Ministry News
ພິທີ ມອບ-ຮັບ ຍານພາຫະນະເພື່ອຮັບໃຊ້ວຽກງານໂຄສະນາ ເຜີຍແຜ່ ປູກຈິດສໍານຶກ ແລະ ການບັງຄັບໃຊ້ກົດໝາຍ ດ້ານຄວາມປອດໄພທາງຫຼວງ
ໃນຕອນບ່າຍຂອງວັນທີ 07 ເມສາ 2021 ກົມຂົນສົ່ງ ກະຊວງ ຍທຂ, ພ້ອມດ້ວຍກົມຕໍາຫຼວດຈາລະຈອນ ກະຊວງ ປກສ ໄດ້ມອບ-ຮັບ ຍານພາຫະນະ ເພື່ອຮັບໃຊ້ວຽກງານ ໂຄສະນາ, ເຜີຍແຜ່, ປູກຈິດສໍານຶກ ແລະ ການບັງຄັບໃຊ້ກົດໝາຍ ດ້ານຄວາມປອດໄພທາງຫຼວງ ໃຫ້ກັບສອງເມືອງຄື: ເມືອງໂພນໂຮງ ແຂວງວຽງຈັນ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ.
ໃຫ້ກຽດມອບເຄື່ອງໃນຄັ້ງນີ້ໂດຍ ທ່ານ ປອ ບຸນຕາ ອ່ອນນາວົງ ຫົວໜ້າກົມຂົນສົ່ງ ກະຊວງ ຍທຂ ແລະ ທ່ານ ພັອ ກົງສີ ສຸວັນນະຕູ້ມ ຫົວໜ້ສກົມຕໍາຫຼວດຈາລະຈອນ, ກະຊວງ ປກສ, ມອບໃຫ້ເຈົ້າໜ້າທີ່ຕໍາຫຼວດຈາລະຈອນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ແລະ ເຈົ້າໜ້າທີ່ເມືອງໂພນໂຮງ ແຂວງວຽງຈັນ, ເຄື່ອງທີ່ນໍາໄປມອບໃນຄັ້ງນີ້ມີ: ລົດບັນທຸກ Truck K/CAB 4x2 ຂັບເຂື່ອນ 2 ລໍ້ (ປະເພດລົດບັນທຸກ ຍີ່ຫໍ້ ຮຸນໄດ H-100), ຈໍານວນສອງຄັນ (ມອບໃຫ້ເມືອງລະຄັນ), ໝວກກັນກະທົບ 40 ໜ່ວຍ (ເມືອງລະ 20 ໜ່ວຍ), ເສື້ອຢືດ 100 ຜືນ (ເມືອງລະ 50 ຜືນ), ແຜ່ນພັບ, ເຈ້ຍໂຄສະນາ, ປື້ມຄູ່ມືການໃຊ້ກົດຈາລະຈອນ, ລວມມູນຄ່າປະມານ ເມືອງລະປະມານ 230 ກວ່າລ້ານກີບ, ລວມທັງໝົດ 460 ກວ່າກີບ.
![](/web/image/5604/cab%205.jpg?access_token=158b9af0-0d69-4358-b903-ff063722fc29)
ເພື່ອນຳໃຊ້ຍານພາຫະນະ ດັ່ງກ່າວ ໃນການຈັດຕັ້ງປະຕິວັດ ວຽກງານການລົງ ໂຄສະນາ ເຜີຍແຜ່, ປູກຈິດສຳນຶກ ແລະ ບັງຄັບໃຊ້ກົດໝາຍ ດ້ານຄວາມປອດໄພທາງຫຼວງ, ພາຍໃຕ້ໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງເລກທີ 13 ເໜືອ (ສີເກີດ-ໂພນໂຮງ), ພາຍໃຕ້ໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງ ເລກ 13 ເໜືອ (ສີເກີດ-ໂພນໂຮງ), ກົມຂົນສົ່ງ ໄດ້ຮັບງົບປະມານ ຈາກທະນາຄານໂລກ ຕາມສັນຍາກູ້ຢືມ ເລກທີ 6226-LA, ເລກທີໂຄງການ P163730, ໃນການຈັດຕັ້ງປະຕິບັດ 02 ໜ້າວຽກຫຼັກ ເຊັ່ນ: (1) ວ່າຈ້າງຊ່ຽວຊານທີ່ປຶກສາ ກວດສອບຄວາມປອດໄພຂອງເສັ້ນທາງເລກທີ 13 ເໜືອ (ສີເກີດ-ໂພນໂຮງ) ແລະ 13ໃຕ້ (ກມ 21-ກມ 346); (2) ໂຄສະນາ ເຜີຍແຜ່, ປູກຈິດສຳນຶກ ແລະ ບັງຄັບໃຊ້ກົດໝາຍ ດ້ານຄວາມປອດໄພທາງຫຼວງ, ພ້ອມດຽວກັນນັ້ນ ກໍ່ໄດ້ເຮັດວຽກຮ່ວມກັບ ຊ່ຽວຊານທີ່ປຶກສາ ຈາກທະນາຄານໂລກ Global Road Safety Facility (GRSF) ໃນການຈັດຕັ້ງປະຕິບັດບັນດາໜ້າວຽກສຳຄັນ ເຊັ່ນ: (1) ປະເມີນຜົນດ້ານນະໂຍບາຍ, ຄວາມອາດສາມາດ, ຊ່ອງຫວ່າງໃນການຈັດຕັ້ງປະຕິບັດ, ຝຶກອົບຮົມ ດ້ານຄວາມປອດໄພທາງຫຼວງ ແລະ ຄົ້ນຄ້ວາບັນດາປັດໄຈທີ່ກໍ່ໃຫ້ເກີດອຸບປະຕິເຫດ ຕາມເສັ້ນທາງໃນຕົວເມືອງ ນະຄອນຫຼວງວຽງຈັນ ເຊັ່ນ: ດື່ມແລ້ວຂັບ ແລະ ຄວາມໄວ; (2) ການນຳໃຊ້ລະບົບ ຂໍ້ມູນສຳລັບການປະເມີນຜົນ ເຫດການທີ່ເກີດຂຶ້ນ ຕາມເສັ້ນທາງ ແລະ ການລາຍງານ Data for Road Incident Visualization Evaluation and Reporting (DRIVER).
![](/web/image/5605/cab%204.jpg?access_token=7523559d-ea6f-41c3-b476-e1eeff92b053)
![](/web/image/5606/cab%202.jpg?access_token=b48fe1cd-c077-4d41-88c7-02a7e1576afb)
![](/web/image/5607/cab%206.jpg?access_token=0c902d07-56aa-4fc7-be50-75572da1a998)