Ministry News

ກອງປະຊຸມຄະນະຊີ້ນຳໂຄງການປະຈໍາປີ 2020 ສໍາລັບໂຄງການຂະຫຍາຍນໍ້າສະອາດ ແລະ ໂພຊະນາການ

2020-12-21 - Administrator

ອງປະຊຸມຄະນະຊີ້ນໍາໂຄງການປະຈໍາປີ 2020 ສໍາລັບໂຄງການຂະຫຍາຍນໍ້າສະອາດ ແລະໂພຊະນາການ, ໄດ້ຈັດຂື້ນໃນວັນທີ 15 ທັນວາ 2020 ທີ່ໂຮງແຮມ ເສດຖາປຣັດ ໂດຍການເປັນປະທານ ຂອງທ່ານ ສົມປອງ ສິດທິວົງ ຫົວໜ້າກົມນໍ້າປະປາ; ທ່ານ  Baiba ZARINA ຮອງເລຂາ ທ່ານເອອັກຄະຣັດຖະທູດ ສະຫະພາບເອີຣົບປະຈໍາ ສປປ ລາວ; ທ່ານ Jan Wiegelmqnm ຫົວໜ້າຫ້ອງການຜູ້ຕາງໜ້າ ທະນາຄານພັດທະນາເຢຍລະມັນ (KfW) ປະຈຳ ສປປ ລາວ; ມີບັນດາທ່ານຮອງເຈົ້າແຂວງ, ແຂວງສະຫວັນນະເຂດ ແລະ ແຂວງຄໍາມ່ວນ, ບັນດາຜູ້ຕາງໜ້າຈາກກະຊວງການເງິນ, ກະຊວງ ແຜນການ ແລະການລົງທຶນ, ບັນດາກົມອ້ອມຂ້າງກະຊວງ ແລະບັນດາຫົວໜ່ວຍທຸລະກິດທີ່ກ່ຽວຂ້ອງເຂົ້າຮ່ວມ.






ສຳລັບໂຄງການຂະຫຍາຍໂຄງລ່າງນ້ຳສະອາດ ແລະ ໂພຊະນາການ Scaling up Nutrition and WASH Infrastructure Project (SUNWIP) ແມ່ນໂຄງການ SUNWIP ໄດ້ມີພິທີລົງນາມ ການສະໜອງທຶນຊ່ວຍເຫຼືອລ້າ ໃນເດືອນ ມີນາ 2018 ທີ່ ກະຊວງການເງິນ ແລະ ພິທີປະກາດການລິເລີ່ມໂຄງການຢ່າງເປັນທາງການ ໃນເດືອນ ພຶດສະພາ 2018 ທີ່ກະຊວງ ຍທຂ ແລະ ກອງປະຊຸມຄະນະຊີ້ນຳໂຄງການ ໄດ້ຈັດຂຶ້ນໃນທຸກໆປີ ຕັ້ງແຕ່ປີ 2018 ເປັນຕົ້ນມາ. ໂຄງການ SUNWIP ຈະປະກອບສ່ວນໂດຍກົງເຂົ້າໃນການບັນລຸເປົ້່າໝາຍ ຍຸດທະສາດແຫ່ງຊາດ ວ່າດ້ວຍໂພຊະນາການຂອງ ສປປ ລາວ ຮອດປີ 2025 ແລະ ແຜນປະຕິບັດງານ 2016-2020 ແລະ ຍັງຈະປະກອບສ່ວນເຂົ້າໃນການບັນລຸເປົ້າໝາຍແຫ່ງການພັດທະນາທີຍືນຍົງ SDG2 ທີ່ວ່າ “ຍຸດຕິຄວາມອຶດຫິວ, ບັນລຸໄດ້ການຄ້ຳປະກັນສະບຽງອາຫານ ແລະ ປັບປຸງໂພຊະນາການໃຫ້ດີຂື້ນ” ແລະ SDG6 “ຮັບປະກັນໃຫ້ທຸກຄົນໄດ້ເຂົ້າເຖີງການນຳໃຊ້ນ້ຳທີ່ສະອາດ ແລະ ສຸຂາພິບານ ທີສະອາດ ເເລະ ປອດໄພ”.


      ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອລາຍງານການຈັດຕັງປະຕິບັດໂຄງການ ໃນ 1 ປີຜ່ານມາ ຈົນຮອດປະຈຸບັນ ແລະ ແຜນການໃນຕໍ່ໜ້າໃນປີ 2021, ຊຶ່ງໂຄງການປະກອບມີ 3 ໜ້າວຽກຄື: 1) ແຜນວຽກກໍ່ສ້າງລະບົບນ້ຳປະປາ; 2) ແຜນການຈັດຕັ້ງປະຕິບັດວຽກປູກຈິດສຳນຶກດ້ານສຸກຂະອະນາໄມ ກ່ຽວກັບ (WASH) ແລະ 3) ແຜນວຽກສ້າງຄວາມເຂັ້ມແຂງ ໃຫ້ລັດວິສະຫະກິດນ້ຳປະປາແຂວງສະຫວັນນະເຂດ (capacity building). ນອກຈາກນີ້ຈະໄດ້ປຶກສາຫາລື ກ່ຽວກັບ ທິດທາງໃນການຈັດຕັ້ງປະຕິບັດໂຄງການ ໃນປີ 2021, ຄວາມເປັນໄປໄດ້ໃນການຕໍ່ເວລາໂຄງການ ແລະ ການນຳໃຊ້ງົບປະມານທີຍັງເຫຼືອຂອງໂຄງການ. ໂຄງການນີ້ຈະມີຜົນປະໂຫຍດຢ່າງຫຼວງຫຼາຍຫາກສາມາດຈັດຕັ້ງປະຕິບັດໄດ້ສຳເລັດ ກໍ່ຈະປະກອບສ່ວນໃຫ້ແກ່ປະຊາຊົນ ໃນ 4 ເມືອງຢູ່ແຂວງສະຫວັນນະເຂດ ແລະ 2 ເມືອງ ຢູ່ແຂວງຄຳມ່ວນ ສາມາດເຂົ້າເຖິງນໍ້າສະອາດ ແລະ ສຸຂາອະນາໄມທີດີ ຢ່າງຫນ້ອຍປະມານ 80,000 ຫາ 100,000 ຄົນ.




ກອງປະຊຸມຄະນະຊີ້ນຳໂຄງການ ປະຈຳປີ 2020 (Annual National Steering Committee Meeting) ສຳລັບໂຄງການຂະຫຍາຍໂຄງລ່າງນ້ຳສະອາດ ແລະ ໂພຊະນາການ Scaling up Nutrition and WASH Infrastructure Project (SUNWIP). ໄດ້ດຳເນີນມາເປັນເວລາ ໜຶ່ງວັນເຕັມ. ຊຶ່ງກອງປະຊຸມຄັ້ງນີ້ ບັນດາທ່ານຜູ້ເຂົ້າຮ່ວມກອງປະຊຸມ ໄດ້ສຸມໝົດທຸກສະຕິປັນຍາຂອງຕົນ ເຂົ້າໃນການຄົ້ນຄ້ວາ, ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ ບົນພື້ນຖານເຕັກ ນິກ ແລະ ລະບຽບຫຼັກການ.



About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250