Ministry News

ກອງປະຊຸມຄັ້ງທີ່ I ຂອງຄະນະປະສານງານຂັ້ນສູງ (1st JCC Meeting)

2021-02-12 - Viengkhone

ກອງປະຊຸມຄັ້ງທີ່ I ຂອງຄະນະປະສານງານຂັ້ນສູງ (1st JCC Meeting) ຈັດຂື້ນໂດຍໂຄງການ ພັດທະນາຄວາມສາມາດໃນການຄຸ້ມຄອງ ແລະ ບຳ​ລຸງ​ຮັກ​ສາຂົວ (JICA-BMM Project).


            ໃນວັນທີ 05 ກຸມພາ 2021, ທີ່​ນະ​ຄອນ​ຫຼວງວຽງ​ຈັນ. ຕົວ​ແທນຈາກພະແນກຄຸ້​ມ​ຄອງ​ທາງ​ຫຼວງ, ພ້ອມ​ກັບໂຍ​ທາ​ທິ​ການ ແລະ ຂົ​ນ​ສົ່ງ ແຂວງວຽງ​ຈັນ, ແຂວງສະຫວັນນະເຂດ, ແຂວງຈຳປາສັກ ຮ່ວມກັບທີມ ຊ່ຽວຊານໄຈ​ກາ (JICA Experts) ໄດ້ປະ​ຊຸມ​ກັນ​ຢູ່ ກອງປະຊຸມຄັ້ງ​ທີ່ I ຂອງ​ຄະ​ນະ​ປະ​ສານ​ງານ​ຂັ້ນ​ສູງ(1st JCC Meeting) ຂອງໂຄງການພັດທະນາຄວາມສາມາດໃນການຄຸ້​ມ​ຄອງ  ແລະ ບຳ​ລຸງ​ຮັກ​ສາ​ຂົວ (JICA- BMM Project), ເພື່ອເປີດຕົວໂຄງການ 3 ປີຢ່າງເປັນທາງການ.


            ໃນ​ກອງ​ປະ​ຊຸມ ຮ່ວມເປັນປະທານໂດຍ ທ່ານນາງ ​ອາ​ກິ​ໂກ ຊານ​ນາ​ດາ (Akiko SANADA), ຜູ້ຕາງໜ້າ ອາວຸໂສ ຈາກໄຈ​ກາ (JICA) ແລະ ທ່ານ ​ລິດ​ຕາ ຂັດ​ທິ​ຍະ, ຫົວໜ້າກົມ, ພະ​ແນກ​ຄຸ້​ມ​ຄອງ​ທາງ​ຫວຼງ, ກະ​ຊວງ​ໂຍ​ທາ​ທິ​ການ ແລະ ຂົນ​ສົ່ງ, ກ​ອງ​ປະ​ຊຸມ​ຄັ້ງ​ທີ I ຂອ​ງ​ຄະ​ນະ​ປະ​ສານ​ງານ​ຂັ້ນ​ສູງ (1st JCC Meeting) ຂອງໂຄງ​ການພັດທະ ນາຄວາມສາມາດໃນການຄຸ້​ມ​ຄອງ ແລະ ບຳ​ລຸງ​ຮັກ​ສາຂົວ (JICA- BMM Project) ໄດ້ຈັດຂື້ນເພື່ອປຶກສາຫາລືກ່ຽວ ກັບການ​ປະ​ຕິ​ບັດຕໍ່ໂຄງການ ແລະ ​ວິ​ທີ​ການໂດຍ​ລວມ, ພ້ອມທັງແລກປ່ຽນຄວາມຄິດເຫັນກ່ຽວກັບປະເດັນຫຼັກໆ ທີ່ເກີດຂື້ນ ຫຼື ພົວ​ພັນກັບໂຄງການ.




            ຈຸດປະສົງໂດຍລວມຂອງໂຄງ​ການພັດທະນາຄວາມສາມາດໃນການຄຸ້​ມ​ຄອງ ແລະ ບຳ​ລຸງ​ຮັກ​ສາຂົວ (JICA- BMM Project)ເພື່ອ: ປັບປຸງຄວາມອາດສາມາດໃນການຄຸ້ມຄອງ ແລະ ບຳລຸງຮັກສາຂົວຂອງບັນດາອົງ ການຄູ່ຮ່ວມງານ ແລະ ຊ່ຽວຊານໄຈກາ (JICA Experts) ເຮັດວຽກຮ່ວມກັນເພື່ອເຮັດໃຫ້ສຳເລັດຕາມຜົນໄດ້ຮັບ ຂອງໂຄງການລວມທັງການປັບປຸງ (i)  ຄວາມສາມາດໃນການບົ່ງມະຕິ  ແລະ  ກວດກາຂົວ, (ii) ຄວາມສາມາດໃນ ການສ້ອມແປງ ແລະ ບຳລຸງຮັກສາຂົວ   (iii)  ຄວາມສາມາດໃນການວາງແຜນ ແລະ  ງົບປະມານຢ່າງເປັນລະບົບຜ່ານ ການດຳເນີນງານຂອງລະບົບການຄຸ້ມຄອງຂົວ.

            ໂຄງ​ການພັດທະນາຄວາມສາມາດໃນການຄຸ້​ມ​ຄອງ ແລະ ບຳ​ລຸງ​ຮັກ​ສາຂົວ (JICA-BMM Project)  ຍັງໄດ້​ໃຫ້​ຄວາມ​ສຳ​ຄັນ​ແກ່ ໂຄງການການຮ່ວມມືກັບ ພາກລັດ - ເອກະຊົນ-  ວິຊາການທັງໃນລາວ ແລະ  ຍີ່ປຸ່ນ,  ໂດຍຜ່ານການມີສ່ວນຮ່ວມຂອງ ຊ່ຽວຊານໄຈ​ກາ (JICA Experts) ເຊັ່ນ​ດຽວ​ກັນ​ກັບມະຫາວິທະຍາໄລແຫ່ງຊາດ ລາວ  (NUOL) ແລະ ມະຫາວິທະຍາໄລນາ​ກາ​ຊາ​ກິ (Nagasaki University)ໃນປະເທດຍີ່ປຸ່ນໃນຖານະເປັນຜູ້ ປະຕິ​ບັດຫລັກຂອງໂຄງການ .



ຫຼັງຈາກຊ່ຽວຊານໄຈກ້າ (JICA Experts) ໄດ້ນຳສະເໜີກ່ຽວກັບ ບົດລາຍງານເບື້ອງຕົ້ນ, ໄດ້ສົນທະນາ ສຸມໃສ່ການຮ່ວມມືລະຫວ່າງພາກລັດ- ເອກະຊົນ- ​ວິ​ຊາ​ການ. ທ່ານຮອງ ສາດສະດາຈານ ​ຄຳ​ປະ​ເສີດ ເທບ​ວົງ​ສາ​, ຜູ້ຕາງໜ້າ ຈາກ ຄະນະວິສະວະກຳສາດ, ມະຫາວິທະຍາໄລແຫ່ງຊາດລາວ (NUOL), ໄດ້ກ່າວຄຳຂອບໃຈຕໍ່ການຮ່ວມມືຂອງ ພາກລັດ - ເອກະຊົນ - ​ວິ​ຊາ​ການ ​ເພື່ອ​ສົ່ງ​ເສີມໃຫ້ວິສະວະກອນໜຸ່ມ​ໃຫ້ມີ​ສ່ວນ​ຮ່ວມໃນກິດຈະກຳຂອງໂຄງການ ແລະ ດັ່ງນັ້ນ ເພື່ອຄວາມຍືນຍົງຂອງຜົນໄດ້ຮັບຂອງໂຄງການ. ທ່ານນາງ ​ສາຍ​ຄຳ ທຳ​ມ​ະ​ໂນ​ສຸດ, ຮອງຫົວ​ໝ້າ ສະຖາບັນຝຶກອົບຮົມໂຍທາທິການ ແລະ ຂົນສົ່ງ (PTTI) ຍັງໄດ້ໃຫ້ຄວາມສຳຄັນຕໍ່ການເຄື່ອນໄຫວກິດຈະກຳຂອງ ໂຄງການ ແລະ ຜົນໄດ້ຮັບທົ່ວປະເທດລາວ ເຖີງຢ່າ​ງ​ໃດ​ກໍ່​ຕາມກໍ່​ເປັນຜົນສຳເລັດຂອງການຮ່ວມມືລະຫວ່າງ ພາກລັດ - ເອກະຊົນ - ວິ​ຊາ​ການ.

             ໃນ​ຂະ​ນະ​ທີ່​ມີການແຜ່ລະບາດຂອງໂຄວິດ (Covid- 19) ໃນທົ່ວໂລກ, ການສົນທະນາທີ່ມີຄວາມໝາຍ ເຫລົ່ານັ້ນ​ແມ່ນໄດ້ຈັດຜ່ານທາງອອນ​ລາຍ ໂດຍການເຊື່ອມຕໍ່ກັບ​ສຳ​ນັກ​ງານ​ໃຫ່​ຍ​ຂອງ​ໄຈ​ກາ(JICA-Head Quarter) ແລະ ຊ່ຽວຊານ​ໄຈ​ກາ (JICA Experts)ຢູ່ປະເທດຍີ່ປຸ່ນ ໃນຂະນະດງວ​ກັນ​ໃນ​ປະ​ເທດ​ຍີ່​ປຸ່ນ​ກໍ່​ໄດ້ປະຕິ ບັດມາດຕະການປ້ອງກັນທີ່ຈຳເປັນເຊັ່ນ: ການໃສ່ໜ້າກາກ ແລະ ການໃຊ້ເຈວ​ລ້າງມືຂ້າເຊື້ອ.






About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250