Ministry News

ໜ່ວຍງານຂ່າວສານກະຊວງ ຍທຂ ກັບວຽກງານຕ້ານຕະຝັ່ງເຈື່ອນ

2012-06-22 - Administrator

ໃນ​ວັນ​ທີ 7 ມີຖຸນາ 2012 ພະ​ແນ​ກການ​ຂ່າວ ​ແລະ​ເຕັກ​ໂນ​ໂລ​ຊີ​ການ​ສື່ສານ ​ໄດ້​ລົງ​ເຄື່ອນ​ໄຫວ​ວຽກງານ​ ລາຍການ​ໂທລະພາບ ​ໂດຍ​ໄດ້​ລົງ​ຕິດຕາມ​ການກໍ່ສ້າງ​ຕະຝັ່ງ​ເຈື່ອນຂອງ​ກົມ​​ໂຍທາ​ທິການທາງ​ນ້ຳ. ​ໃນ​ການ​ລົງ​ຕິດຕາມ​ເກັບ​ກຳ​ຂໍ້​ມູນ​ໃນ​ຄັ້ງ​ນີ້ ​ໄດ້​ລົງ​ຕິດຕາ​ມ​ໂຄງ ການ​ກໍ່ສ້າງ​ຕະຝັ່ງ​ເຈື່ອນ​ເຊິ່ງມີຢູ່ 3 ຈຸດ​ໃຫຍ່​ຄື: ບ້ານ ປ່າ​ຫວ້າ ​ແມ່ນ​ໄດ້​ສຳ​ເລັດ​ແລ້ວບ້ານ​ຖິ່ນ​ຊ້ອຍກຳລັງ​ດຳ​ເນີນ​ການກໍ່ສ້າງ ​ແລະບ້ານ​ ໂນ​ນຊາຍ ​ ​ແມ່ນ​ສຳ​ເລັດ​ແລ້ວ. ​


ໃນ​ນັ້ນໂຄງການ​ກໍ່ສ້າງ​ຕະຝັ່ງ​ເຈື່ອນ​ຢູ່​ບ້ານ​ປ່າ​ຫວາ ​​ໂດຍແມ່ນ​ບໍລິສັດສຸກ​ກະ​ເສີມ ​ເປັນ​ຜູ້​ຮັບ​ເໜົາ ການກໍ່ສ້າງ ​​ແລະ​ປະຈຸ​ບັນ​ແມ່ນ​ສຳ​ເລັດ​ແລ້ວທີ່​ມີຄວາມ​ຍາວ0.348 ​ແມັດມູນ​ຄ່າ​ການກໍ່ສ້າງ 14,158,00 ຕື້​​ກີບ ​ໂດຍ​ລັດຖະບານ​ລາວເປັນ​ຜູ້​ໃຫ້​ທຶນ​ແລະ​ປະຈຸ​ບັນ ບໍລິສັດ​ສຸກ​ກະ​ເສີມ ​ກໍາລັງ​ກໍ່ສ້າງ​ຕະຝັ່ງ​ກັນ​ເຈື່ອນ​ຢູ່ ບ້ານ ຖິ່ນ​ຊ້ອຍ ທີ່​ມີ​ຄວາມ​ຍາວ 0.72 ກິ​ໂລ​ແມັດ ທາງ​ໂຄງການ​ໄດ້​ດຳ​ເນີນ​ງານ​ຢ່າງ​ຂຸ້ນຂ້ຽວ​ເພື່ອ​​ໃຫ້​ທັນ​ກັບ​ເວລາ ​ໃຊ້ງົບປະມານ​ໃນ​ການກໍ່ສ້າງ 22,000,00 ຕື້​ກີບ ​ເຊິ່ງ​ແມ່ນລັດຖະບານລາວ​ເປັນ​ຜູ້​ໃຫ້​ທຶນ ​ ​ແລະ​ບ້ານ ໂນ​ນຊາຍ ​ ມີ​ຄວາມ​ຍາວ 1.68 ກິ​ໂລ​ແມັດ​ ມູນ​ຄ່າ​ໃນ​ການກໍ່ສ້າງ 24,456,00 ຕື້​ກີບ ​ໂດຍ​ແມ່ນ​ລັດຖະບານລາວ​ເປັນ​ຜູ້​ໃຫ້​ຖຶນ ປະຈຸ​ບັນ​ແມ່ນ​ສຳ​ເລັດ​ແລ້ວ​​ເປັນ​ທີ​ຮຽບຮ້ອຍ​ແລ້ວ ​ໂດຍ​ແມ່ນ​ບໍລິສັດ DM ​ເປັນ​ຜູ້​ຮັບ​ເໜົາກໍ່ສ້າງ​.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250