Ministry News

ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ

2018-12-20 - Administrator

ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດຕັ້ງຮັບຟັງປາຖະກະຖາເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ( ວັນທີ 20/1/1949-20/1/2019). ຂື້ນໃນວັນທີ 19 ທັນວາ 2018 ນີ້ ທີ່ຫ້ອງປະຊຸມໃຫຍ່ກະຊວງ ໂດຍການປາຖະກະຖາຂອງສະຫາຍ ພົນຈັດຕະວາ ສາຍສະໜອນ ສະຫລັບແສງ ຄະນະພັກກົມໃຫ່ຍການເມືອງ ກອງທັບ ຫົວໜ້າກົມໂຄສະນາອົບຮົບ ກົມໃຫ່ຍການເມືອງກອງທັບ, ເຂົ້າຮັບຟັງມີສະຫາຍ ລັດຕະນະມະນີ ຄູນນິວົງ ຮອງເລຂາຄະນະພັກ ຮອງລັດຖະມົນຕີ ກະຊວງ ຍທຂ ພ້ອມດ້ວຍຄະນະປະຈຳພັກກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ, ຫົວໜ້າກົມ, ຮອງກົມ, ພະນັກງານວິຊາການ, ຜູ້ອຳນວຍການລັດວິສາຫະກິດ ແລະ ສາມອົງການຈັດຕັ້ງອ້ອມຂ້າງກະຊວງເຂົ້າຮ່ວມ ຈຳນວນ 200 ກ່ວາສະຫາຍ.

ສະຫາຍ ພົນຈັດຕະວາ ສາຍສະໝອນ ສະຫລັບແສງ ໄດ້ຍົກໃຫ້ເຫັນຂະບວນການປະຕິບັດຕໍ່ກູ້ຊາດຂອງປະຊາຊົນ ບັນດາເຜົ່າຜູ້ຮັກຊາດ, ກອງທັບປະຊາຊົນລາວ ໄດ້ຮັບການສ້າງຕັ້ງຂື້ນໃນວັນທີ 20 ມັງກອນ 1949. ຜ່ານໄລຍະ ທາງແຫ່ງການສ້າງຕັ້ງສູ້ຮົບມີໄຊ ແລະ ການເຕີບໃຫ່ຍຂະຫຍາຍຕົວ ພາຍໃຕ້ການນຳພາອັນປີຊາສາມາດສະຫລາດ ສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ, ກອງທັບປະຊາຊົນລາວ ໄດ້ຜ່ານຜ່າອຸປະສັກນາໆປະການບໍ່ຈັກວ່າເທົ່າໃດ ແລະ ເຕັມໄປດ້ວຍຄວາມເສຍສະຫຼະອັນໃຫ່ຍຫຼວງໃນພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ ເຮັດສຳເລັດພາລະກຳປະ ຫວັດສາດທີ່ພັກ ແລະປະຊາຊົນ ມອບໝາຍ ໃຫ້ຢ່າງມີໄຊ, ສາມາດຕີເອົາຊະນະຈັກກະພັດລ່າເມືອງຝຣັ່ງ, ຈັກກະພັດ ອາເມລິກາຜູ້ຮຸກຮານພ້ອມດ້ວຍລູກແຫ່ຼງຕີນມືຂອງພວກເຂົາ, ປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ສະຖາປະນາເປັນ ປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ, ມາເຖິ່ງ ປັດຈຸບັນຍັງເປັນກຳລັງຫຼັກແຫຼ່ງໃນການປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ລະບອບໃໝ່ໄວ້ໄດ້ຢ່າງໝັ້ນ ຄົງ.

ໃນການປາຖະກະຖາຄັ້ງນີ້, ເພື່ອໃຫ້ສາມະຊິກພັກ, ພະນັກງານ-ລັດຖະກອນ ໃນທົ່ວກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ປະຫວັດສາດ ການກຳເນີດກອງທັບປະຊາຊົນລາວ, ຜົນງານໄຊຊະນະ ແລະ ການ ເຕີບໃຫ່ຍຂະຫຍາຍຕົວຂອງກອງທັບປະຊາຊົນລາວ ໃນແຕ່ລະໄລຍະ, ທາດແທ້ ແລະ ມູນເຊື້ອອັນສະຫງ່າອົງອາດ ໃນພາລະກິດຕໍ່ສູ້ປົກປັກຮັກສາ ແລະ ພັດທະນາປະເທດຊາດ.


About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250