Ministry News

ພິທີມອບ - ຮັບເຮືອບິນ ແອຣບັສ A320 ຢ່າງເປັນທາງການ

2011-12-13 - Administrator

ໃນ​ຕອນ​ແລງ​ຂອງ​ວັນ​ທີ 8 ພະຈິກ 2011 ຢູ່​ທີ່​ສະໜາມ​ບິນ​ສາກົນ​ວັດ​ໄຕ​ໄດ້​ມີ​ພິທີ​ມອບ-​ຮັບ​ເຮືອບິນ​ແອ​ຣບັ​ສ໌ A320 ຂື້ນ​ລະ​ຫວ່າງ ທ່ານ ດຣ. ສົມ​ພອນ ດວງ​ດາລາ ຜູ້ອຳນວຍການ​ໃຫຍ່ລັດ​ວິ​ສາ​ຫະກິດ​ການບິນ​ລາວ​ກັບ ທ່ານ Therry MARIANI ລັດຖະມົນຕີ​ກະຊວງ​ຂົນ​ສົ່ງ​ແຫ່ງ​ສາທາລະນະ​ລັດ​ຝຣັ່ງ​ໂດຍ​ເປັນ​ກຽດ​ເຂົ້າ​ ຮ່ວມ​ເປັນ​ສັກຂີ​ພິຍານ​ຂອງ​ພະນະ ທ່ານ ສົມ​ສະຫວາດ​ເລັ່ງ​ສະຫວັດ ຮອງ​ນາຍົກລັດຖະມົນຕີ​ແຫ່ງ​ສປປ ລາວ, ທ່ານ ສົມ​ມາດ ພົລ​ເສນາ ລັດຖະມົນຕີ​ວ່າການ​ກະຊວງ ໂຍທາ​ທິການ ແລະ ຂົນ​ສົ່ງ, ທ່ານ Francois Laval ປະທານ​ຜູ້​ອາວຸ​ໂສ​ຂອງ​ບໍລິສັດ ຜະລິດ​ເຮືອ​ບີນ​ແອຣບັສ໌, ທ່ານ ຝັ່ຣງຊົວ ເຊ​ເນ​ໂມ Francois Senemaud ເອກ​ອັກຄະ​ລັດຖະທູດ​ຝັ່ຣງ​ປະຈຳ ສປປ ລາວ ແລະ ບັນດາ​ແຂກ​ທີ່​ຖືກ​ເຊີນ​ກໍໄດ້​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.

ຈຸດປະສົງການນຳເຂົ້າເຮືອບິນອາຍພົ່ນ ແມ່ນໂຄງການໜຶ່ງ ໃນແຜນພັດທະນາລັດວິສາຫະກິດການບິນລາວ ແຕ່ນີ້ຮອດປີ 2020, ຊີ່ງແມ່ນ ໂຄງການທີ່ສຳຄັນ ແລະ ມີຄວາມຈຳເປັນທາງດ້ານເຕັກນິກ-ເຕັກໂນໂລຊີ ເພື່ອສະໜັບສະໜູນ ແກ່ການຂະຫຍາຍຕົວທາງດ້ານເສດຖະກິດຂອງ ລັດວິສາຫະກິດການບິນລາວ ຊີ່ງເປັນສາຍການບິນແຫ່ງຊາດ, ໃຫ້ຈະເລີນເຕີບໂຕຂຶ້ນເລື້ອຍໆ ເພື່ອໃຫ້ໄດ້ມາດຖານສາກົນ, ທຽບທັນກັບສາຍ ການບິນນາໆຊາດສາມາດເຂົ້າເປັນສະມາຊິກຂອງກຸ່ມພັນທະມິດ ແລະ ກຽມພ້ອມໃສ່ການເປີດໜ່ານຟ້າເສລີ ໃນອະນາຄົດອັນໃກ້ນີ້.

ໂດຍຕອບສະໜອງຄວາມຮຽກຮ້ອງຕ້ອງການ, ໃນປະຈຸບັນ ແລະ ສະເພາະໜ້າ ຂອງການພັດທະນາສາຍການບິນນັ້ນ, ລັດຖະບານຈິ່ງ ໄດ້ຕົກລົງ ໃຫ້ລັດວິສາຫະກິດການບິນລາວ ຈັດຊື້ເຮືອບິນອາຍພົ່ນຊະນິດ ແອຣບັສ໌ A320 ຈຳນວນ 2 ລຳ ໂດຍໄດ້ຮັບການສະ ໜັບສະໜູນດ້ານການ ເງິນຈາກທະນາຄານພາຍໃນປະເທດ.

ນີ້ແມ່ນນິມີດໝາຍປະຫວັດການບິນທີ່ ​ສຳຄັນ​ຄັ້ງ​ໜື່ງ, ຂອງ​ລັດ​ວິ​ສາ​ຫະກິດ​ການບິນ​ລາວ ທີ່​ໄດ້​ຈັດ​ຊື້​ແລະ​ນຳ​ເຂົ້າ ເຮືອ​ບິນ​ອາຍ​ພົ່ນ​ຂະໜາດ 150 ບ່ອນ​ນັ່ງ, ຊຶ່ງ​ກ້າວຂື້ນ​ຈາກ​ການ​ນຳ​ໃຊ້​ເຮືອບິນ​ໃບ​ພັດ ໄປ​ສູ່​ການ​ນຳ​ໃຊ້​ເຮືອບິນ​ອາຍ​ພົ່ນ​ທີ່​ທັນ​ສະ​ໄໜ ວ່ອງ​ໄວ, ມີ​ຄວາມ​ປອດ​ໄພ​ສູງ ແລະ ສາມາດ​ບິນ​ໄປ​ໄດ້​ໄກ​ກວ່າ​ເກົ່າ, ການບິນ​ລາວ​ພວກ​ເຮົາຈະ​ນຳ​ໃຊ້​ເຮືອບິນ​ຊະ​ນິດນີ້ ໃນ​ເສັ້ນ​ບິນ​ຕ່າງປະ​ເທດ, ຕາມ​ເສັ້ນ​ບິນ​ທ່ີ​ມີ​ຢູ່​ແລ້ວ​ຈຳນວນ​ໜ່ືງ ແລະ​ເປີດ​ເສັ້ນ​ບິນ​ໃໝ່ ວຽງ​ຈັນ - ສິງກະ​ໂປ ຄາດກະ​ໃສ່​ວັນ​ທີ 24 ພະຈິກ ທີ່​ຈະ​ມາ​ເຖິງ​ນີ້​ເປັນ​ຖ້ຽວ​ປະຖົມມະ​ເລີກ ພ້ອມ​ນັ້ນ​ຍັງ​ມີ​ແຜນ​ຈະ ຂະຫຍາຍ​ເສັ້ນ​ບິນ​ໄປ​ຍັງ​ບັນດາ​ປະ​ເທດ​ອາ​ຊຽນ, ເກົາຫຼີ ແລະ ຍີ່ປຸ່ນ ໃນ​ອານາ​ຄົດ. ເຮືອບິນ A320 ພາຍ​ໃຕ້​ເຄື່ອງໝາຍ “ ການບິນ​ລາວ” ແລະ ໂລ​ໂກ “ ດອກ​ຈຳປາ ” ຊື່​ງ​ແມ່ນ​ສັນຍາ​ລັກ​ດອກ​ໄມ້​ປະຈຳ​ຊາດ​ຂອງ​ລາວ, ໄດ້​ມາ​ເຖິງ​ນະຄອນຫຼວງ​ວຽງ​ຈັນ​ໂດຍ​ບິນ​ຜ່າໜ່ານຟ້າ​ຂອງ​ຫຼາຍ ປະ​ເທດ ດ້ວຍຄວາມ​ສະຫັວດດີ​ພາບ ແລະ​ປອດ​ໄພທຸກ​ປະການ​, ເຮືອບິນ 02 ລຳ ທີ່​ລັດ​ວິ​ສາ​ຫະກິດ​ການບິນ​ລາວ​ນຳ​ເຂົ້າ​ໃນ​ຄັ້ງ​ນີ້​ເປັນ​ເຮືອບິນ ທີ່​ທັນ​ສະ​ໄໝ ປະຢັດ​ນ້ຳມັນ, ປະກອບ​ດ້ວຍ​ເຕັກ​ໂນ​ໂລ​ຊີ​ການບິນ​ລຸ້ນຫລ້າ​ສຸດ, ມີ​ເຄື່ອງ​ບັນ​ເທິງ​ໃຫ້​ຄວາມ​ສະດວກ​ສະບາຍ ແລະ ບໍລິການ​ເທິງ ເຮືອບິນ ທີ່​ດີ​ເລີດ. ຄຽງ​ຄູ່​ກັບ​ການ ນຳ​ເຂົ້າ​ເຮືອບິນ A320 ນີ້ ພວກ​ເຮົາ​ໄດ້​ມີ​ການ​ພັດທະນາ​ຫຼາຍ​ດ້ານ​ໄປ​ພ້ອມໆ​ກັນ​ເຊັ່ນ: ການ​ພັດທະນາ​ບຸກຄະ ລາ​ກອນ ສ້າງ​ນັກ​ບິນ 20 ຄົນ, ນາຍ​ຊ່າງ16 ຄົນ​ແລະ ວິຊາ​ການ​ອື່ນໆທີ່​ຕິດ​ພັນ​ກັບ​ການ​ປະຕິບັດ​ການບິນ​ໃຫ້​ພຽງພໍ​ກັບ​ຄວາມ​ ຕ້ອງການ ແລະ ມີ​ແຜນ ບຳລຸງ​ຮັກສາ​ເຮືອບິນ​ທີ​ໄດ້​ມາດຖານ, ຈັດ​ລະບົບ​ສາງ​ອາ​ໄຫຼ່​ໃຫ້​ເຂົ້າ​ລະບົບ, ນຳ​ໃຊ້ Program ແລະ Software ຕ່າງ​ໆ ເຂົ້າ​ໃນ​ວຽກ​ງານ ເພື່ອ​ຮັບປະກັນ​ປະຕິບັດ​ການບິນ ໃຫ້​ບັນລຸ​ເປົ້າ​ໜາຍ ມີ​ຄວາມ​ປອດ​ໄພ, ໃນ​ນີ້​ພວກ ເຮົາ​ກໍໄດ້​ມີ ການ​ເຊັນ​ສັນຍາ​ວ່າ​ຈ້າງ​ຊ່ຽວຊານ​ຕ່າງປະ​ເທດຄື: ນັກ​ບິນ​ຈຳນວນ 07 ຄົນ, ວິສະວະກອນ 02 ຄົນ, ນາຍ​ຊ່າງ 04 ຄົນ, ຫົວໜ້າ​ການ​ຕະຫຼາດ​ເພື່ອ​ຊ່ວຍ ປັບປຸງວຽກງານ ລະບົບ​ການ ບໍລິຫານ​ສາມາດ​ເຊື່ອມ​ກັບ​ສາກົນ​ເທື່ອ​ລະ​ກ້າວ 01 ຄົນ ແລະ ບໍລິສັດ​ແລະ​ບໍລິສັດ​ຜະ ລິດ​ເຮືອບິນ ແອຣບັສ໌ໄດ້​ຊ່ວຍ​ສົ່ງ​ຊ່ຽວຊານ ມາ​ປະຈຳການ​ຢູ່​ນຳ​ພວກ​ເຮົາ ເພື່ອ​ຕິດຕາມ ແລະ ແນະນຳ​ການ​ສ້ອມ​ບຳລຸງ​ເປັນ​ເວລາ 03​ປີ ການ​ນຳ​ໄຊ້​ເຮືອບິນອາຍ​ພົ່ນ ສອງ​ລຳ​ນີ້​ເຂົ້າ​ໃນ ແຜນ​ທຸລະ​ກິດ​ໃນ ເວ​ວລາ​ອັນ​ໃກ້ໆ​ນີ້​ຈະ​ເປັນ​ສ່ວນ​ໜຶ່ງ​ສ້າງ​ສິ່ງ ເອື້ອ​ອຳ​ນວຍ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ ສັງຄົມ​ຂອງ​ປະ​ເທດ. ອີກ​ປະການ​ນຶ່ງ ແມ່ນ​ການ​ກຽມພ້ອມ​ຮັບ​ຕ້ອນ​ປີ​ທ່ອງ​ທ່ຽວ​ລາວ​ໃນ​ປີ 2012 ແລະ ຮັບ​ໃຊ້​ກອງ​ປະຊຸມ​ສຸດ​ຍອດ​ອາ​ເຊັມ ປີ 2012 ນີ້, ແລະ​ພິ​ເສດ​ໃນ​ໂອກາດ​ອັນ​ສະຫງ່າ​ລາສີ​ນີ້ ທ່ານ ຮອງ​ນາຍົກລັດຖະມົນ ຕີພ້ອມດ້ວຍ​ແຂ​ກກໍ​ໄດ້​ຂື້ນ​ຊົມ​ເຮືອ​ບີນລຳ​ໃໝ່​ອີກ​ດ້ວຍ

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250