Ministry News

ພິທີມອບ-ຮັບ ແລະ ເປີດການນຳໃຊ້ເສັ້ນທາງເລກທີ 2.6313 ແຕ່ ເຊບັງນວນ ຫາ ເມືອງທ່າປາງທອງ ແຂວງສະຫວັນນະເຂດ ຫາ ເມືອງຕຸ້ມລານ ແຂວງສາລະວັນ

2021-02-11 - Viengkhone




ໃນຕອນເຊົ້າຂອງວັນທີ 5 ກຸມພາ 2021 ທີ່ເມືອງທ່າປາງທອງ ແຂວງສະຫວັນນະເຂດ ໄດ້ຈັດພິທີມອບ-ຮັບ ແລະເປີດການນຳໃຊ້ເສັ້ນທາງຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງ ທ່ານ ປອ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ; ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງ ສະຫວັນນະເຂດ;  ທ່ານ ປອ ໂພໄຊ ໄຊຍະສອນ ເຈົ້າແຂວງສາລະວັນ, ມີບັນດາທ່ານເຈົ້າເມືອງອ້ອມຂ້າງ, ທ່ານຫົວໜ້າ-ຮອງຫົວໜ້າ ອຫອ້ງການ, ກົມ, ກອງ, ຫົວໜ້າ-ຮອງຫົວໜ້າພະແນກ ຍທຂ ແຂວງ, ຍທຂ ເມືອງ ແລະ ແຂກທີ່ຖືກເຊີນ.





ໂຄງການກໍ່ສ້າງທາງເລກທີ 2.6313 ແຕ່ເຊບັງນວນ-ທ່າປາງທອງ ແຂວງສະຫວັນນະເຂດ ຫາ ເມືອງຕຸ້ມລານ ແຂວງສາລະວັນ ເປັນອີກໂຄງການໜຶ່ງທີ່ມີຄວາມໝາຍຄວາມສຳຄັນຊຶ່ງບໍ່ສະເພາະແຕ່ທາງເຂົ້າເມືອງທ່າປາງທອງເທົ່ານັ້ນ, ແຕ່ຍັງເປັນເສັ້ນທາງເສື່ອມຕໍ່ຫາແຂວງສາລະວັນອີກດ້ວຍ ແລະ ເປັນໂຄງການສຳຄັນທາງດ້ານເສດຖະກິດ-ສັງຄົມ ໃນການຈັດຕັ້ງຜັນຂະຫຍາຍ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ເທື່ອທີ IX ຂອງລັດຖະບານເວົ້າລວມ ເວົ້າສະເພາະ ແມ່ນແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງສະຫວັນນະເຂດ ແລະ ແຂວງສາລະວັນ, ເພື່ອແນໃສ່ອຳນວຍຄວາມສະດວກ ໃຫ້ແກ່ການຂົນສົ່ງສິນຄ້າ ແລະ ໂດຍສານ; ການຊຸກຍູ້ສົ່ງເສີມການຜະລິດຈໍລະຈອນສິນຄ້າ, ສ້າງເງື່ອນໄຂອຳນວນຄວາມສະດວກໃຫ້ແກ່ການລົງທຶນ, ການຄ້າ, ການທ່ອງທ່ຽວ, ການບໍລິການຕ່າງໆ ຕະຫລອດຮອດການໄປມາຫາສູ່ ຂອງພໍ່ແມ່ປະຊາຊົນທີ່ຢູ່ລຽບຕາມເສັ້ນທາງ, ຊຶ່ງຈະຊ່ວຍເຮັດໃຫ້ຊີວິດການເປັນຢູ່ ຂອງພໍ່ແມ່ປະຊາຊົນບັນດາເຜົ່າໃນຂົງເຂດນີ້ ດີຂື້ນເທື່ອລະກ້າວ.

ການສູ້ຊົນຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໃຫ້ສຳເລັດຕາມແຜນການທີ່ກຳນົດໄວ້, ເຖິງຈະມີການແຜລະບາດຂອງພະຍາດ COVID-19 ໃນຊ້ວງປີສຸດທ້າຍຂອງການຈັດຕັ້ງປະຕິບັດໂຄງການກໍ່ຕາມ, ແຕ່ໂຄງການກໍ່ໄດ້ມີຄວາມພະຍາຍາມສູ້ຊົນຈັດຕັ້ງປະຕິບັດ ດ້ວຍຄວາມຮັບຜິດຊອບສູງ,  ຜົນສຳເລັດທັງໝົດນີ້ແມ່ນເກີດຈາກຄວາມຮັບຜິດຊອບສູງ ໃນການປະຕິບັດໜ້າທີ່ຂອງເຈົ້າຂອງໂຄງການ, ບໍລິສັດທີ່ປຶກສາ, ບໍລິສັດຮັບເໝົາກໍ່ສ້າງນໍລິນໂກ ແລະທຸກພາກສ່ວນທີ່ກ່ຽວຂ້ອງ ທີ່ໃຫ້ການສະໜັບສະໜູນ, ໂດຍສະເພາະແມ່ນປະຊາຊົນ, ອົງການປົກຄອງທ້ອງຖີ່ນແຂວງສະຫວັນນະເຂດ, ແຂວງສາລະວັນ ແລະ ການຈັດຕັ້ງທຸກພາກສ່ວນ ຊຶ່ງເຮັດໃຫ້ໂຄງການນີ້ມີຜົນສຳເລັດຢ່າງຈົບງານ.




ທ່ານ ວຽງວິໄລ ສຸລິນທອນ ຫົວໜ້າໂຄງການ ເນື່ອງໃນໂອກາດ ອັນສະງ່າລາສີນີ້ ຂ້າພະເຈົ້າ ມີຄວາມຮູ້ສຶກພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຮັບເປັນກຽດໂດຍຕາງໜ້າຄະນະຮັບຜິດຊອບໂຄງການ ຂື້ນລາຍງານກ່ຽວກັບຄວາມເປັນມາ ແລະ ການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງ ເລກທີ 2.6313 ແຕ່ ເຊບັງນວນ ຫາ ເມືອງທ່າປາງທອງ ຫາ ເມືອງຕຸ້ມລານ, ຊື່ງໂຄງການດັ່ງກ່າວໄດ້ຮັບການສ້າງຕັ້ງຂື້ນພາຍໃຕ້ການຕົກລົງຂອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ,  ຊື່ງປະກອບມີ: ຄະນະຮັບຜິດຊອບໂຄງການ ຈາກກະຊວງ ຍທຂ, ພະແນກ ຍທຂ ແຂວງສະຫວັນນະເຂດ ແລະ ຫ້ອງການ ຍທຂ ເມືອງກ່ຽວຂ້ອງ; ບໍລິສັດອາກຄີເນຍ ອາສໂຊຊີເອສ ເປັນທີ່ປຶກສາໂຄງການ; ບໍລິສັດນໍລິນໂກ ສປ ຈີນ ເປັນຜູ້ຮັບເໝົາກໍ່ສ້າງ; ຊຶ່ງປະກອບອມີບັນໜ້າວຽກດັ່ງນີ້: ກໍ່ສ້າງທາງປູຢາງ ມີລວງຍາວ 88,2 ກມ  ແລະ ກໍ່ສ້າງທາງເພີ່ມອີກ 02 ກມ; ຄວາມໄວຂອງການອອກແບບ 80 km/h; ນໍ້າໜັກຂອງການອອກແບບ 9,1ໂຕນ/ເພົາ; ໂດຍທົ່ວໄປໜ້າທາງລົດແລ່ນ ປູຢາງກ້ວາງ 7 ແມັດ, ສະເພາະທາງໃນເຂດເທດສະບານເມືອງທ່າປ່າງທອງ 3 ກິໂລແມັດ ມີໜ້າທາງລົດແລ່ນ ປູຢາງ ກ້ວາງ 9 ແມັດ ປະກອບ ດ້ວຍທາງຄົນຍ່າງ ແລະ ໄຟເຍືອງທາງ;  ວຽກກໍ່ສ້າງຂົວເບຕົງ 19 ແຫ່ງ ມີລວງຍາວ 470 ແມັດ ແລະ ວຽກກໍ່ສ້າງພື້ນຖານໂຄງລ່າງເມືອງທ່າປາງທອງ ປະກອບມີ: (ສ້າງສູນຝຶກອົບຮົມເຕັກນິກກະສິກໍາ ແລະ ສະໜອງລົດຂົນສົ່ງຂີ້ເຫຍື້ອ) ມີມູນຄ່າກໍ່ສ້າງທັງໝົດ 59.788.446 ໂດລາສະຫະລັດ ທີ່ໄດ້ຮັບການສະໜັບສະໜູນກູ້ຢືມທືນຈາກບໍລິສັດນໍລິນໂກ  ສປ ຈີນ ເປັນເວລາ 14 ປີ. ຊຶ່ງໄດ້ເຊັນສັນຍາຮັບເໝົາກໍ່ສ້າງ ໃນວັນທີ 03/05/2017, ມີໄລຍະເວລາກໍ່ສ້າງ 36 ເດືອນຊື່ງໄດ້ເລີ່ມລົງມືກໍ່ສ້າງວັນທີ 01/10/2017 ແລະ ສໍາເລັດໂດຍພື້ນຖານ ວັນທີ 01/10/2020.



ເສັ້ນທາງ ເລກທີ 2.6313 ແຕ່ ເຊບັງນວນ-ເມືອງທ່າປາງທອງ-ເມືອງຕຸ້ມລານ ໃນເມື່ອກ່ອນເປັນທາງດີນທໍາມະຊາດ ມີສະພາບເປ່ເພຊຸດໂຊມຫລາຍ ເປັນບວກເປັນຂຸມ ບາງບ່ອນກໍ່ຖືກນໍ້າກັດເຊາະຂາດ ເຮັດໃຫ້ການສັນຈອນໄປ-ມາ ຂອງປະຊາຊົນບັນດາເຜົ່າ ພົບຄວາມຫຍຸ້ງຍາກ ໃຊ້ເວລາການເດີນທາງຫລາຍຊົ່ວໂມງ ໂດຍສະເພາະໃນໄລຍະລະດູຝົນ, ສະນັ້ນ ພັກ-ລັດຖະບານ ກໍ່ຄືຄະນະນໍາຂອງກະຊວງໂຍທາທິການ ແລະ ຂົນສົ່ງ, ອໍານາດການປົກຄອງແຂວງ ເຫັນໄດ້ຄວາມສໍາຄັນຂອງວຽກງານຄົມມະນາຄົມຂົນສົ່ງທີ່ເປັນປາຍແຫລມ ແລະ ເປັນວຽກງານທີ່ຕິດພັນກັບການພັດທະນາເສດຖະກິດ-ສັງຄົມ, ເຮັດໃຫ້ປະຊາຊົນບັນດາເຜົ່າຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ, ຈື່ງໄດ້ຈັດຕັ້ງໂຄງການດັ່ງກ່າວ, ຫຼັງຈາກໄດ້ຮັບການກໍ່ສ້າງເປັນທາງປູຢາງສໍາເລັດ, ໄດ້ເຮັດໃຫ້ການສັນຈອນໄປ-ມາຂອງປະຊາຊົນບັນດາເຜົ່າ ມີຄວາມສະດວກ-ສະບາຍ ຫລາຍຂື້ນ, ທັງປະຢັດເວລາໃນການເດີນທາງ ແລະ ອີກດ້ານໜື່ງກໍ່ເປັນພື້ນຖານໃຫ້ແກ່ການພັດທະນາວຽກງານອື່ນໆ, ເຮັດໃຫ້ເມືອງທ່າປາງທອງມີໃບໜ້າໃໝ່ ແລະ ສະຫວ່າງສະໄຫວ ໂດຍສະເພາະໃນເວລາກາງຄືນ.

ຜ່ານການຈັດຕັ້ງປະຕິບັດໂຄງການກໍ່ສ້າງເສັ້ນທາງດັ່ງກາວ ເປັນເວລາ 36 ເດືອນ ຄະນະຮັບຜິດຊອບໂຄງການ, ທີ່ປຶກສາໂຄງການ ແລະ ບໍລິສັດຮັບເໝົາ ພ້ອມດ້ວຍພະນັກງານວິຊາການ, ກໍາມະກອນທັງໝົດ ກໍ່ໄດ້ເອົາໃຈໃສ່ສຸມເຫື່ອແຮງ, ສຸມທຸກຄວາມຮູ້ຄວາມສາມາດ ເຂົ້າໃນວຽກງານທີ່ຖືກມອບໝາຍ ຈົນຮອດປະຈຸບັນກໍ່ໄດ້ສໍາເລັດໂດຍພື້ນຖານ, ຊຶ່ງມີຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດ ດັ່ງນີ້: ໂຄງການດັ່ງກ່າວໄດ້ຮັບການຊີ້ນໍາໆ ພາ ແລະ ໄກ້ສິດຕິດແທດ ຈາກຄະນະນໍາກະຊວງ ຍທຂ ແລະ ອໍານາດການປົກຄອງແຂວງ ຢ່າງເປັນປະຈໍາ, ມີແຫລ່ງທືນອັນແນ່ນອນ ເພື່ອສະໜອງໃຫ້ແກ່ການກໍ່ສ້າງ, ໄດ້ຮັບການຮ່ວມມືຈາກອໍານາດການປົກຄອງທ້ອງຖີ່ນ, ພະແນກການກ່ຽວຂ້ອງ ຕະລອດຮອດປະຊາຊົນບັນດາເຜົ່າ ເປັນຢ່າງດີ. ແຕ່ກໍ່ປັດສະຈາກບໍ່ໄດ້ຂໍ້ຍຸ້ງຍາກໃນການຈັດຕັ້ງປະຕິບັດໂຄງການເປັນຕົ້ນ: ຈຸດທີ່ຕັ້ງຂອງໂຄງການແມ່ນຢູ່ເຂດຫ່າງໄກສອກລີກ; ການຊອກຫາວັດສະດຸທີ່ມີຄຸນນະພາບດີ ເປັນຕົ້ນແມ່ນ ຫີນ, ດິນ, ຊາຍ ທີ່ຈະມາກໍ່ສ້າງແມ່ນຫາຍາກຫລາຍ ຈໍາເປັນຕ້ອງໄດ້ຂົນສົ່ງມາຈາກບ່ອນອື່ນໆ ທີ່ຢູ່ຫ່າງໄກ; ໂຄງການໄດ້ຮັບຜົນກະທົບໂດຍກົງຈາກການແຜ່ລະບາດຂອງພະຍາດໂຄວິດ-19, ເນື່ອງຈາກວ່າເປັນໂຄງການຮ່ວມມື ລາວ-ຈີນ, ຊື່ງເຮັດໃຫ້ວິສະວະກອນ ແລະ ແຮງງານຕ່າງປະເທດ ບໍ່ສາມາດເຂົ້າມາປະຈໍາການ ຊື່ງເຮັດໃຫ້ການປະຕິ ບັດວຽກບາງຄັ້ງບໍ່ໄດ້ຕາມແຜນການ.
 

ໃນໂອກາດອັນສະຫງ່າລາສີ ທ່ານ ປອ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ  ໄດ້ປະກາດການນຳໃຊ້ເສັ້ນທາງເລກ 2.6313 ແຕ່ເຊບັ້ງນວນ ຫາ ເມືອງທ່າປາງທອງ ແຂວງສະຫວັນນະເຂດ ຫາ ເມືອງຕຸ້ມລານ ແຂວງສາລະວັນ ຢ່າງເປັນທາງການ ແລະ ເພື່ອເຮັດໃຫ້ການນຳໃຊ້ເສັ້ນທາງດັ່ງກ່າວໃຫ້ຍາວນານມີປະສິດທີຜົນສູງ  ໃນຕໍ່ໜ້າ. ສະນັ້ນຈິ່ງຂໍມອບເສັ້ນທາງດັ່ງກ່າວນີ້ໃຫ້ ອົງການປົກຄອງແຂວງ ສະຫວັນນະເຂດເປັນຜູ້ຄຸ້ມຄອງ ປົກປັກຮັກສາ ແລະ ນຳໃຊ້ຕໍ່ໄປ.



About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250