Ministry News

ກອງປະຊຸມເປີດບັ້ນແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ກະຊວງໂຍທາທິການ ແລະ ຂົນສົ່ງ ປະຈຳສົກປີ 2011

2012-05-16 - Administrator

​ເພື່ອ​ເປັນ​ການ​ສ້າງ​ຂະ​ບວນການ​ແຂ່ງຂັນ “ຮັກຊາດ ​ແລະ ພັດທະນາ” ທາງ​ກະຊວງ​ໂຍທາ​ທິການ ​ແລະ​ຂົນ​ສົ່ງ​ ຈິ່ງ​ໄດ້​​ເປີດ​ບັ້ນ​ແຂ່ງຂັນຂອງ​ຕົນ​ຂື້ນ ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 11 ​ເມສາ 2012 ຢູ່​ທີ່ ຫ້ອງ​ປະຊຸມ ​ເບີ 1 ຂອງ​ກະຊວງ​ໂຍທາ​ທິການ ​ແລະ​ຂົນ​ສົ່ງ. ​​​ໂດ​ຍການ​​ໃຫ້ກຽດເປັນ​ປະທານ​ຂອງ​ທ່ານ ສົມ​ມາດ ພົລເສນາ ລັດຖະມົນຕີ​ວ່າການ​ກະຊວງ ​ໂຍທາ​ທິການ ​ແລະ​ຂົນ​ສົ່ງ ກໍາມະການ​ສູນ​ກາງ​ພັກ ​ເລຂາ​ພັກ​ກະຊວງ ​ແລະ ​ຜູ້ເຂົ້າ​ຮ່ວມ​ມີ​ບັນ ດາຫົວໜ້າກົມ, ຮອງ​ກົມ, ສະພາ​ວິທະຍາສາດ, ສູນ​ຝຶກ​ ພ້ອ​ມດ້ວຍ​ພະນັກງານຫຼັກ​ແຫຼ່ງຈາກ​ຫ້ອງ ການ​ຕ່າງໆອ້ອມ​ຂ້າງ​ຂອງ​ກະຊວງ​ເຂົ້າ​ຮ່ວມຫຼາຍກວ່າ 200 ຄົນ.

ຈຸດປະສົງ​ໃນ​ການ​ເປີດກອງ​ປະຊຸມ​ດັ່ງກ່າວ​ກໍ​ເພື່ອ​ເປັນ​ການ​ເປີດ​ບັ້ນ​ແຂ່ງຂັນ “ ຮັກ​ຊາດ ​ແລະ​ພັດທະນາ” ໃນ ກະຊວງ ​ໂຍທາ​ທິການ ​ແລະ​ຂົນ​ສົ່ງ ໂດຍ​ໃຫ້​ແຕ່​ລະ​ກົມ, ຂອງຫ້ອງການ, ອົງການສູນ​ເຝຶກ ​ແລະສະພາ​ວິທະຍາສາດ ​ຂື້ນ​ລາຍ​ງານ​ຂໍ້​ແຂ່ງຂັນ​ຂອງ​ຕົນ ​ແລະ​ຈະ​ຕິດຕາມ​ປະ​ເມີນ​ຜົນ​ໃນ​ທ້າຍ​ປີ 2012 ອີກ​ດ້ານໜຶ່ງ​ແມ່ນ​ເພື່ອ​ມອບ​ໃບ​ຍ້ອງຍໍ, ມອບຫຼຽນ​ໄຊ​ແຮງ​ງານ ​ແລະຫຼຽນກາ​ໃຫ້​ຜູ້​ທີ່ີຜົນງານ​ດີ​ເດັ່ນ, ບຸກຄົນ​ທີ່​ໄດ້​ມີ​ການ​ປະກອບ ສ່ວນ​ເຂົ້າ​ໃນ​ງານ​ສະ​ເຫຼີມສະຫຼອງວຽງຈັນ​ 450 ປີທີ່​ຜ່ານ​ມາ.

ກອງ​ປະຊຸມ​ດັ່ງກ່າວ​ໄດ້​ເປັນ​ເອກະ​ພາບ​ກັນ​ນໍາເອົາ​ເນື້ອ​ໃນ​ດັ່ງກ່າວ​ເຂົ້າ​ແຂ່ງຂັນ​ກັນ​ໃນ​ການ​ພັດ​ທະນາ​ເຂົ້າ​ໃນ​ພຶດຕິ​ກໍາ​ຕົວ​ຈິງ​ໃນ​ການຈັດ​ຕັ້ງ​ປະຕິບັດ​ວຽກງານ ​ເພື່ອ​ພ້ອມ​ກັນ​ເຮັດ​ສໍາ​ເລັດໜ້າທີ່​ຕາມ​ຈຸດປະສົງ​ທີ່​ວາງ​ໄວ້. ກອງ​ປະຊຸມ​ດັ່ງກ່າວ​ໄດ້​ອັດ​ລົງ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ດຽວກັນ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250