Ministry News

ທ່ານຮອງລັດຖະມົນຕີ, ຫົວໜ້າຄະນະຄຸ້ມຄອງໂຄງການ ກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ຖະ­ແຫລງ​ຂ່າວ​ຄວາມ​ຄືບ​ໜ້າ​ຂອງ​ໂຄງການ

2018-12-13 - Administrator

ທ່ານ ລັດ­ຕະ­ນະ­ມະ­ນີ ຄູນ​ນີ​ວົງ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ, ຫົວ­ໜ້າ​ຄະ­ນະ​ຄຸ້ມ​ຄອງ​ໂຄງ­ການ​ກໍ່­ສ້າງ​ເສັ້ນ­ທາງ​ລົດ­ໄຟ​ລາວ-ຈີນ ໄດ້​ຖະ­ແຫລງ​ຂ່າວ​ກ່ຽວ​ກັບ​ຄວາມ​ຄືບ​ໜ້າ​ຂອງ​ໂຄງການ ​ກໍ່ສ້າງ​ເສັ້ນ­ທາງ​ລົດ­ໄຟ ​ລາວ-ຈີນ ວັນ​ທີ 12 ທັນ­ວາ 2018 ຢູ່​ກະ­ຊວງ ວ່າ: ນັບ​ແຕ່​ວັນ​ທີ 25 ທັນ­ວາ 2016 ໄດ້​ເລີ່ມ​ລົງ­ມື​ກໍ່­ສ້າງ​ເສັ້ນ­ທາງ​ລົດ­ໄຟ​ລາວ-ຈີນ ມາ​ຮອດ​ວັນ​ທີ 30 ເດືອນ​ພະ­ຈິກ 2018 ສາມາດ​ປະຕິ­ບັດ​ໂຄງ­ການ​ດັ່ງ­ກ່າວ ມີ​ຄວາມ​ຄືບ​ໜ້າ 46,5% ຂອງ​ວຽກ​ງານ​ກໍ່­ສ້າງ​ພື້ນ­ຖານ​ໂຄງ​ລ່າງ​ທາງ​ລົດ­ໄຟ ທຽບ­ໃສ່​ເດືອນ​ຜ່ານ​ມາ ເພີ່ມ​ຂຶ້ນ 3,19% ໜ້າ​ວຽກ​ລະ­ອຽດ​ໄດ້​ລົງ­ມື​ກໍ່­ສ້າງ​ໂຄງ­ການ 778 ຈຸດ​ກໍ່ສ້າງ ໃນ​ນີ້​ຊີ​ເຈາະ​ອຸ​ໂມງ 69 ອຸ­ມົງ ລວມ 193 ຈຸດ​ກໍ່­ສ້າງ ສາ­ມາດ​ຊີ​ເຈາະ​ໄດ້ 103.654 ແມັດ ເລີ່ມ​ລົງ­ມື​ກໍ່­ສ້າງ​ຂົວ 139 ແຫ່ງ ໃນ​ນີ້ ສ້າງ​ເສົາ​ຂົວ​ສຳ­ເລັດ 1.197 ເສົາ ຊີ​ເຈາະ​ເຂັມ​ເສົາ​ຂົວ​ລວມ​ຄວາມ​ຍາວ 205.863 ແມັດ ສ່ວນ​ວຽກ​ອຳ­ນວຍ​ຄວາມ​ສະ­ດວກ​ໃຫ້­ການ​ກໍ່­ສ້າງ ແມ່ນ​ໄດ້​ກໍ່­ສ້າງ​ເສັ້ນ­ທາງ ເພື່ອ​ເຂົ້າ​ຫາ​ສະ­ຖານ­ທີ່​ກໍ່­ສ້າງ​ໄດ້ 910 ກິ­ໂລ­ແມັດ ແລະ ຂົວ 4.098 ແມັດ ຕິດ​ຕັ້ງ​ສາຍ​ສົ່ງ​ໄຟ­ຟ້າ 860 ກິ­ໂລ­ແມັດ ຕິດ​ຕັ້ງ​ໝໍ້​ແປງ 258 ໜ່ວຍ ແລະ ສ້າງ​ລະ­ບົບ​ນ້ຳ​ປະ­ປາ​ໄດ້ 128 ກິ­ໂລ­ແມັດ.

    ສຳ­ລັບ​ການ​ຈ່າຍ​ຄ່າ​ຊົດ​ເຊີຍ​ໃຫ້​ປະ­ຊາ­ຊົນ ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ໂຄງ­ການ ໄດ້​ຈ່າຍ​ທົດ​ແທນ​ຄືນ​ຊັບ​ສິນ (ສິ່ງ​ປຸກ​ສ້າງ) ທີ່​ດິນ ແລະ ຜົນ­ລະ­ປູກ​ຂອງ​ປະ­ຊາ­ຊົນ​ທີ່​ໄດ້​ຮັບ​ຜົນ​ກະ­ທົບ ໃນ​ນີ້​ໄດ້​ຈ່າຍ​ຄ່າ​ຊົດ​ເຊີຍ​ໄປ​ແລ້ວ​ສາມ​ງວດ​ຄື: ງວດ​ທີ 1 ຈໍາ­ນວນ 56,5 ຕື້​ກີບ, ງວດ​ທີ 2 ຈໍານວນ 81,6 ຕື້​ກີບ, ງວດ​ທີ 3 ຈຳນວນ 82,9 ຕື້​ກີບ ແລະ ງວດ​ທີ 4 ກໍາລັງ​ຈະ​ຈ່າຍ​ໃນ​ອາ­ທິດ​ໜ້າ​ນີ້ ຈຳ­ນວນ 134 ຕື້​ກີບ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250