Ministry News

ພິທີປາຖະກະຖາມູນເຊື້ອວັນສ້າງຕັ້ງ ສະຫະພັນກຳມະບານລາວຄົບຮອບ 65 ປີ ( 1 ກຸມພາ 1956-1 ກຸມພາ 2021)

2021-02-16 - Viengkhone



ໃນຕອນເຊົ້າຂອງວັນທີ 16 ກຸມພາ 2021 ໄດ້ຈັດພິທີປາຖະກະຖາມູນເຊື້ອວັນສ້າງຕັ້ງ ສະຫະພັນກຳມະບານລາວ ຄົບຮອບ 65 ປີ (1 ກຸມພາ 1956- 1 ກຸມພາ 2021) ທີ່ຫ້ອງປະຊຸມໃຫຍ່ຂອງກະຊວງ ຍທຂ, ໂດຍໃຫ້ກຽດເປັນປະທານກອງປະຊຸມ ພ້ອມທັງໃຫ້ກຽດຂື້ນເລົ່າມູນເຊື້ອໂດຍ ສະຫາຍ ລັນ ແສງອາພອນ ຮອງເລຂາຄະນະບໍລິຫານງານພັກ ກະຊວງ ຍທຂ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ມີບັນດາສະຫາຍຄະນະພັກບັນດາຮາກຖານ, ຜູ້ຊີ້ນຳນຳວຽກງານສາມອົງການຈັດຕັ້ງມະຫາຊົນ ຂັ້ນຮາກຖານ; ບັນດາສະຫາຍປະທານ, ຮອງປະທານ ແລະ ຄະນະບໍລິຫານງານສະຫະພັນກຳມະບານກະຊວງ; ບັນດາສະຫາຍປະທານ, ຮອງປະທານ ແລະ ຄະນະກຳມະບານຮາກຖານຂອງຫ້ອງການ, ກົມ, ກອງວິຊາການ, ສະຖາບັນ, ຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ, ລັດວິສາຫະກິດທີ່ຂຶ້ນກັບກະຊວງ  ແລະ ບັນດາສະຫາຍສະມາຊິກກຳມະບານອ້ອມຂ້າງກະຊວງກໍໄດ້ໃຫ້ກຽດເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.



ທ່ານປະທານ ໄດ້ຫວນຄືນມູນເຊື້ອການກຳເນີດ ແລະ ການລຸກຮືຂຶ້ນຕໍ່ສູ້ຢ່າງອົງອາດກ້າຫານບໍ່ຍອມຈຳນົນ ຂອງຊາວຜູ້ອອກແຮງານ ແລະ ປະຊາຊົນລາວບັນດາເຜົ່າ ວ່າ: ໃນທ້າຍສັດຕະຫວັດທີ 19 ພວກລ່າເມືອງຂຶ້ນຝຣັ່ງໄດ້ເຂົ້າມາຍຶດຄອງ 3 ປະເທດອິນດູຈີນ ແລະ ໄດ້ປຸ້ນສະດົມ, ເຂັ້ນຂ້າ ແລະ ກົດຂີ່ຂຸດຮີດຊາວຜູ້ອອກແຮງງານຢ່າງໂຫດຮ້າຍປ່າເຖື່ອນທີ່ສຸດ ຈົນມາຮອດວັນ​ທີ 3 ກຸມພາ 1930 ປະທານ ໂຮ່ຈິມິນ ໄດ້ສ້າງຕັ້ງພັກກອມມູນິດອິນດູຈີນຂຶ້ນ ເພື່ອນໍາພາຂະບວນການຕໍ່ສູ້ຂອງປະຊາຊົນຢູ່ອິນດູຈີນ ແລະ ໃນປີ 1934 ອົງຄະນະພັກແຄ້ວນລາວກໍ່ໄດ້ຮັບການສ້າງຕັ້ງຂຶ້ນ ຊຶ່ງ​ເປັນ​ບາດກ້າວ​ທຳ​ອິດ​ທີ່​ມີ​ການ​ປັບປຸງ, ຂະຫຍາຍ​ການຈັດ​ຕັ້ງ​ພັກ, ອົງການ​ຈັດ​ຕັ້ງ​ມະຫາຊົນ ຂະ​ບວນການ​ຕໍ່ສູ້​ກຳ​ເນີ​ດຂຶ້ນ​​ໃນ​ທົ່ວ​ປະ​ເທດ ​ແລະ ມາຮອດ​ວັນ​ທີ 22 ມີນາ 1955 ທີ່​ບ້ານນາ​ແມວ ​ເມືອງວຽງ​ໄຊ ​ແຂວງຫົວພັນ ພັກ​ປະຊາຊົນ​ລາວ ກໍ່ໄດ້ຮັບການສ້າງຕັ້ງຂຶ້ນ ​ໂດຍ​ແມ່ນ​ປະທານ​ ​ໄກສອນ ພົມວິຫານ ​ເປັນ​ເລຂາ​ຄະນະ​ຊີ້​ນຳ​ສູນ​ກາງພັກ, ​ເປັນ​ເລຂາ​ຄະນະ​ພັກ​ສູນ​ກາງ - ​ທັງ​ເປັນ​ຜູ້​ບັນຊາ​ການ​ສູງ​ສຸດ​ກຳລັງ​ປະກອບ​ອາວຸດ​ປະຊາຊົນ​ລາວ. ເພື່ອໂຄສະນາຂົນຂວາຍ, ເຕົ້າໂຮມກຳມະກອນ ໃຫ້ມີຄວາມຕື່ນຕົວທາງດ້ານຊົນຊັ້ນຢ່າງຈະແຈ້ງ, ເສີມຂະຫຍາຍປະຊາທິປະໄຕ, ສົ່ງເສີມການມີວຽກເຮັດງານທຳ ແລະ ເປັນຕົວແທນໃຫ້ແກ່ການປົກປ້ອງສິດຜົນປະໂຫຍດອັນຊອບທຳໃຫ້ແກ່ກຳມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າ ວັນທີ 1 ກຸມພາ 1956 ກົມການເມືອງສູນກາງພັກ ກໍ່ໄດ້ມີມະຕິຕົກລົງສ້າງຕັ້ງອົງການຈັດຕັ້ງກຳມະບານລາວຂຶ້ນຢ່າງເປັນທາງການຢູ່ເຂດທີ່ໜັ້ນ ແຂວງຫົວພັນ ໂດຍແມ່ນ ສະຫາຍ ສີສົມພອນ ລໍວັນໄຊ ເປັນຜູ້ຮັບຜິດຊອບ ພາຍໃຕ້ການຊີ້ນຳຂອງຄະນະນຳສູນກາງພັກ. ພາຍຫຼັງທີ່ອົງການຈັດຕັ້ງກຳມະບານໄດ້ຮັບການສ້າງຕັ້ງຂຶ້ນ ກໍ່ໄດ້ກາຍເປັນກຳລັງຫຼວງປະກອບສ່ວນຢ່າງສົມກຽດ ເຂົ້າໃນການຕໍ່ສູ້ກູ້ຊາດແຕ່ລະໄລຍະ ຈົນສາມາດຍາດໄດ້ໄຊຊະນະ ແລະ ປົດປ່ອຍປະເທດຊາດໄດ້ ໃນວັນທີ 2 ທັນວາ 1975. ຫຼັງຈາກນັ້ນ ອົງການຈັດຕັ້ງກຳມະບານ ກໍ່ໄດ້ປະຕິບັດໜ້າທີ່ການຜະລິດ, ສ້າງຄວາມເຂັ້ມແຂງກຸ້ມຕົນເອງທາງດ້ານເສດຖະກິດ, ປະຕິບັດໜ້າທີ່ການສູ້ຮົບ, ທັງປັບປຸງ, ກໍ່ສ້າງ ແລະ ຂະຫຍາຍການຈັດຕັ້ງຂອງຕົນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ກໍ່ຄືການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳໃຫ້ແກ່ສະມາຊິກກຳມະບານ ແລະ ຊາວຜູ້ອອກແຮງານລາວບັນດາເຜົ່າ.





ໃນໂອກາດນີ້ ທ່ານປະທານຍັງໃຫ້ກຽດເຜີຍແຜ່ຜົນສໍາເລັດ ຂອງກອງປະຊຸມໃຫຍ່ຜູ້ແທນສູນກາງ ສະຫະພັນກຳມະບານລາວ ທົ່ວປະເທດ ຄັ້ງທີ VIII ແລະ ຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນສະຫະພັນກະມະບານ ຂອງກະຊວງ ຍທຂ ຄັ້ງທີ VII, ເພື່ອເປັນການສະເຫຼີມສະຫຼອງ 65 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງກຳມະບານລາວ ໃຫ້ມີເນື້ອໃນ, ມີຄວາມໝາຍຄວາມສຳຄັນຢ່າງເລິກເຊິ່ງ, ກວ້າງຂວາງ ທົ່ວສະມາຊິກກຳມະບານ, ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າ, ເພື່ອໃຫ້ສະມະຊິກກຳມະບານ ຂອງກະຊວງ ຍທຂ, ກຳແໜ້ນວຽກງານກຳມະບານ ແລະປຸກລະດົມສຸກຍູ້ຊະບວນການຕໍ່ສູ້ຂອງມະຫາຊົນ ໃຫ້ມີຄວາມຟົດຟື້ນຢ່າງຕໍ່ເນື່ອງ.

 



About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250