Ministry News

ກອງປະຊຸມສຳມະນາວຽກງານປະເມີນຂໍ້ແຂ່ງຂັນ 4 ບຸກຂອງຄະນະບໍລິຫານງານຊາວໜຸ່ມກະຊວງ ຍທຂ

2021-01-18 - Administrator

ໂດຍປະຕິບັດຕາມ ຂໍ້ຕົກລົງຂອງລັດຖະມົນຕີ ກະຊວງ ຍທຂ ສະບັບເລກທີ 29727/ຍທຂ ລົງວັນທີ 11/12/2020 ວ່າດ້ວຍການອະນຸມັດຈັດກອງປະຊຸມ ວຽກງານປະເມີນຂໍ້ແຂ່ງຂັນ 4 ບຸກ ຂອງຄະນະບໍລິຫານງານຊາວໜຸ່ມ ກະຊວງ ໂຍທາທິການ ແລະ ຂົນສົ່ງ ແລະ ບົດແນະນຳຂອງສູນກາງ ຊປປລ ສະບັບເລກທີ 421/ລຂ ລົງວັນທີ 28/07/2016 ວ່າດ້ວຍການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4ບຸກຂອງຊາວໜຸ່ມລາວ, ທາງຄະນະບໍລິຫານງານຊາວໜູ່ມກະຊວງ ຍທຂ ຈຶ່ງເຫັນດີເປັນເອກະພາບກັນຈັດ ກອງປະຊຸມສຳມະນາວຽກງານປະເມີນຂໍ້ແຂ່ງຂັນ 4 ບຸກຂອງຄະນະບໍລິຫານງານຊາວໜຸ່ມກະຊວງ ຍທຂ ຂື້ນໃນວັນທີ 13 ມັງກອນ 2021, ທີ່ຫ້ອງປະຊຸມໃຫຍ່ຂອງກະຊວງ ຍທຂ, ໂດຍການເປັນປະທານຂອງ ສະຫາຍ ບຸນມາ ຫຼວງບັນດິດ ເລຂາຊາວໜຸ່ມກະຊວງ ຍທຂ, ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ, ສະຫາຍ ມານຸ ເມືອງວົງ ຮອງຫົວໜ້າກົມກວດກາ, ສູນກາງຊາວໜຸ່ມ, ມີບັນດາ ຊາວໜຸ່ມຮາກຖານແຕ່ລະກົມ, ກອງ, ສະຖາບັນອ້ອມຂ້າງກະຊວງ ຍທຂ ເຂົ້າຮ່ວມຢ່າງພ້ອມພຽງ.





ດັ່ງທີ່ຮູ້ນໍາກັນແລ້ວວ່າ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ  ແມ່ນມີຄວາມສໍາຄັນເປັນການປຸກລະດົມທຸກກໍາລັງແຮງຂອງຊາວໜຸ່ມ ເຂົ້າໃນການປະຕິບັດ, ບັນດາແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດຂອງລັດເວົ້້າລວມ ເວົ້າສະເພາະແມ່ນການປະຕິບັດທິດທາງແຜນການຂອງຄະນະພັກຮາກຖານ, ຂອງໜ່ວຍພັກ, ຂອງກົມກອງ ໃຫ້ສໍາເລັດຕາມຄາດໝາຍ; ເຮັດໃຫ້ການຈັດຕັ້ງຊາວໜຸ່ມ ມີຄວາມເຂັ້ມແຂງໜັກແໜ້ນ, ມີຄວາມສາມັກຄີພາຍໃນແໜ້ນແຟ້ນ, ມີແບບແຜນວິທີເຮັດວຽກຖືກຕ້ອງ, ມີຂະບວນການຟົດຟື້ນ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ໃນຊາວໜຸ່ມ-ໄວໜຸ່ມ, ກອງປະຊຸມຄັ້ງນີ້ຈະພ້ອມກັນຄົ້ນຄວ້າ ແລະ ແລກປ່ຽນບົດຮຽນ ກ່ຽວກັບ ວຽກງານກວດກາ ແລະ ການສະຫລຸບຕີລາຄາປະເຜີນຜົນຂໍ້ແຂ່ງຂັນ 4 ບຸກຂອງ ຄຊປປລ, ຈະໄດ້ຮັບຮູ້ວ່າ ວຽກງານກວດກາຂອງຊາວໜຸ່ມ ມີວຽກຫຍັງແດ່, ຜູ້ເຮັດວຽກກວດກາ ມີໜ້າທີ່ຫຍັງແດ່, ຊຶ່ງຢູ່ໃນກົດລະບຽບຂອງ ຄຊປປລ ໝວດທີ VI ມາດຕາ 36 ກໍໄດ້ກໍານົດໄວ້ ແຕ່ຍັງເປັນສິດໜ້າທີອັນລວມ ແມ່ນຈະໄດ້ຮູ້ລະອຽດຂື້ນຕື່ມ, ພ້ອມກັນນີ້, ກໍຈະໄດ້ຮັບຮູ້ວິທີ, ຂັ້ນຕອນລະອຽດ ໃນການສະຫລູບຕີລາຄາປະເຜີນຜົນຂໍ້ແຂ່ງຂັນ 4 ບຸກ.







ເນື່ອງຈາກວ່າກອງປະຊຸມໃນຄັ້ງນີ້ ມີເນື້ອໃນສຳຄັນຫຼາຍ ດັ່ງທີ່ໄດ້ກ່າວມາຂ້າງເທິງນັ້ນ ດ້ວຍເວລາອັນຈຳກັດ ຈຶ່ງຮຽກຮ້ອງມາຍັງບັນດາສະຫາຍທັງໝົດທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ຈົ່ງເຊີດຊູ ແລະ ຍົກສູງຄວາມຮັບຜິດຊອບຂອງຕົນ ພ້ອມກັນຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ,  ມີເຫດມີຜົນຖືກກັບສະພາບຕົວຈິງການເຄື່ອນໄຫວວຽກງານຊາວໜຸ່ມຂອງຂະແໜງ ຍທຂ ໃຫ້ເກີດປະສິດທິຜົນສູງສຸດ, ໃນການປະຕິບັດຕົວຈິງຜ່ານມາມີບັນຫາໃດບໍ່ເຂົ້າໃຈ ກໍໃຫ້ຍົກມາສົນທະນານໍາອາຈານ ເພື່ອເຮັດໃຫ້ຄະນະກວດກາຊາວໜຸ່ມກະຊວງ ກໍຄືຜູ້ກວດກາຂອງໜ່ວຍຊາວໜຸ່ມຮາກຖານຮັບຮູ້, ເຂົ້າໃຈ ແລະ ສາມາດເຄື່ອນໄຫວວຽກງານກວດກາເປັນປົກກະຕິ ແລະ ສາມາດສະຫຼຸບຕີລາຄາປະເຜີນຜົນຂໍ້ແຂ່ງຂັນ 4 ບຸກຂອງຕົນໄດ້ທຸກໆປີ.



About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250