Ministry News

ກະຊວງ ຍທຂ ​ເຊື່ອມ​ຊຶມ​ ກົດ​ລະບຽບພັກ ສະ​ໄໝທີ IX

2012-05-25 - Administrator

ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຈັດຕັ້ງເຊື່ອມຊຶມກົດລະບຽບພັກສະໄຫມທີ IX ເມື່ອວັນທີ 23 ພຶດສະພາ 2012 ທີ່ກະຊວງດັ່ງກ່າວ ໂດຍການເປັນປະທານຂອງສະຫາຍ ສົມມາດ ພົລເສນາ ກຳມະການ ສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີວ່າການກະຊວງໂຍທາທິການ ແລະ ຂົນສົ່ງ, ມີບັນດາສະຫາຍ ຄະນະພັກກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ, ເລຂາ, ຮອງເລຂາໜ່ວຍພັກທີ່ຂຶ້ນກັບ ຄະນະພັກຮາກຖານ ແລະ ສະມາຊິກພັກເຂົ້າຮ່ວມ. ການເຊື່ອມຊຶມຄັ້ງນີ້ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງຂໍ້ກຳນົດ ຂອງກົມການເມືອງສູນກາງພັກ ສະບັບເລກທີ 01/ ກມສພ, ລົງວັນທີ 5/1/2012 ວ່າດ້ວຍການຈັດຕັ້ງປະຕິບັດ ກົດລະບຽບຂອງພັກສະໄຫມ ທີ IX, ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 68/ຄຈສພ, ລົງວັນທີ 6/2/2012 ກ່ຽວກັບການຈັດຕັ້ງປະຕິບັດຂໍ້ກຳນົດຂອງກົມການເມືອງສູນກາງພັກ ສະບັບເລກທີ 01/ກມສພ, ລົງວັນທີ 5/1/2012 ວ່າດ້ວຍການຈັດຕັ້ງປະຕິບັດກົດລະບຽບຂອງພັກສະໄຫມທີ IX. ຈຸດປະສົງ ໃນການເຊື່ອມຊຶມດັ່ງກ່າວແມ່ນເພື່ອເປັນບ່ອນອີງໃຫ້ແກ່ຄະນະພັກ ແລະ ການຈັດຕັ້ງທຸກຂັ້ນໃນການຈັດຕັ້ງ ຜັນຂະຫຍາຍກົດລະບຽບຂອງພັກໃຫ້ເປັນເອກະພາບທາງດ້ານຄວາມຮູ້ ແລະ ການກະທຳຕົວຈິງໃນທົ່ວ ອົງຄະນະພັກຂອງຕົນ, ເພື່ອເຮັດໃຫ້ຄະນະພັກ ແລະ ສະມາຊິກພັກທຸກສະຫາຍຄົ້ນຄວ້າເຊື່ອມຊຶມ, ກຳແໜ້ນ; ເຄົາລົບ ແລະ ຈັດຕັ້ງປະຕິບັດກົດລະບຽບພັກຢ່າງຖືກຕ້ອງເຂັ້ມງວດ, ຍົກສູງຖານະຂອງສະມາຊິກພັກ ເຊິ່ງເປັນນັກຮົບປະຕິວັດໃນກອງນຳໜ້າຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າ ໃຫ້ມີຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ມີຄວາມຮູ້ຄວາມສາມາດ

ເພື່ອເຮັດສຳເລັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນພັກ ແລະ ສືບຕໍ່ກໍ່ສ້າງພັກໃຫ້ປອດໃສ, ໜັກແໜ້ນ ແລະ ເຂັ້ມແຂງທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີນຳພາ, ແນໃສ່ຍົກສູງບົດບາດ ແລະ ຄວາມສາມາດໃນການນຳພາຂອງພັກໃຫ້ທຽມທັນກັບຄວາມ ຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250