Ministry News

ຜັນຂະຫຍາຍຜົນສຳເລັດຂອງກອງປະຊຸມກໍ່ສ້າງ ຮາກຖານການເມືອງ ແລະພັດທະນາຊົນນະບົດຮອບດ້ານທົ່ວປະເທດ

2012-06-20 - Administrator

ໃນ​ວັນ​ທີ 15 ມີ​ຖຸນາ 2012 ​ໄດ້​ຈັດ​ກອງ​ປະຊຸມ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການ​ເມືອງ ​ແລ​ະພັດທະນາ​ຊົນນະບົດ​ຮອບ​ດ້ານ​ທົ່ວ​ປະ​ເທດ​ຄັ້ງ​ທີ III ຢູ່​ສະ​ໂມ​ສອນ​ກະຊວງ ​ໂຍທາ​ທິຫານ ​ແລະ​ຂົນ​ສົ່ງ ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ສົມ​ມາດ ພົລ​ເສນາ ລັດຖະມົນຕີ​ວ່າການ​ກະຊວງ ຍທຂ, ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ​ເມກ ພັນ​ລັກ ລັດຖະມົນຕີ​ຊ່ວຍ​ວ່າການ ປະຈຳ​ຫ້ອງ​ວ່າການ​ລົດ​ຖະບານ, ຮອງ​ປະທານ ຄະນະ​ຊີ້​ນຳ​ພັດທະນາ​ຊົນນະບົດ ​ແລະ​ລຶບລ້າງ​ຄວາມທຸກ​ຍາກ​ແຫ່ງ​ຊາດ ພ້ອມ​ດ້ວຍ​ຄະນະ​ພັກ​ກະຊວງ, ຄະນະ​ພັກ​ຮາກ​ຖານ, ຄະນະ​ໜ່ວຍ​ພັກ​ຮາ​ກຖານ, ຫົວໜ້າ​ກົມ, ຮອງ​ຫົວໜ້າ​ກົມ, ຫົວໜ້າ​ພະ​ແນ​ກ, ຮອງ​ຫົວໜ້າ​ພະ​ແນ​ກ ຫຼືທຽບ​ເທົ່າ​ຮອງ​ຫົວໜ້າ​ພະ​ແນ​ກຂອງ​ຫ້ອງການ, ກົມ, ອົງການ, ສະ​ຖາ​ບັນ, ສະພາ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ກອງ​ວິຊາ​ການ, ສູນ​ຝຶກ, ຫ້ອງການ​ດັດສົມ​ນ້ຳ​ປະປາ, ຄະນະ​ອຳນວຍ​ການ​ລັດ​ວິ​ສາ​ຫະກິດ ອ້ອມ​ຂ້າງ​ກະຊວງ, ຄະນະ​ບໍລິຫານ​ງານ ສາມ​ອົງການ​ຈັດ​ຕັ້ງ​ມະຫາ​ຊົນ​ກະຊວງ​ເຂົ້າ​ຮ່ວມ​ທັງ​ໝົດ 165 ທ່ານ.



ເພື່ອ​ບັນລຸ​ເປົ້າ​ໝາຍ​ສະ​ຫັດ​ສະ​ວັດ​ການ​ພັດທະນາ​ໃນ​ປີ 2015 ​ໂດ​ຍສະ​ເພາະ​ແມ່ນ​ໄດ້​ເຜີຍ​ແຜ່​ເຊື່​ອມຊືມບົດ​ສູນ​ທອນ​ພົດ​ຂອງ​ສະຫາຍ ຈູມ​ມະ​ລີ ​ໄຊ​ຍະ​ສອນ, ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ປະທານ​ປະ​ເທດ ​ແຫ່ງ ສປປ ລາວ​ ຕໍ່ກອງ​ປະຊຸມ​ດັ່ງກ່າວ.ກອງ​ປະຊຸມ​ໄດ້​ສຳ​ເລັດ​ຜົນ​ເປັນ​ຢ່າງ​ຈົບງາ​ພາຍ​ໃຕ້ ບັນຍາກາດ​ອັນ​ຟົດ​ຟື້ນ ​ແລະ​ບັນລຸ​ຈຸດປະສົງ​ຕາ​ມຄາດໝາຍ​ທີ່​ວາງ​ໄວ້, ​ເຊີ່ງ​ສະ​ແດງ​ເຖີງຄວາມ​ບຸກບືນ​ຂອງ​ບັນດາ​ສະຫາຍ​ຄະນະ​ພັກ​ກະຊວງ,​ຄະນະ​ພັກ, ຄະນະ​ນຳ​ຂອງ​ແຕ່​ລະ​ກົມ, ກອງ, ລັດ​ວິ​ສາ​ຫະກິດ​ອ້ອມ​ຂ້າງ​ກະຊວງ ທີ່​ໄດ້​ເອົາ​ໃຈ​ໃສ່​ກະ​ກຽມ​ເນື້ອ​ໃນ​ມີຄຳ​ເຫັນ​ດຮັດ​ໃຫ້​ກອງ​ປະຊຸມ​ດຳ​ເນິນ​ໄປ​ດ້ວຍ​ດີ. ​ໃນ​ນັ້ນ​ບັນຫາ​ສຳຄັນຕົ້ນຕໍ​ແມ່ນ ສະ​ແດງ​ເຖີງຄວາມ​ສາ​ມັກ​ຄີ​ ​ເປັນ​ເອກະ​ພາບ​ທີ່​ໜັກແໜ້ນ ​ແລະ​ມີ​ຄວາມ​ຮັບຜິດຊອບ​ສູງ​ຕໍ່​ທັດສະນະ ​ໃນ​ການ​ຕີ​ລາຄາ​ສະພາບ​ການຈັດຕັ້ງ​ປະຕິບັດ ວຽກ​ງານ​ຊີ້​ນຳ-ນຳພາ ​ແລະ​ການ​ຜັນ​ຂະຫຍາຍ​ຜົນສຳ​​ເລັດ​ຂອງ​ກອງ​ປະຊຸມ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການ​ເມືອງ ​ແລະ​ພັດທະນາ​ຊົນນະບົດ​ຮອບ​ດ້ານ​ທົ່ວ​ປະ​ເທດ​ຄັ້ງ​ທີ III ​ເຂົ້າ​ໃນ​ວຽກ​ງານ​ຕົວ​ຈິງ​ຂອງ​ກະຊວງ ​ໂຍທາ​ທິການ ​ແລະ​ຂົນ​ສົ່ງ ​ເວົ້າ​ລວມ,​ ​ເວົ້າ​ສະ​ເພາະ​ແມ່ນ​ໄດ້​ພ້ອມ​ກັນ​ກຳນົດ​ເປັນ​ທິດ​ໃນ​ການຈັດ​ຕັ້ງ​ປະຕິບັດ ​ໃຫ້​ເປັນ​ເອກະ​ພາບ ​ໃຫ້​ພ້ອມ​ກັນ​ບັນລຸ​ບາດກ້າວ​ບຸກທະ​ລຸ​ທີ 4 ກ່ຽວ​ກັບ​ການ​ກໍ່ສ້າງ​ຮາກ​ຖານ​ການ​ເມືອງ ​ແລະ​ພັດທະນາ​ຊົນນະບົດ, ​​ໄປພ້ອມ​ກັບ​ການ​ສ້າງ​ຂະ​ບວນການ​ແຂ່ງຂັນ “ ຮັກ​ຊາດ ​ແລະ​ພັດທະນາ “ ​ໃຫ້ດຳ​ເນີນ​ຢ່າງ​ກ້ວາງ​ຂວາງ ​ແລະມີ​ລັກສະນະ​ຕັ້ງໜ້າ​ຖືກ​ທິດ​ຕາມ 4 ​ເນື້ອ​ໃນ 4 ຄາດໝາຍ​ໃຫ້​ໄດ້​ຢ່າງ​ກ້ວາງ​ຂວາງ ທັງ​ໝົດ​ນີ້ ​ແມ່ນ​ເພື່ອ​ສຶບຕໍ່​ປະຕິບັດ​ບັນດາ​ໜ້າ​ທີ່ ​ແລະ​ທີ​ດທາງ​ວຽກ​ງານ​ຈຸດ​ສຸມ​ຈຳນວນ​ໜຶ່ງ​ຂອງ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ IX ຂອງ​ພັກ​ໃຫ້ມີ​ຜົນສຳ​ເລັດ. ​ເພື່ອ​ຜັນ​ຂະຫຍາ​ຍທິດ​ທາງ​ດັ່ງກ່າວ​ມາ​ເປັນ​ແຜນ​ບຸກທະລຸ​ລະອຽດ​ຂອງ​ຂະ​ແໜງ​ໂຍທາ​ທີ​ການ ​ແລະ​ຂົນ​ສົ່ງ​ນັ້ນ ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ບາງ​ດ້ານ​ຄື:

1) ສຸ່ມ​ໃສ່​ປະຕິບັດ, ຖື​ເອົາ​ການ​ພັດທະນາ​ຊົນນະບົດ ​ແລະ​ລຶບລ້າງ​ຄວາມທຸ​ກ​ເປັນ​ສະໜາມຮົບ​ອັນ​ດັບ​ໜຶ່ງ​ໃນ​ການ​ພັດທະນາ​ປະ​ເທດ​ເຮົາ.


2) ສຶບຕໍ່​ນຳ​ໃຊ້​ຈຸດ​ພິ​ເສດ​ດ້ານ​ທີ່​ຕັ້ງ​ຂອງ​ປະ​ເທດ​ເຮົາ​ໃຫ້ເກີດ​ປະ​ໂຫຍ​ດສູງ​ສຸດ ​ໂດຍ​ເລັ່ງ​ໃສ່​” “ “ຂະຫຍາຍ ​ແລະພັດທະນາ​ລະບົບ​ຄົມມະນາຄົມ ​ໃຫ້​ເປັນ​ປາຍ​ແຫຼມ​ທີ່​ ລົ່ງລ່ຽນ, ສະ​ດວກ, ປອດ​ໄພ, ທັນ​ສະ​ໄໝ, ​ໂປ່​ງ​ໃສ ​ເພື່ອ​ປະຕິບັດ​ສອງ​ໜ້າ​ທີ່​ຍຸດ​ທະ​ສາດ ​ແລະ​ເຊື່ອມ​ຈອດ​ກັບ​ອານຸພາກ​ພື້ນ”.


3) ​ເອົາ​ໃຈ​ໃສ່ວຽກ​ງານ​ການ​ອອກ​ແບບ​ຜັງ​ເມືອງ ​ແລະ​ຜັງ​ເຂດ​ຈຸດສຸ່ມ​ຂອງ​ສູນ​ກາງ,​ ຂອງ​ແຂ​ວງຕ່າງ​ໆ ​ແລະ​ເຂດ​ທີ່ໝັ້ນ​ການ​ປະຕິວັດ 64 ​ເຂດ.


4) ​ເອົາ​ໃຈ​ໃສ່​ການ​ສັບ​ຊ້ອນ​ຈັດ​ວາງ​ພະນັກງານ​ໃຫ້​ສອດຄ່ອງ​ກັບ​ມາດ​ຕະຖານ ​ແທດ​ເໝາະ​ກັບ​ຄວາມ​ຮູ້, ຄວາມ​ສາມາດ ​ແລະ​ຄວາມ​ຊຳນິ​ຊຳນານ​ງານ.


5) ຄົ້ນຄ້ວາຊອກ​ແຫຼ່ງທຶນ​ເພື່ອ​ປັບປຸງ​ກໍ່ສ້າງ​ທາງ​ແຕ່​ເທ​​ດສະບາ​ນ​ແຂວງ ຫາ​ເທດສະບານ​ເມືອງ ​ໃນ​ແຕ່ລະ​ແຂວງ ​ແລະ​ປະສານ​ສົມທົບ​ກັບ​ການ​ຈັດ​ຕັ້ງ​ອື່ນ ​ແລະ​ພາກ​ສ່ວນ​ທີ່​ກ່ຽວຂ້ອງ.


6) ຕ້ອງການ​ປະສານ​ສົມທົບ​ກັບ​ທ່ອງ​ຖິ່ນ ຕາມ​ທິດ​ຊີ້​ນຳ​ຂ​ອງສະຫາຍ ​ເລຂາ​ທິການ​ໃຫຍ່ ​ໂດຍ​ຫັນ​ເອົາ​ໂຄງກາ​ນພັດທະນາ​ຊົນນະບົດ-​ແກ້​ໄຂ​ຄວາມທຸກ​ຍາກ​ໄປ​ຂື້ນ​ກັບ​ຄວາມ​ຮັບຜິດຊອບ ນຳພາ-ຊີ້​ນຳ ​ແລະ​ການ​ຄຸ້ມ​ຄອງ​ຂອງ​ຄະນະ​ພັກ-ອົງການ​ປົກຄອງ​ທ້ອງ​ຖິ່ນ​ໂດຍ​ກົງ.


About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250