Ministry News

ພິທີມອບ-ຮັບ ແລະເປີດນຳໃຊ້ເສັ້ນທາງ ຂອງໂຄງການກໍ່ສ້າງພື້ນຖານໂຄງລ່າງ ທາງຊົນນະບົດ ໄລຍະ6 ຢູ່ເມືອງສະໜ້ວຍ ເເຂວງ ສາລະວັນ

2019-08-21 - Administrator

ເລີ່ມແຕ່ປີ 1994 ປະເທດເຢຍລະມັນ ໄດ້ສະໜັບສະໜູນທືນຊ່ວຍເຫຼືອລ້າ ສຳລັບການກໍ່ສ້າງປັບປຸງເສັ້ນທາງຫລາຍກວ່າ 1,260 ກິໂລແມັດ ລວມທັງ ຂົວຂ້າມນໍ້າຕະຫຼາດບ່ອນລໍຖ້າລົດເມ ເເລະ ທ່າເຮືອ ໃນເຂດພື້ນທີ່ຊົນນະບົດຂອງປະເທດລາວ. ໃນຫຼາຍໆດ້ານ, ພື້ນຖານໂຄງລ່າງນີ້ ໄດ້ຊ່ວຍປັບປຸງຊີວິດການເປັນຢູ່ຂອງປະຊາ ຊົນໃນເຂດຊົນນະບົດໄດ້ເປັນຢ່າງດີ. ບັນດາເມືອງຕ່າງໆຂອງເມືອງ ສະໝ້ວຍ ເເລະ ຕາໂອ້ຍ ແມ່ນຖືວ່າເປັນເມືອງທີ່ທຸກຍາກທີ່ສຸດຂອງປະເທດລາວເນື່ອງຈາກພື້ນທີ່ ຕັ້ງຢູ່ໃນເຂດພາກຕາເວັນອອກ ຂອງແຂວງ ສາລະວັນ ເປັນເຂດທີ່ຫ່າງໄກສອກຫລີກ ແລະ ມີພູສູງ. ຄວາມໜາແໜ້ນຂອງປະຊາກອນ ແລະ ເສັ້ນທາງ ແມ່ນຍັງຢູ່ລະດັບຕໍ່າຫຼາຍການຄົມມະນາຄົມຂົນສົ່ງ ແລະ ການສື່ສານ ເເມ່ນຍັງຂາດເຂີນ ເເລະ ເປັນບັນຫາຫຼັກ.

ໂຄງການກໍ່ສ້າງພື້ນຖານໂຄງລ່າງ ທາງຊົນນະບົດ ໄລຍະ6 ໄດ້ເລີ່ມຈັດຕັ້ງປະຕິບັດໃນປີ 2015 ແລະ ໄດ້ສ້າງສຳເລັດເມື່ອໄວໆມານີ້. ໂດຍລວມແລ້ວເສັ້ນທາງຊົນນະບົດ ໄດ້ຮັບການບູລະນະ ແລະ ປັບປຸງໃນເມືອງ ສະໝ້ວຍ ເເລະ ຕາໂອ້ຍ ທັງໝົດເເມ່ນ 122,1 ກິໂລເເມັດ, ຊື່ງການກໍ່ສ້າງ ເເມ່ນຄໍານື່ງເປັນພິເສດເຖິງຜົນກະທົບຈາກການປ່ຽນແປງດິນຟ້າອາກາດ. ຕະຫຼາດເມືອງຕະໂອ້ຍກໍ່ໄດ້ຮັບການປັບປຸງດີຂື້ນ. ນອກຈາກນີ້ໂຄງການດັ່ງກ່າວໄດ້ສະໜອງງົບປະມານໃນການ ບຳລຸງຮັກສາເສັ້ນທາງຊົນນະບົດໃນແຂວງບໍ່ແກ້ວອຸດົມໄຊແລະ ແຂວງຫລວງນໍ້າທາ, ຊື່ງເໜັ້ນໃສ່ ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດລວມໄລຍະທາງ ເເມ່ນ 282 ກິໂລເເມັດ ແລະ ພ້ອມກັນນັ້ນ ກໍ່ໄດ້ສະໜັບສະໜູນ ການເພີ່ມຂີດຄວາມສາມາດ ການຝຶກອົບຮົມດ້ານວິຊາການ ສຳລັບ ພະນັກງານຂອງ ຍທຂ ຂັ້ນ ເມືອງ, ເເຂວງ, ເເລະ ກະຊວງ ເພື່ອຍົກລະດັບ ເຂົາເຈົ້າໃນການຈັດຕັ້ງປະຕິບັດວຽກງານ.

ຫລັງຈາກຜົນສຳເລັດຂອງການຈັດຕັ້ງປະຕິບັດກໍ່ສ້າງທາງໃນວັນທີ 19 ເດືອນສິງຫາ 2019 ກໍ່ໄດ້ມີພິທີມອບ-ຮັບ ແລະ ເປີດນຳໃຊ້ເສັ້ນທາງ ຈາກຕົວເມືອງສະໝ້ວຍ ເຖິງ ບ້ານ ອາໂສກ ທີ່ມີຄວາມຍາວ 42.4 ກິໂລແມັດ. ໂດຍການເປັນກຽດເປີດພິທີໂດຍທ່ານ ສີສຸວັນ ວົງຈອມສີເຈົ້າແຂວງສາລະວັນທ່ານ ປອ ກິແກ້ວ ຈັນທະບູລີຮອງລັດຖະມົນຕີ ກະຊວງເເຜນການເເລະການລົງທຶນ ແລະ ທ່ານ ເຢນສ ລຸກເຄີນເຮມ, ເອກອັກຄະລັດຖະທູດ ເເຫ່ງ ສສ ເຢຍລະມັນ ປະຈຳລາວພ້ອມກັບ ທ່ານ ເເພງ ດວງເງີນ, ຫົວໜ້າກົມຂົວທາງ, ກະຊວງ ໂຍທາທິການ ເເລະ ຂົນສົ່ງ, ເເລະ ບັນດາເເຂກ ຜູ້ຕາງໜ້າຈາກ ທະນາຄານພັດທະນາເຢຍລະມັນ,ກະຊວງເເຜນການເເລະການລົງທຶນ, ກະຊວງ ໂຍທາທິການ ເເລະ ຂົນສົ່ງ ແລະ ອຳນາດການປົກຄອງແຂວງ.

ທາງຊົນນະບົດເສັ້ນນີ້ໄດ້ຮັບການກໍ່ສ້າງ ມີການປູຢາງເຕັມຮູບແບບ ເປັນສ່ວນໜຶ່ງຂອງຕາໜ່າງເສັ້ນທາງ ເພື່ອເຊື່ອມຕໍ່ກຸ່ມບ້ານຂອງ ໝູ່ບ້ານອາໂສກ ແລະ ບ້ານອື່ນໆອີກ, ທັງໝົດມີ 29 ໝູ່ບ້ານເລາະຕາມເສັ້ນທາງ ເຊິ່ງ ປະຊາກອນທັງໝົດ ປະມານ 7,200 ຄົນ ໄດ້ຮັບຜົນປະໂຫຍດ ໃນການນຳໃຊ້ເສັ້ນທາງດັ່ງກ່າວ. ຍິ່ງໄປກວ່ານັ້ນເສັ້ນທາງດັ່ງກ່າວ ເຮັດໃຫ້ ປະຊາຊົນ ມີຄວາມສະດວກໃນການເດີນທາງເຂົ້າເຖິງເຂດຕົວເມືອງ ແລະ ສິ່ງອຳນວຍຄວາມສະດວກ ອື່ນໆ ລວມທັງໂຮງຮຽນຕະຫລາດສຸກສາລາ ແລະ ອື່ນໆ.

ທ່ານ ສີສຸວັນ ວົງຈອມ, ເຈົ້າແຂວງສາລະວັນ ໃຫ້ກຽດຮັບເອົາການຊ່ວຍເຫຼືອທີ່ເປັນປະໂຫຍດທີ່ສຸດ ຈາກລັດຖະ ບານເຢຍລະມັນ. ເມື່ອມີເສັ້ນທາງດີ ການເຂົ້າເຖິງທີ່ດີປະຊາຊົນຢູ່ທີ່ນີ້ ສາມາດເຊື່ອມຕໍ່ກັບຕົວເມືອງສິ່ງອຳນວຍຄວາມສະດວກ ແລະ ມີການຄ້າຂາຍຕະຫຼອດປີ. ທ່ານເຈົ້າເເຂວງ ເຊື່ອວ່າໃນຊຸມປີຕໍ່ໜ້າ ການພັດທະນາເມືອງສະໝ້ວຍ ແລະເມືອງ ຕະໂອ້ຍ ຈະສະແດງໃຫ້ເຫັນຜົນກະທົບອັນພົ້ນເດັ່ນໂດຍສະເພາະເເມ່ນການຫຼຸດຜ່ອນຄວາມທຸກຍາກ.

ຕາງໜ້າລັດຖະບານເຢຍລະມັນທ່ານເອກອັກຄະລັດຖະທູດ ໄດ້ເຫັນວ່າ ການລົງທືນນີ້ໄດ້ປະກອບສ່ວນປັບປຸງຊີວິດການເປັນຢູ່ດ້ານເສດຖະກິດ - ສັງຄົມ ຂອງປະຊາຊົນ ໃນເຂດຊົນນະບົດ ໃນຂົງເຂດໂຄງການ. ດ້ວຍຜົນສຳເລັດຂອງໂຄງການຊາວບ້ານສາມາດຫຼຸດຜ່ອນເວລາເດີນທາງໄປຕະຫຼາດໂຮງຮຽນການບໍລິການດ້ານສຸຂະພາບ ແລະ ສິ່ງອຳນວຍຄວາມສະດວກອື່ນໆຢູ່ໃນຕົວເມືອງ ພ້ອມທັງຊ່ວຍໃຫ້ມີໂອກາດການຈ້າງງານ ຫາວຽກເຮັດງານທຳ. ປະຈຸບັນລັດຖະບານເຢຍລະມັນ ໃຫ້ທືນຊ່ວຍເຫລືອລ້າເພີ່ມ ສຳລັບໂຄງການພື້ນຖານໂຄງລ່າງທາງຊົນນະບົດໂດຍສະເພາະການກໍ່ສ້າງເສັ້ນທາງຢູ່ ແຂວງສະຫວັນນະເຂດຄຳມ່ວນແລະ ອັດຕະປື.

ຈຸດປະສົງຂອງໂຄງການກໍ່ສ້າງພື້ນຖານໂຄງລ່າງທາງຊົນນະບົດໄລຍະ6 ແມ່ນເພື່ອພັດທະນາພື້ນທີ່ເຂດຊົນນະບົດ ໂດຍການຂະຫຍາຍ ແລະ ຍົກລະດັບພື້ນຖານໂຄງລ່າງເສັ້ນທາງຊົນນະບົດ ໃຫ້ໄປມາສະດວກຕະຫຼອດປີ ເພື່ອເຊື່ອມຕໍ່ເຖີງເສັ້ນທາງ ຂອງແຂວງ ແລະ ເສັ້ນທາງຫຼວງ, ຊື່ງຈະຊ່ວຍປັບປຸງການ ເຂດພື້ນທີ່ທຸກຍາກ ໃຫ້ສາມາດເຂົ້າເຖິງ ຕະຫຼາດ, ໂຮງຮຽນ, ສຸກສາລາ ເເລະ ການບໍລິການສາທາລະນະຕ່າງໆ. ໂຄງການແມ່ນແນ່ໃສ່ເຂດພື້ນທີ່ຫ່າງໄກ ເເລະ ຄວາມທຸກຍາກຂອງປະຊາກອນ ລວມທັງຊົນເຜົ່າຢູ່ເຂດຫ່າງໄກສອກຫຼີກຂອງແຂວງເປົ້າໝາຍ.

ໂຄງການກໍ່ສ້າງພື້ນຖານໂຄງລ່າງທາງຊົນນະບົດໄລຍະ6  ໄດ້ຮັບທຶນຊ່ວຍເຫຼືອລ້າ ຈາກລັດຖະບານເຢຍລະມັນ ໂດຍຜ່ານ ທະນາຄານ ພັດທະນາເຢຍລະມັນ (KfW) ມີມູນຄ່າເຖິງ 16,8 ລ້ານ ເອີໂຣ, ໃນຂະນະດຽວກັນ ລັດຖະບານລາວ ໄດ້ປະກອບທຶນສົມທົບ ຈຳນວນ 3,0 ລ້ານ ເອີໂຣ.

ໂດຍລວມເເລ້ວ ນັບແຕ່ປີ 2003, ລັດຖະບານ ເຢຍລະມັນ ໄດ້ປະກອບສ່ວນທຶນຊ່ວຍເຫຼືອລ້າ ໃນການພັດທະນາກໍ່ສ້າງພື້ນຖານໂຄງລ່າງທາງຊົນນະບົດ ສູງເຖິງ 72,4 ລ້ານ ເອີໂຣ. ເເລະ ລັດຖະບານລາວປະກອບສ່ວນເທົ່າກັບ 7,9 ລ້ານເອີໂຣ.

---------------------------------

ທະນາຄານພັດທະນາເຢຍລະມັນ (KfW)  

KfW ໄດ້ຊ່ວຍເຫຼືອລັດຖະບານເຢຍລະມັນໃຫ້ບັນລຸເປົ້າຫມາຍກ່ຽວກັບນະໂຍບາຍການພັດທະນາ ແລະ ການຮ່ວມມືລະຫວ່າງປະເທດໃນໄລຍະ 50 ປີ. ພາລະບົດບາດຂອງ KfW ໃນດ້ານການຮ່ວມມືເຢຍລະມັນເພື່ອພັດທະ ນາ ແມ່ນເປັນທະນາຄານທີ່ມີປະສົບການແລະສະຖາບັນທີ່ມີຄວາມຊ່ຽວຊານດ້ານນະໂຍບາຍພັດທະນາ. ໃນນາມລັດຖະບານເຢຍລະມັນແລະສະຫະພັນເອີຣົບ (EU), KfW ສົ່ງເສີມແລະສະຫນັບສະຫນູນໂຄງການແລະໂຄງການ ທີ່ມີສ່ວນຮ່ວມຂອງຂະເເໜງການລັດໃນບັນດາປະເທດທີ່ພັດທະນາ ແລະ ປະເທດເສດຖະກິດເກີດໃຫ່ມ ຕັ້ງເເຕ່ແນວຄວາມຄິດ ແລະ ການດຳເນີນການປະຕິບັດ ຈົນໄປເຖີງການຕິດຕາມຄວາມສຳເລັດ. ໃນປີ 2018 ພວກເຮົາໄດ້ມອບເງິນປະມານ 8,7ຕື້ເອີໂຣໃນທົ່ວໂລກໃຫ້ກັບໂຄງການໃຫມ່.

ວຽກງານຂອງ KfW ໃນລາວ ແມ່ນສຸມໃສ່ສອງຂົງເຂດບູລິມະສິດ: ການພັດທະນາຊົນນະບົດແລະການຂະຫຍາຍຕົວທາງເສດຖະກິດແບບຍືນຍົງ. ທຶນການຊ່ວຍເຫຼືອຂອງ KfW ສໍາລັບບັນດາໂຄງການໃນປະເທດລາວແມ່ນອີງຕາມເງື່ອນໄຂຂອງກະຊວງການຮ່ວມມື ເສດຖະກິດ ແລະ ການພັດທະນາ ຂອງເຢຍລະມັນ (BMZ), ກະຊວງສິ່ງແວດລ້ອມ, ການອະນຸລັກທໍາມະຊາດແລະນິວເຄລັຽ (BMUB) ແລະ ສະຫະພາບເອີຣົບ.


About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250