Ministry News

ຊາວໜຸ່ມກະຊວງ ຍທຂ ຟັງປາຖະກະຖາວັນສ້າງຕັ້ງຊາວໝຸ່ມ ປະຊາຊົນປະຕິວັດລາວ ຄົບຮອບ 57 ປີ

2012-05-14 - Administrator

ໃນຕອນເຊົ້າຂອງວັນທີ 11 ພຶດສະພາ 2012 ຢູ່ຫ້ອງປະຊຸມເບີ1 ຂອງກະຊວງໂຍທາທິການ ແລະ ຂົນສົ່ງໄດ້ຈັດປາຖະ ກະຖາວັນສ້າງຕັ້ງຊາວໜຸ່ມ ປະຊາຊົນປະຕິວັດລາວ ຄົບ ຮອບ 57 ປີ.


(14 ເມສາ 1955-14 ເມສາ 2012).ເປັນກຽດ​ເຂົ້າ​ຮ່ວມ​ຂອງທ່ານ ສົມມາດ ພົລເສນາ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີວ່າການ ກະຊວງ ໂຍທາທິການ ແລະຂົນສົ່ງ. ພ້ອມ ດ້ວຍບັນດາຄະນະບໍລິຫານງານ ຊາວໜຸ່ມກະຊວງ ຍທຂ, ສະຫາຍ​ເລຂາ, ຮອງ​​ເລຂາ​ໜ່ວຍ​ຮາກຖານຊາວ​ໜຸ່ມ ພ້ອມສະມາຊິກຊາວໜຸ່ມ, ຫ້ອງການ, ກົມ, ກອງ, ອົງການ, ສະຖາບັນ, ສູນ​ຝຶກ, ສະພາວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ກອງ​ວິຊາ​ການ ແລະ ລັດ​ວິສາ​ຫະກິດ​ອ້ອມຂ້າງກະຊວງ ຍທຂ ​ເຂົ້າ​ຮ່ວມ​ທັງ​ໝົດ 138 ສະຫາຍ.


ກ່າວເປີດພິທີໂດຍ ທ່ານ ບຸນຈັນ ສິນຣາຊະວົງສ໌ ເລຂາຄະນະຊາວໜຸ່ມກະຊວງ ຍທຂ ແລະໃຫ້ກຽດປາຖະກະຖາໂດຍ ທ່ານ ດຣ ວິໄລວົງ ບຸດດາຄຳ ເລຂາຄະນະບໍລິຫານງານສູນກາງຊາວໜຸມ ເລຂາຄະນະພັກສູນກາງຊາວໜຸ່ມ ຊປປ ລາວ. ເນື້ອໃນຂອງການປາຖະກະຖາໃນຄັ້ງນີ້ແມ່ນມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງຊາວໜຸ່ມຄັ້ງທີ 2 ສະໄໝ VI ແລະການຜັນຂະ ຫຍາຍເນື້ອໃນຂໍ້ແຂ່ງຂັນ 4 ບຸກທະລຸຂອງຊາວໜຸ່ມຄື: 1) ບຸກດ້ານ​ແນວ​ຄິດ; 2) ບຸກດ້ານ​ການ​ຝຶກຝົນ ຫຼໍ່​ຫຼອມ​ຮ່ຳຮຽນ; 3) ບຸກດ້ານ​ວຽກ​ງານ​ການຈັດ​ຕັ້ງ; 4) ບຸກດ້ານ​ວີ​ຊາ​ຊິ​ບ-ສ້າງ​ວຽກ​​​ເຮັດງານທຳ.


ເຂົ້າໃນວຽກງານຂອງຊາວໜຸ່ມກໍຄືການປະກອບສ່ວນເປັນເຈົ້າການ, ເປັນກຳລັງຫຼັກປະຕິບັດແຜນການຂອງຄະນະພັກ ຄະນະນຳວາງອອກ ທັງເສີມສ້າງໃຫ້ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ “ຮັກຊາດ ແລະພັດທະນາ” ຂອງກະຊວງ ໂຍທາທິການ ແລະຂົນສົ່ງ ໃຫ້ປະກົດຜົນເປັນຈິງ ມີຄວາມຟົດຟື້ນຕໍ່ເນື່ອງ ແລະຮັບປະກັນ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250