Ministry News

ເຊື່ອມຊຶມກົດລະບຽບຂອງພັກ ສະໄໝທີ IX

2012-06-06 - Administrator

ຕອນເຊົ້າຂອງວັນທີ 05 ມິຖຸນາ 2012 ຫ້ອງການ ກະຊວງໂຍທາທິການແລະ ຂົນສົ່ງ ຈັດຕັ້ງເຊື່ອມຊຶມກົດ ລະບຽບພັກສະໄຫມທີ IX ທີ່ຫ້ອງປະຊຸມເບີ 02 ໂດຍມີ ບັນດາສະຫາຍ ຄະນະພັກຫ້ອງກະຊວງ, ຄະນະພັກ ຮາກຖານ, ຄະນະໜ່ວຍພັກຮາກຖານ, ເລຂາ, ຮອງ ເລຂາ ໜ່ວຍພັກທີ່ຂຶ້ນກັບ ຄະນະພັກຮາກຖານ ແລະ ສະມາຊິກພັກເຂົ້າຮ່ວມ. ການເຊື່ອມຊຶມຄັ້ງນີ້ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງຂໍ້ກຳນົດ ຂອງກົມການເມືອງສູນກາງພັກ ສະບັບເລກທີ 01/ ກມສພ, ລົງວັນທີ 5/1/ 2012 ວ່າດ້ວຍການຈັດຕັ້ງ ປະຕິບັດກົດລະບຽບ ຂອງພັກສະໄຫມ ທີ IX, ຄຳແນະນຳ ຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກ ທີ 68/ຄຈສພ, ລົງວັນທີ 6/2/2012 ກ່ຽວກັບການ ຈັດຕັ້ງປະຕິບັດຂໍ້ກຳນົດຂອງກົມການເມືອງສູນກາງພັກ ສະບັບເລກທີ 01/ກມສພ, ລົງວັນທີ 5/1/2012 ວ່າດ້ວຍ ການຈັດຕັ້ງປະຕິບັດກົດລະບຽບຂອງພັກສະໄຫມທີ IX. ຈຸດປະສົງ ໃນການເຊື່ອມຊຶມດັ່ງກ່າວແມ່ນເພື່ອເປັນ ບ່ອນອີງ ໃຫ້ແກ່ຄະນະພັກ ແລະ ການຈັດຕັ້ງທຸກຂັ້ນໃນການຈັດຕັ້ງຜັນຂະຫຍາຍກົດລະບຽບຂອງພັກ ໃຫ້ເປັນເອກະພາບ ທາງດ້ານຄວາມຮູ້ ແລະການກະທຳຕົວຈິງໃນທົ່ວ ອົງຄະນະພັກຂອງຕົນ, ເພື່ອເຮັດໃຫ້ຄະນະພັກ ແລະ ສະມາຊິກ ພັກທຸກສະຫາຍຄົ້ນຄວ້າເຊື່ອມຊຶມ, ກຳແໜ້ນ; ເຄົາລົບ ແລະຈັດຕັ້ງປະຕິບັດ ກົດລະບຽບພັກຢ່າງຖືກຕ້ອງເຂັ້ມງວດ, ຍົກສູງຖານະຂອງສະມາຊິກພັກເຊິ່ງເປັນນັກຮົບປະຕິວັດໃນກອງນຳ ໜ້າຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກ ແຮງງານລາວບັນດາເຜົ່າ ໃຫ້ມີຄວາມໜັກແໜ້ນທາງດ້ານ ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ມີຄວາມຮູ້ຄວາມສາມາດເພື່ອເຮັດສຳເລັດໜ້າທີ່ວຽກງານ ທີ່ໄດ້ຮັບມອບໝາຍ, ເພີ່ມທະວີຄວາມສາມັກຄີເປັນເອກະ ພາບພາຍໃນພັກ ແລະ ສືບຕໍ່ກໍ່ສ້າງພັກໃຫ້ປອດໃສ, ໜັກແໜ້ນ ແລະ ເຂັ້ມແຂງທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີນຳພາ, ແນໃສ່ຍົກສູງບົດບາດ ແລະ ຄວາມສາມາດໃນການນຳພາຂອງພັກໃຫ້ທຽມ ທັນກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.





About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250