Ministry News

ກອງປະຊຸມພົບປະ ລະຫວ່າງ ຄະນະຜູ້ແທນກະຊວງ ຍທຂ ແຫ່ງ ສປປ ລາວກັບຄະນະຜູ້ແທນກະຊວງ ການຄ້າ ແຫ່ງ ສປ ຈິນ ໃນວັນທີ 22 ກຸມພາ 2012

2012-05-02 - Administrator

ໃນໂອກາດທີ່ຄະນະຜູ້ແທນກະຊວງການຄ້າຂອງ ສປ ຈີນ ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມວຽກງານຮ່ວມມື ເສດຖະກີດ ເຕັກນິກ ແລະ ການຄ້າ ລະຫວ່າງລາວ-ຈີນ ນັ້ນ, ໃນຕອນແລງຂອງ ວັນທີ 22 ກຸມພາ 2012, ຄະນະຜູ້ແທນກະຊວງການຄ້າ ສປ ຈີນ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ສົມມາດ ພົລເສນາ ລັດຖະມົນຕີວ່າການກະຊວງ ໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປລາວ. ມັງສອງຝ່າຍປຶກ ສາຫາລື ວຽກງານການຮ່ວມມືໃນຂົງເຂດການກໍ່ສ້າງໂຄງລ່າງພື້ນຖານຂອງລາວ ໂດຍສະເພາະແມ່ນ: ໂຄງການທາງລົດໄຟລາວ-ຈິນ, ການກໍ່ສ້າງທາງຫຼວງ, ການປັບປຸງຄອງເດີນເຮືອຕາມລຳແມ່ນ້ຳຂອງ ແລະ ການອຳນວຍຄວາມສະດວກການຂົນສົ່ງອາຊຽນ-ຈິນ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250