Ministry News

ກຳມະບານກະຊວງ ຍທຂ ຫວນຄືນມູນເຊື້ອວັນກຳມະກອນສາກົນ

2012-06-13 - Administrator

ເນື້ອ​ໃນ​ໂອກາດ​ວັນ​ກຳມະກອນ​ສາກົນຄົບຮອບ 126 ​ປີ (01/05/1886- 01/05/2012$ ​ໃນ​ວັນ​ທີ 12 ມີ​ຖຸນາ 2012 ຢູ່​ທີ່​ສະ​ໂມ​ສອນ​ກະຊວງ ​ໂຍທາ​ທິການ ​ແລະ​ຂົນ​ສົ່ງປະທານ​ສະຫະພັນ​ກຳມະບານ ກະຊວງຍທຂ ​ໄດ້​ຈັດ​ຕັ້ງ​ປາຖະກະຖາ ​ເພື່ອ​ຫວນ​ຄືນ​ມູນ​ເຊື້​ອການ​ຕໍ​ສູ້ ​ແລະ​ຄວາມ​​ເປັນ​ມາ​ຂອງ​ວັນ​ກຳມະກອນສາກົນ ​ໃຫ້ກຽດ​ປາຖະກະຖາ​ໃນຄັ້ງ​ນີ້ ​ແມ່ນທ່ານສີ​ມູນອຸ່ນລາສີຮອງ​ປະທານ​ສູນ​ກາງ​ກຳມະບານ​ລາວ ​ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມມີທ່ານບຸນ​ຈັນສິນ​ທະ​ວົງຄະນະ​ພັກ​ກະຊວງ, ລັດຖະມົນ​ຕີຊ່ວຍ​ວ່າການກະຊວງຍທຂ, ທ່ານນາງວິ​ໄລ​ຄຳ ​ໂພ​ສາລາ​ດຄະນະ​ພັກ​ກະຊວງ, ຫົວໜ້າ​ສະ​ຖາ​ບັນ​ໂຍທາ ​ແລະ​ຂົນ​ສົ່ງພ້ອມດ້ວຍ​ຄະນະ​ກຳມະບານ​ກະຊວງ, ບັນດາ​ຮາກ​ຖານ ​ແລະ​ສະມາຊິກ​ກຳມະບານທີ່​ສັງກັດ​ບັນດາ​ກົມ, ຫ້ອງການ, ອົງການ, ສະ​ຖາ​ບັນ,​ສະພາ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ກອງ​ວິຊາ​ການ, ສູນ​ຝຶກ, ຫ້ອງການ​ດັດສົມ​ນ້ຳ​ປະປາ ​ແລະ​ບໍລິສັດລັດ​ວີ​ສາ​ຫະກິດ​ອ້ອມ​ຂ້າງ​ກະຊວງ​ເຂົ້າ​ຮ່ວມ​ທັງ​ໝົດ 162 ທ່ານ.


​ໃນ​ໂອກາດ​ນີ້ຜູ້​ເຂົ້າ​ຮ່ວມ​ໄດ້​ຮັບ​ຟັງ​ການ​ເລົ່າ​ມູນ​ເຊື້ອ​ຂອງ​ວັນ​ກຳມະກອນ​ສາກົນຈາກ​ທ່ານ ສີ​ມູນອຸ່ນ​ລາສີຮອງ​ປະ​ທານສູນ​ກາງສະຫະພັນ​ກຳມະບານ​ລາວ ​ໂດຍ​ສະ​ເພາະ​ແມ່ນ​ປະຫວັດ​ແຫ່ງ​ການ​ກຳ​ເນີ​ດ​ເຕີມ​ໃຫຍ່​ຂອງ​ຊົ້ນ​ຊັ້ນ​ກຳມະກອນ ​ແລະ​ພາລະ​ກຳ​ປະຫວັດສາດ​ຂອງ​ຂະ​ບວນການ​ຕໍ​ສູ້​ຂອງ​ຊົ້ນ​ຊັ້ນ​ກຳມະກອນ​ສາກົນ ​ແລະ​​ໃນພາລະ​ກິດ​ປະຕິວັດ​ຂອງ​ກຳມະ​ກອນ​ລາວ​ໃນ​ໄລຍະ​ຜ່ານມາ ​ເພື່ອ​ເສີມ​ຂະຫຍາຍ​ທາດ​ແທ້ ​ແລະ​ມູນ​ເຊື້ອ​ອັນ​ດີ​ງາມ​ຂອງ​ຊົ້ນ​ຊັ້ນ​ກຳມະກອນ​ລາວ. ພ້ອມ​ດຽວ​ກັນ​ນີ້ທ່ານຮອງ​ປະທານ ​ໄດ້​ໂອ​ລົມ​ຕໍ່​ທີ່​ປະຊຸມຊື່​ງທ່ານ​ໄດ້​ຍົກ​ໃຫ້ເຫັນຄວາມສຳຄັນ​ຂອງ​ຊົ້ນ​ຊັ້ນ​ກຳມະກອນ​ລາວ ​ໃນ​ຂະ​ບວນການ​ສ້າງສາ​ພັດທະນາ​ ຍົກ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດ​ຂອງ​ກຳມະກອນ​ຍິງ ​ແລະ​ປຸກລະດົມ​ແມ່ຍິງ​ເຕົ້າ​ໂຮມ​ຄວາມ​ສາມັກຄີ​ເປັນ​ປຶກ​ແຜ່ນ​ຢູ່​ອ້ອມ​ຂ້າງ​ພັກ-ລັດ ​ໂດຍ​ສະ​ເພາະ​ໃຫ້​ເອື້ອຍ​ນ້ອງ​ແມ່ຍິງ​ໃນ​ຂະ​ແໜງ​ການຍທຂປະກອບສ່ວນ​ໃນ​ການ​ປັບປຸງ​ຍົກ​ລະດັບ​ຊີວິດ​ການ​ປັນ​ຢູ່​ໃຫ້​ດີ​ຂື້ນ. ສັງຄົມ​ມີ​ຄວາມ​ກ້າວໜ້າ​ສີ​ລິ​ໄລປະ​ເທດ​ຊາດ​ກ້າວ​ຂື້ນ​ສູ່​ອຸດສາຫະກຳ ​ແລະ​ທັນ​ສະ​ໄໝ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250