Ministry News

ກະຊວງໂຍທາທິການ ແລະຂົນສົ່ງ ຕ້ອນຮັບຄະນະຜູ້ແທນຈາກ ສສ ມຽນມາ

2011-12-13 - Administrator

ໃນວັນທີ 29 ຕຸລາ 2011 ທີ່ຜ່ານມາ ທ່ານ ດຣ ສັນຕິສຸກ ສີມມາລາວົງ ຮັກສາການຫົວໜ້າຫ້ອງການ ກະຊວງ ໂຍທາທິການ ແລະ ຂົນສົ່ງ, ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະຜູ້ແທນຈາກ ສສ ມຽນມາ ເຊິ່ງນຳໂດຍ ທ່ານ ຄິນມອງໜິນ, ລັດຖະມົນຕີວ່າການ ກະຊວງກໍ່ສ້າງ ຂອງ ສສ ມຽນມາ ແລະ ຄະນະ, ຕາມຄຳເຊີນຂອງ ທ່ານ. ສົມມາດ ພົລເສນາ, ລັດຖະມົນຕີວ່າການ ກະຊວງ ຍທຂ. ພິທີຕ້ອນຮັບໄດ້ຈັດຂື້ນຢູ່ທີ່ໂຮງແຮມ ລາວພລາຊາ ນະຄອນ ຫຼວງວຽງຈັນ, ໃນລະຫວ່າງວັນທີ 29/10/ - 2/11/2011 ທັງສອງຝ່າຍໄດ້ເຮັດວຽກຮ່ວມກັນຢູ່ທີ່ນະຄອນຫຼວງວຽງຈັນ ແລະ ແຂວງຫຼວງນ້ຳທາ, ເພື່ອປືກສາຫາລື ແລະ ສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງຂົວຂ້າມແມ່ນ້ຳຂອງ ແຫ່ງທີ 4 ລະຫ່ວາງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ແລະ ສາທາລະນະລັດ ສະຫະພາບ ມຽນມາ ແລະ ທັງສອງຝ່າຍກໍ່ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາ, ກ່ຽວກັບລາຍລະອຽດຂອງການກໍ່ສ້າງ ໂດຍແມ່ນການແບ່ງທຶນ ໃນການກໍ່ສ້າງ ຝ່າຍລະ 50% ຂົວດັ່ງກ່າວທາງຝ່າຍລາວແມ່ນຈະໄດ້ສ້າງຂື້ນຢູ່ທີ່ ບ້ານຊຽງລາບ ເມືອງລອງ ແຂວງ ຫຼວງ ນ້ຳທາ, ຝ່າຍ ສສ ມຽນມາ ແມ່ນຈະສ້າງຢູ່ເມືອງຊຽງກົກ, ໃນໂອກາດດັ່ງກ່າວນີ້ ຄະນະທັງສອງກໍໄດ້ເຂົ້າຢ້ຽມຂໍ່ານັບ ພະນະທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ຫຼັງຈາກນັ້ນ ຄະນະຜູ້ແທນ ສສ ມຽນມາ ກໍ່ໄດ້ໄປທ່ຽວຊົມປູຊະນີຍະສະຖານແຫ່ງຕ່າງໆ ທີ່ຢູ່ໃນນະຄອນຫຼວງ ວຽງຈັນ, ແລະ ໃນຕອນບ່າຍຂອງວັນທີ 2 ພະຈິກ 2011 ຄະນະຜູ້ແທນ ສສ ມຽນມາ ກໍ່ໄດ້ເດີນທາງກັບ.


About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250