Ministry News

ກອງປະຊຸມເຊື່ອມບົດບາດຍິງ-ຊາຍເຂົ້າໃນວຽກງານ ຍທຂ

2012-07-12 - Administrator

ກະຊວງ​ໂຍທາ​ທິການ ​ແລະ​ຂົນ​ສົ່ງ​ໄດ້​ຖື​ສຳຄັນ​ກ່ຽວກັບ​ວຽກງານ​ການ ​ເຊື່ອມ​ບົດບາດ​ຍິງ-ຊາຍ ​ເຂົ້າ​ໃນ​ທຸກ​ວຽກງານ​ຂອງ​ຂະ​ແໜງ ຍທຂ, ຄະນະພັກ ແລະ ຄະນະນຳຂອງກະຊວງ ຍທຂ ມີນະໂຍ ບາຍ ແລະ ການຊີ້ນຳຢ່າງໄກ້ຊິດຕິດແທດກັບວຽກງານດັ່ງ ກ່າວ, ດັ່ງນັ້ນ ​ເພື່ອຜັນຂະຫຍາຍແຜນຍຸດທະສາດ​ສົ່ງ​ເສີມ​ຄວາມ​ກ້າວໜ້າຂອງ​ແມ່ຍິງ 5 ປີ​ ຄັ້ງ​ທີ II 2011-2012 ຢ່າງ​ເປັນ​ຂະ​ບວນການ​ທີ່​ກວ້າງຂວາງ, ເພື່ອເຮັດ​ໃຫ້​ພະນັກງານ​ພາຍ​ໃນ​ກະຊວງ​ໄດ້​ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງກ່ຽວກັບນະ​ໂຍບາຍ​ ລວມຂອງ​ລັດຖະບານ, ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແມ່ຍິງ ​ໃນ​ການວາງ​ແຜນ ຫຼື​ເອົາ​ໃຈ​ໃສ່​ຕໍ່ກັບ​ບົດບາດ​ຍິງ-ຊາຍ ​ແລະ​ເພື່ອ​ເປັນ​ການ​ແລກປ່ຽນບົດຮຽນ​ເຊິ່ງກັນ ​ແລະ​ກັນ​ຈາກ​ພຶດຕິ​ກຳ​ຕົວ​ຈິງຂອງ​ຂະ​ແໜງຂົວ​ທາງ, ຂົນ​ສົ່ງ, ​ເຄຫາ​ຜັງ​ເມືອງ, ນໍ້າ​ປະປາ ​ແລະ​ຂະ​ແໜງສຸຂະ​ອະນາ​ໄມ​ໃນ​ຕົວ​ເມືອງ ການ​ເຝຶກ​ອົບ​ຮົມ​ໃນ​ຄັ້ງ​ນີ້​ໄດ້​ຈັດ​ຂື້ນ​ໃນ​ວັນ​ທີ 11-13 ກໍລະກົດ 2012 ນີ້ ​ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ ຂອງ​ທ່ານ ດຣ ສັນຕິ​ສຸກ ສີມມາລາ​ວົງ ຫົວໜ້າຫ້ອງການ​ກະຊວງ, ​ໃຫ້ກຽດ​ເຂົ້າ​ຮ່ວມ​ມີ ທ່ານ​ ນາງ ວິ​ໄລ​ຄຳ ​ໂພ​ສາລາ​ດ ຄະນະ​ພັກ​ກະຊວງ ຍທຂ ທັງ​ເປັນ​ປະທານ​ສະຫະພັນ​ແມ່ຍິງ​ກະຊວງ ຍທຂ ​ແລະ​ເປັນ​ຫົວໜ້າ ສະ​ຖາ​ບັນ ​ໂຍທາ ​ແລະ​ຂົນ​ສົ່ງ, ທ່ານ​ ນາງ ສຸລິ​ຄອນ ພົມມະ​ວົງສາ ຮອງ​ຫົວໜ້າສູນ​ໃຫ້​ຄຳ​ປຶກສາ ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ ພ້ອມ​ດ້ວຍ​ພະນັກງານຈາກກົມ​ອ້ອມ​ຂ້າງ​ກະຊວງ, ສະ​ຖາ​ບັນ, ສູນ​ຝຶກ ​ແລະ​ສະພາ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ ກໍ​ໄດ້​ເຂົ້າ​ຮ່ວມ​ໃນ​ການ​ຝຶກ​ອົບຮົມ ມີຈຳນວນທັງໝົດ 60 ຄົນ. ການຈັດ​ຝຶກ​ອົບຮົມ​ໃນ​ຄັ້ງ​ນີ້​​ແມ່ນ​ມີ​ຄວາມໝາຍ ຄວາມ​ສໍາຄັນ​ຢ່າງ​ຍິ່ງ​ໃນ​ການ​ເຊື່​ມບົດບາດ​ຍິງ-ຊາຍ ​ເຂົ້າ​ຂະ​ແໜງການ​ວິຊາ​ສະ​ເພາະໃນ​ຂົງ​ເຂດ​ວຽກງານ​ຂອງ ຍທຂ ​ໃຫ້​ມີ​ປະສິດ​ຕິ​ພາບ ດັ່ງ​ນັ້ນ​ການ ຈັດ​ຝຶກ​ອົບຮົມ​ຈຶ່ງ​ມີ​ດ້ວຍ​ກັນ 10 ຫົວ​ຄື:


ຄວາມ​ຮູ້​ພື້ນຖານ​ກ່ຽວກັບ​ນະ​ໂຍບາຍ​ລວມຂອງ​ລັດຖະບານ ສປປລາວ ​ໃນ​ການ​ພັດທະນາ ​ແລະ​ປົກ​ປ້ອງ​ແມ່ຍິງ.

ບົດຮຽນກ່ຽວກັບ​ການ​ວິ​ເຄາະ​ບົດບາດ​ຍິງ-ຊາຍ.

ການ​ເຊື່ອມ​ທັດສະນະ​ບົດບາດ​ຍິງ​-ຊາຍ​ເຂົ້າ​ໃນ​ວຽກງານ ຍທຂ.

ບາງບົດຮຽນ​ໃນ​ການ​ເຊື່ອມ​ບົດບາດ​ຍິງ-ຊາຍເຂົ້າ​ໃນ​ຂະ​ແໜງ​ເຄຫາ ​ແລະ​ນໍ້າ​ປະປາ.

ບາງບົດຮຽນ​ໃນ​ການ​ເຊື່ອມ​ບົດບາດ​ຍິງ-ຊາຍ​​ເຂົ້າ​ໃນ ຂະ​ແໜງສິ່ງ​ແວດ​ລ້ອມຕົວເມືອງ.

ບາງບົດຮຽນ​ໃນ​ການ​ເຊື່ອມ​ບົດບາດ​ຍິງ-ຊາຍ​ເຂົ້າ​ໃນ​ຂະ​ແໜງການຂົນ​ສົ່ງ.

ບາງບົດ​ຮຽນ​ໃນ​ການ​ເຊື່ອມ​ບົດບາດຍິງ-ຊາຍ​ເຂົ້າ​ໃນ​ຂະ​ແໜງການຂົວ​ທາງ.

ການວາງ​ແຜນ​ທີ່​ເອົາ​ໃຈ​ໃສ່​ຕໍ່ບົດບາດ​ຍິງ-ຊາຍ.

ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ແມ່ຍິງ.

ການ​ວິ​ເຄາະ​ຄວາມ​ສໍາຄັນ ​ແລະ​ການ​ນໍາ​ໃຊ້​ສະຖິຕິ​ແຍກ​ເພດ.


ທັງໜົດນີ້​ເປັນ​ຫົວ​ຂໍ້​ທີ່​ນຳ​ຂື້ນ​ມາ​ບັນລະຍາຍ ທີ່​ມີ​ການ​ແລກປ່ຽນຄຳ​ຄິດ​ເຫັນ​ຂອງ​ນັກ​​ຝຶກ​ອົບ​ຮົມ ​ແລະ​ນັກ​ສຳ​ມະ​ນາກ​ອນ ​​ແລະ​​ເພື່ອ​ໃຫ້​ທຸກ​ຄົນ​ເຂົ້າ​​ໃຈ​ເຖິງ​ບົດບາດ​ຍິງ-ຊາຍ ທີ່​ຖືກຕ້ອງ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250