Ministry News

ພິທີເຊັນສັນຍາ ກໍ່ສ້າງທາງເລກ 18 A

2012-06-25 - Administrator

ທີ່​ຫ້ອງ​ປະຊຸມ​ເບີ 2 ກະຊວງ ຍທຂ ​ໄດ້​ຈັດ ​ພິທີ​ເຊັນ​ສັນຍາ​ການ​ກໍ່ສ້າງ​ທາງ​ເລກ 18 A ເມືອງ​ປະທຸມ​ພອນ ​ແຂວງ​ຈຳປາ​ສັກ ຫາ ​ເມື​ອງສາມັກຄີ​ໄຊ ​ແຂວງ​ອັດ​ຕະປຶ (ຕາງໜ້າ​ລັດຖະບານ​​ແຫ່ງ ສປປ ລາວ) ລະຫວ່າງ​​ບໍລິສັດ ຊີ​ໂນ​ລາວ ອະລູມີ​ນຽມ ຄໍ​ປໍ​ເລ​​ເຊີນ ຈຳກັດ. ​ໃນວັນ​ທີ 21 ມິຖຸນາ 2012 ​ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມຂອງ ທ່ານ ສົມ​ມາດ ພົລ​ເສນາ​ລັດ​ຖະມົນຕີ​ວ່າການ​ກະຊວງ​ ຍທຂ, ທ່ານ ບຸ​ນທະ​ວີ ສີ​ສຸພັນ​ທອງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ ​ແຜນການ ​ແລະ​ການ​ລົງທຶນ, ທ່ານ ລັດຕະນະມະນີ ຄູນ​ນີວົງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ ຍທຂ, ທ່ານ ​ເຄນ​ທອງ ສີ​ສຸ​ວົງ ຮອງ​ເຈົ້າ​ແຂວງ ອັດ​ຕະປຶ, ທ່ານ ບົວ​ສອນ ວົງ​ສອງ​ຄອນ ຮອງ​ເຈົ້າ​ແຂວງ​ຈຳປາ​ສັກ ​ແລະ​ທ່ານ ​ເປຼມ​​ໄຊ ກັນ​ນະ​ສູດ ປະທານ ບໍລິສັດ ຊີ​ໂນ​ລາວ ອະລູມີນຽມ ຄໍ​ປໍ​ເລ​ເຊີນ ຈຳກັດ ພ້ອມ​ດ້ວຍ​ແຂກ​ທີ່​ຖືກ​ເຊີນ​ທີ່​ກ່ຽວ​ຂ້ອງ​ເຂົ້າຮ່ວມ​ຢ່າງ​ພ້ອມພຽງ.


​ໂຄງການ​ກໍ່ສ້າງ​ທາງ​ເລກ 18 A ນີ້ ​ແມ່ນ​ໃຊ້​ງົບປະມານ​ທັງ​ໝົ​ດ ຂອງ ບໍລິສັດ ຊີ​ໂນ​ລາວ ອະລູມີ​ນຽມ ຄໍ​ປໍ​ເລ​ເຊີນ ຈຳກັດ ຕາມ​ພັນທະ​ໃນ​ສັນຍາ ສຳ​ປະທານ ຂຸດ​ຄົ້ນ​ແຮ່​ທາ​ດບົກ​ຊິດ ຢູ່​ເມືອງ ປາກ​ຊ່ອງ ​ແລະ​ການ​ສ້າງ​ຕັ້ງ​ໂຮງງານ ອະລູມີ​ນຽມ ຢູ່​ແຂວງ​ອັດ​ຕະປຶ ​ໃນ​ວັນ​ທີ 22 ຫັນ​ຍາ 2008 ​ເປັນ​ມູນ​ຄ່າ​ທັງ​ໝົດ 76,​038,147.09 ​ໂດ​ລາ​ສະຫະລັດ ກຳນົດ​ເວລາ​ການ​ກໍ່ສ້າງ 36 ​ເດືອນ​​​ເປັນ​​ເສັ້ນທາງ 3 ຊັ້ນ ມີ​ຄວາມ​ກວ້າງ 9 ​ແມັດ ຍາວ 106.17 ກະ​ໂລ​ແມັດ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250