Ministry News

ລາວ-ໄທ ຮ່ວມເຊັນສັນຍາການນຳໃຊ້, ການບໍລິຫານ ແລະການປົກປັກຮັກສາຂົວມິດຕະພາບ 3

2011-12-13 - Administrator

ໃນຕອນບ່າຍຂອງ ວັນທີ 12 ຕຸລາ 2011 ທີ່ຜ່ານມາ ທ່ານ ສົມມາດ ພົລເສນາ ລັດຖະມົນຕີວ່າການ ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະຜູ້ແທນຣາຊະອານາຈັກໄທ ນຳໂດຍ ທ່ານ ພົນອາກາດເອກ ສຸກຳພົນ ສຸວະນະທັດ ລັດຖະມົນຕີ ວ່າ ການກະຊວງ ຄົມມະນາຄົມ ພ້ອມດ້ວຍຄະນະ ຕາມຄຳເຊີນຂອງລັດຖະມົນຕີວ່າການກະຊວງ ຍທຂ ພິທີຕ້ອນຮັບໄດ້ຈັດ ຂື້ນຢູ່ທີ່ໂຮງແຮມ ລາວພລາຊາ ນະຄອນ ຫຼວງວຽງຈັນ, ທັງສອງຝ່າຍໄດ້ເຈລະຈາປືກສາຫາລືບັນຫາທີ່ຄ້າງຄາ ແລະ ບັນຫາໃໝ່ ທີ່ທາງສອງຝ່າຍມີຄວາມສົນ ໃຈຮ່ວມກັນ ເຊັ່ນ:

+ ການຈັດຕັ້ງປະຕິບັດກວດກາປະຕູດຽວ (Single Stop Inspection) ຊຶ່ງນອນໃນອະນຸສັນຍາວ່າດ້ວຍການອຳນວນຄວາມສະດວກໃຫ້ແກ່ສິນຄ້າ ຜ່ານແດນລະຫ່ວາງປະເທດ ໃນກອບການຮ່ວມມືອະນຸພາກພື້ນ GMS ບັນຫານີ້ຍັງບໍ່ສາມາດປະຕິບັດໄດ້ເນື່ອງຈາກກົດໝາຍຂອງໄທ ແມ່ນບໍ່ອານຸ ຍາດໃຫ້ເຈົ້າໜ້າທີ່ຂອງຕົນອອກໄປປະຕິບັດວຽກ ຢູ່ນອກ ປະເທດ, ໃນໄລຍະຜ່ານມາພວກເຮົາສາມາດປະຕິບັດວຽກງານກວດກາປະຕູດຽວຮ່ວມກັນໄດ້ ລະຫ່ວາງລາວ-ຫວຽດນາມຢູ່ດ່ານຊາຍ ແດນສະຫັວນນະເຂດ - ລາວບາວ;

+ ສະເໜີໃຫ້ຝ່າຍໄທ ພິຈາລະນາໃຫ້ການສະໜັບສະໜູນດ້ານການເງິນ ສຳລັບໂຄງການກໍ່ສ້າງຂົວຂ້າມນ້ຳຂອງມິດຕະພາບ ປາກຊັນ - ບຶງການ, ໂຄງການດັ່ງກ່າວນີ້ ກະຊວງ ຍທຂ ເຄີຍໄດ້ທາບທາມຕໍ່ຝ່າຍໄທແລ້ວໃນໄລຍະຜ່ານມາ ຊຶ່ງຝ່າຍໄທກໍເຫັນດີໄຫ້ຄວາມສຳຄັນ ແລະ ເຫັນດີ ສະໜັບ ສະໜູນ;

+ ສະເໜີພິຈາລະນາແລວທາງເສດຖະກິດໃໝ່ ຊຽງໃໝ່ - ຫຼວງພະບາງ - ວຽງຈັນ;

+ ສະເໜີພິຈາລະນາກ່ຽວກັບການຮ່ວມມືລົດໄຟ ລາວ-ໄທ-ຈີນ ເນື່ອງຈາກວ່າໃນປະຈຸບັນ ພວກເຮົາມີການຮ່ວມມືກັບ ສປ ຈີນ ສຳລັບໂຄງການກໍ່ສ້າງ ທາງລົດໄຟລາວ-ຈີນ ຊຶ່ງເລີ້ມແຕ່ບໍເຕັນ ( ຊາຍແດນລາວ-ຈີນ ) ເຖິງໜອງຄາຍ. ໃນເວລາ 2:45 ໂມງ ຕາງໜ້າໃຫ້ລັດຖະບານ ສປປ ລາວ ແລະ ລັດຖະບານແຫ່ງຣາຊະອານາຈັກໄທ ທັງສອງຝ່າຍໄດ້ເຂົ້າຮ່ວມພິທີເຊັນ MOU ວ່າດ້ວຍກຳມະສິດການນຳໃຊ້ການບໍລິຫານ ແລະ ການປົກປັກຮັກສາ ຂົວມິດຕະພາບ 3 ຄຳມ່ວນ-ນະຄອນພະນົມ , ເຂົ້າຮ່ວມພິທີເຊັນສັນຍາຄັ້ງນີ້ ຝ່າຍລາວໂດຍແມ່ນ ທ່ານ ສົມມາດ ພົລເສນາ ລັດຖະມົນຕີວ່າການ ກະຊວງໂຍຖາທິການ ແລະ ຂົນສົ່ງ, ຝ່າຍໄທ ໂດຍແມ່ນ ທ່ານ ພົນອາກາດເອກ ສຸກຳພົນ ສຸວັນນະທັດ ລັດຖະມົນຕີວ່າການກະຊວງຄົມມະນາຄົມ ພ້ອມດ້ວຍພະນັກງານ ວິຊາ ການ ທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ, ຈາກນັ້ນຄະນະທັງສອງຝ່າຍກໍ່ໄດ້ເຂົ້າຢ້ຽມຄຳນັບພະນະທ່ານ ທອງສິງ ທຳມະວົງ ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ, ຫຼັງຈາກສຳລັດການຢ້ຽມຢາມຄະນະຜູ້ແທນຝ່າຍໄທກໍເດີນທາງກັບປະເທດ ໂດຍຜ່ານທາງຂົວມິດ ຕະພາບ 1 ນະຄອນຫຼວງວຽງຈັນ - ໜອງຄາຍ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250