັນທີ 31 ກໍລະກົດ 2012, ເວລາ 08:30 ກະຊວງໂຍທາທິການ ແລະ ຂົນສົ່ງ ສົມທົບກັບ ສະຖານທູດສະຫະລັດອາເມລິການ ປະຈຳ ສປປ ລາວ, ໄດ້ເປີດກອງປະຊຸມສຳມະນາ ກ່ຽວກັບການຂະ ຫຍາຍຕົວ ຢ່າງປະສານກົມກຽວໃນການອອກແບບ ແລະວາງແຜນຜັງເມືອງ (SMART GROWTH) ນຳສະເໜີໂດຍທ່ານ Senen Antonio ສະຖາປະ ນິກຜູ້ມີປະສົບການ ຈາກສະຫະລັດອາເມລິກາ ແລະ ຍັງໄດ້ເປີດໂອກາດໃຫ້ບັນດາ ເຂົ້າຮ່ວມປະກອບຄຳ ຄິດເຫັນ, ຖາມ-ຕອບ ກ່ຽວກັບການອອກແບບ ແລະ ວາງແຜນຜັງເມືອງ.


ພາຍໃຕ້ການເປັນປະທານຂອງທ່ານ ດຣ. ສັນຕິສຸກ ສິມມາລາວົງ ຫົວໜ້າຫ້ອງການ ກະຊວງໂຍທາ ທິການ ແລະຂົນສົ່ງ ຊຶ່ງມີບັນດາແຂກ ເຂົ້າຮ່ວມດັ່ງນີ້ ທ່ານ ນາງ Pamnella Devolder ທູດວັດທະນະທຳ PAO (Public Affairs Officer), ທ່ານ Mike Pryor ຮອງທູດວັດທະ ນະທຳ ພ້ອມດ້ວຍຄະນະກົມ, ຄະນະພະແນກ ອ້ອມຂ້າງກະຊວງ ແລະພະນັກງານວິຊາການຈຳນວນໜຶ່ງ.

ກອງປະຊຸມໄດ້ສະເໜີເນື້ອໃນລະອຽດກ່ຽວກັບການຂະຫຍາຍຕົວ ຢ່າງປະສານກົມກຽວໃນການອອກແບບ ແລະ ວາງແຜນຜັງເມືອງ SMART GROWTH ແລະ ທ່ານ ຄຳທະວີ ໄທພະຈັນ ຫົວໜ້າກົມເຄຫາ ແລະ ຜັງເມືອງ ຍັງໄດ້ສະເໜີກ່ຽວກັບສະພາບການຂອງການອອກແບບ ແລະ ວາງ ແຜນຜັງເມືອງ ໃນໄລຍະຜ່ານມາ ຂອງ ສປປ ລາວ. ກອງປະຊຸມສຳມະນາໃນຄັ້ງນີ້ ແມ່ນໄດ້ຮັບຜົນສຳເລັດເປັນທີ່ໜ້າພໍໃຈ ແລະ ທັງເປັນ ການລິເລີ່ມການພົວພັນ ອັນດີ, ດ້ານການແລກປ່ຽນຖອດຖອນບົດຮຽນກ່ຽວກັບການພັດທະນາຕົວເມືອງ ລະຫ່ວາງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ສະຖານທູດສະຫະລັດອາ ເມລິກາປະຈຳລາວ ກໍຄືລັດຖະບານຂອງສະຫະລັດອາເມລິກາ. ໃນຕອນທ້າຍຂອງກອງປະຊຸມ ທ່ານ Mike Pryor ຮອງທູດວັດທະນະທຳ ກໍໄດ້ມີຄຳເຫັນ ແລະໃຫ້ຄຳສັນຍາວ່າ ລັດຖະບານຂອງສະຫະລັດອາເມລິກາ ຈະເອົາໃຈໃສ່ໃຫ້ການຊ່ວຍເຫຼືອ ໃນການຝຶກອົບຮົມພະນັກງານ ຂອງ ຂະແໜງການໂຍທາທິການ ແລະຂົນສົ່ງ ໃນອະນາຄົດອີກດ້ວຍ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250