Ministry News

ສອງກອງປະຊຸມ ໃນວຽກງານຂົນສົ່ງ

2012-07-06 - Administrator


ໃນຕອນເຊົ້າຂອງວັນທີ 3 ກໍລະກົດ 2012 ຢູ່ທີ ໂຮງແຮມລ້ານຊ້າງ ໄດ້ເປີດກອງປະຊຸມວິຊາການອາຊຽນ ກ່ຽວກັບຄວາມປອດໄພຕາມທ້ອງຖະໜົນຄັ້ງທີ 3 ແລະການຂົນສົ່ງທາງບົກຄັ້ງທີ 21 ແຕ່ວັນທີ 3-5 ກໍລະກົດ 2012 ໂດຍພາຍໃຕ້ການເປັນປະທານຂອງທ່ານ ລັດຕະນະມະນີ ຄູນນີວົງ, ລັດຖະມົນຕີຊ່ວຍວ່າການ ກະຊວງໂຍທາທິການ ແລະຂົນສົ່ງ. ມີບັນດາປະເທດສະມາຊິກອາຊຽນເຂົ້າຮ່ວມເພື່ອວາງແຜນ ແລະດຳເນີນງານໃນຂະແໜງການຂົນສົ່ງ ແລະຄວາມປອດໄພຢູ່ຕາມທ້ອງຖະໜົນ.


ທ່ານ ລັດຕະນະມະນີ ຄູນນີວົງ, ລັດຖະມົນຕີຊ່ວຍວ່າການ ກະຊວງໂຍທາທິການ ແລະຂົນສົ່ງ ໄດ້ກ່າວຕໍ່ ກອງປະຊຸມວ່າ: ເພື່ອເຮັດໃຫ້ປາກົດຜົນເປັນຈິງຕາມສິ່ງທີ່ຄາດຫວັງໄວ້ບັນດາກຸ່ມປະ ເທດອາຊຽນ ຕ້ອງມີການພັດທະ ນາລະບົບການຂົນສົ່ງໃຫ້ມີປະສິດຕິພາບ ແລະສົມບູນຍິ່ງຂຶ້ນ ນອກ ຈາກນີ້ບັນຫາຄວາມປອດໄພຕາມທ້ອງຖະໜົນ ໃນທຸກປະເທດຖືວ່າເປັນສິ່ງສຳຄັນຫຼາຍ ທີ່ຕ້ອງເລັ່ງແກ້ໄຂຢ່າງຮີບດ່ວນ ເຊິ່ງນຳໄປເຖິງການສູນເສຍທາງຊັບສິນ ແລະ ຊີວິດ, ມີຫຼາຍຄົນໄດ້ຮັບບາດເຈັບ ນີ້ເປັນຜົນກະທົບຕໍ່ກັບການພັດທະນາເສດຖະກິດ-ສັງຄົມ


ສຳລັບຢູ່ ສປປລາວ ໄດ້ມີການເຊື່ອມໂຍງກັບບັນດາປະເທດອາຊຽນ ແລະການຮ່ວມມືກັບບັນ ດາຄູ່ຮ່ວມ ເຈລະຈາຄື: ຈີນ, ເກົາຫຼີ, ອິນເດຍ, ລັດເຊຍ ແລະປະເທດອື່ນໆ ໃນການຄົມມະນາຄົມຂົນສົ່ງທາງບົກ. ໃນກອງ ປະຊຸມຄັ້ງນີ້ຄາດວ່າຈະໄດ້ຮັບຜົນປະໂຫຍດສູງສຸດຈາກບັນດາຂົງເຂດປະເທດພາກພື້ນໃນອາຊຽນ ທີ່ຈະຊ່ວຍປັບປຸງ ການເຊື່ອມໂຍງການຂົນສົ່ງໃຫ້ຢັບໃກ້ເຂົ້າຫາກັນ ແລະເປີດຕະຫຼາດອອກສູ່ສາກົນ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250