Ministry News

ກອງປະຊຸມຄະນະຊີ້ນຳລວມໂຄງການສ້າງຄວາມອາດສາມາດຄຸ້ມຄອງ ນໍ້າເປື້ອນ ແລະ ຂີ້ເຫຍື້ອ ສໍາລັບສິ່ງແວດລ້ອມຕົວເມືອງ ນະຄອນຫຼວງວຽງຈັນ ແລະ ນະຄອນປາກເຊ ແຂວງຈຳປາສັກ

2021-02-19 - Viengkhone



ກອງປະຊຸມຄະນະຊີ້ນຳລວມໂຄງການສ້າງຄວາມອາດສາມາດຄຸ້ມຄອງ ນໍ້າເປື້ອນ ແລະ ຂີ້ເຫຍື້ອ ສໍາລັບສິ່ງແວດລ້ອມຕົວເມືອງ ນະຄອນຫຼວງວຽງຈັນ ແລະ ນະຄອນປາກເຊ ແຂວງຈຳປາສັກ ໄດ້ຈັດຂື້ນໃນວັນທີ 18 ກຸມພາ 2021 ທີ່ໂຮງແຮມ ຄຼາວພຣາຊາ ນະຄອນຫຼວງວຽງຈັນ, ໃຫ້ກຽດເປັນປະທານກອງປະຊຸມໂດຍ ທ່ານ ນາງ ວິໄລຄໍາ ໂພສາລາດ ຮອງລັດຖະມົນຕີກະຊວງ ຍທຂ, ທ່ານ ພູໂຂງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈຳປາສັກ, ມີຜູ້ຕາງໜ້າ KOICA ແລະ GGGI ປະຈໍາ ສປປ ລາວ, ຫົວໜ້າໂຄງການ, ຍທຂ ແຂວງຈໍາປາສັກ, ວິຊາການ, ກະຊວງອ້ອມຂ້າງທີ່ກ່ຽວຂ້ອງ ແລະ ແຂກທີ່ຖືກເຊີນເຂົ້້າຮ່ວມ.



ໂຄງການສ້າງຄວາມອາດສາມາດຄຸ້ມຄອງນໍ້າເປື້ອນ ແລະ ຂີ້ເຫຍື້ອ ສໍາລັບສິ່ງແວດລ້ອມຕົວເມືອງ ນະຄອນ ຫຼວງວຽງຈັນ ແລະ ນະຄອນປາກເຊ ແຂວງຈໍາປາສັກ, ໂດຍແມ່ນລັດຖະບານ ສ. ເກົາຫຼີ, ອົງການຮ່ວມມືສາກົນ (KOICA) ແລະ ສະຖາບັນເຕີບໂຕສີຂຽວ (GGGI)  ພາຍໃຕ້ກອບແຜນງານເຕີບໂຕສີຂຽວ ແລະ ເປັນການຜັນຂະ ຫຍາຍນະໂຍບາຍການພັດທະນາຂະແໜງການ ຕາມທິດສີຂຽວ ແລະ ຍືນຍົງ ຂອງ ສປປ ລາວ ທີ່ໃຫ້ການຊ່ວຍເຫຼືອແກ່ກະຊວງ ແຜນການ ແລະ ການລົງທຶນ, ໃນວັນທີ 8 ພະຈິກ 2018 ຫຼັງຈາກນັ້ນກະຊວງ ແຜນການ ແລະ ການລົງທຶນໄດ້ແຈ້ງ ແລະ ມອບໃຫ້ ກະຊວງ ໂຍທາທິການ ແລະ ຂົນສົ່ງ ເປັນຜູ້ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດ, ມູນຄ່າຂອງໂຄງການທັງໝົດ 6,78 ລ້ານ ໂດລາສະຫະລັດ, ໄລຍະການຈັດຕັ້ງປະຕິບັດແມ່ນເລີ່ມປີ 2019-2024 (ເປັນໄລຍະເວລາ 3 ປີ 9 ເດືອນ) ພຶ້ນທີ່ຂອງໂຄງການແມ່ນປະຕິບັດຢູ່ ນະຄອນຫຼວງວຽງຈັນ ແລະ ນະຄອນປາກເຊ ແຂວງຈຳປາສັກ ຊຶ່ງປະກອບມີ 3 ຜົນໄດ້ຮັບຫຼັກ:

1.       ປັບປຸງຄວາມອາດສາມາດໃຫ້ແກ່ກະຊວງໂຍທາທິການ ແລະ ຂົນສົ່ງ, ອົງການຈັດຕັ້ງທີ່ກ່ຽວຂ້ອງ ຢູ່ນະຄອນຫຼວງວຽງຈັນ ແລະ ນະຄອນປາກເຊ ເພື່ອຄຸ້ມຄອງ ແລະ ພັດທະນາເໃຫ້ກາຍເປັນຕົວເມືອງສີຂຽວ;

2.       ປັບປຸງການເຂົ້າເຖິງການເກັບມ້ຽນຂີ້ເຫຍື້ອ ແລະ ການຫັນເອົາຂີ້ເຫຍື້ອໃຫ້ກາຍເປັນຊັບພະຍາກອນ (ທຸລະກິດຂີ້ເຫຍື້ຶອ) ຢູ່ນະຄອນຫຼວງວຽງຈັນ;

3.       ຍຸດທະສາດ ສຳລັບການຈັດຕັ້ງປະຕິບັດການຄຸ້ມຄອງນໍ້າເປື້ອນ ແລະ ການພັດທະນາສິ່ງອຳນວຍຄວາມສະດວກການຄຸ້ມຄອງນໍ້າເປື້ອນ ຢູ່ນະຄອນປາກເຊ ແຂວງຈຳປາສັກ.





ເຖິງວ່າສະພາບການຂອງໂລກ ກໍ່ຄືພາກພຶ້ນ ແລະ ພາຍໃນປະເທດ ໄດ້ປະເຊີນກັບບັນຫາສິ່ງທີ່ທ້າທາຍ ກັບການແຜ່ລະບາດ ຂອງພະຍາດໂຄວິດ-19 ແຕ່ການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາ ແມ່ນຢູ່ໃນລະດັບດີພໍສົມຄວນ, ເນື່ອງຈາກວ່າ ຊ່ຽວຊານແມ່ນ ໄດ້ມາປະຈຳຢູ່ ສປປ ລາວ ເປັນສ່ວນຫຼາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ກໍ່ໄດ້ໃຫ້ຮ່ວມມືເປັນເປັນຢ່າງດີ ຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດ ມີຄວາມຄືບໜ້າ 48.55% ເມື່ອທຽບໃສ່ແຜນການຊ້າກວ່າ 7% ເປັນຕົ້ນ ການສ້າງ ແລະ ແຜນຈັດຕັ້ງປະຕິບັດ ຍຸດທະສາດ ຕົວເມືອງສີຂຽວ ຢູ່ນະຄອນຫຼວງວຽງຈັນ ເນື່ອງຈາກວ່າ ການປະສານງານ ວຽກງານຕົວເມືອງສີຂຽວ ບໍ່ທັນໄດ້ດີເທົ່າທີ່ຄວນ ແລະ ການຮັບຮອງ ທາງດ້ານເຕັກນິກ ເປັນຕົ້ນແມ່ນຈຸດເຊື່ອມຕໍ່ນ້ຳເປື້ອນຈາກຄົວເຮືອນ ໄປຫາຈຸດລະບົບບຳບັດນ້ຳເປື້ອນ ຍັງບໍ່ທັນໄດ້ເປັນເອກະພາບກັນ.



ກອງປະຊຸມຄັ້ງນີ້ ເປັນກອງປະຊຸມຄັ້ງປະຖົມມະລຶກ ເພື່ອໃຫ້ຜູ້ເຂົ້າຮ່ວມ ໄດ້ຮັບຮູ້ເນື້ອໃນຈິດໃຈ ຄວາມໝາຍຄວາມສຳຄັນຂອງໂຄງການ, ຜູ້ເຂົ້າຮ່ວມຈະໄດ້ຮັບຟັງການລາຍງານ ຂັ້ນຕອນການດໍາເນີນການຈັດຕັ້ງປະຕິບັດວຽກ ຂອງໂຄງການ ດັ່ງມີລາຍລະອຽດລຸ່ມນີ້:

1)       ສະພາບລວມ ແລະ ຄວາມເປັນມາ ຂອງໂຄງການ;

2)       ໂຄງຮ່າງ, ພາລະບົດບາດ ແລະ ຄວາມຮັບຜິດຊອບ ຂັ້ນສູນກາງ ແລະ ທ້ອງຖີ່ນ ຂອງໂຄງການ;

3)       ການຈັດຕັ້ງປະຕິບັດ ແຕ່ລະກິດຈະກຳ ຂອງໂຄງການ ;

4)       ຄວາມຄືບໜ້າການຈັດຕັ້ງປະຕີບັດໂຄງການ ປີ 2019 2020 ແລະ ແຜນວຽກໂຄງການປະຈໍາປີ 2021;

5)       ວຽກງານການຕິດຕາມ - ປະເມີນຜົນໂຄງການ.

ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ທົບທວນຄືນຕໍ່ກັບບົດ ແລະ ໄດ້ປະກອບຄຳຄິດຄຳເຫັນ, ແລກປ່ຽນບົດຮຽນ ໃນການຈັດຕັ້ງປະຕິບັດໂຄງການໃນທີ່ຜ່ານມາ.



About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250