Ministry News

ພິທີເຊັນສັນຍາໂຄງການກໍ່ສ້າງປັບປຸງ ແລະ ຂະຫຍາຍລະບົບນໍ້າປະປາ ແລະ ສຸຂະພິບານ ເມືອງປາກຊັນ ແຂວງ ບໍລິຄຳໄຊ

2020-12-29 - Administrator

ພິທີເຊັນສັນຍາໂຄງການກໍ່ສ້າງປັບປຸງ ແລະ ຂະຫຍາຍລະບົບນໍ້າປະປາ ແລະ ສຸຂະພິບານ (ວຽກປັບປຸງບໍ່ບາດານ, ໂຮງງານເກົ່າ, ວາງສາຍທໍ່ສົ່ງນໍ້າດີບ ແລະ ກໍ່ສ້າງອ່າງເກັບນໍ້າສູງ) ເມືອງປາກຊັນ ແຂວງບໍລິຄຳໄຊ, ໄດ້ຈັດຂຶ້ນໃນວັນທີ 25 ທັນວາ 2020 ທີ່ບໍລິສັດ DM ຈໍາກັດຜູ້ດຽວ ທີ່ບ້ານ ໂພນພະເນົາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງ ຍທຂ; ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງ ແຂວງບໍລິຄຳໄຊ; ທ່ານ ນາງ ວິໄລຄຳ ໂພສາລາດ ຮອງລັດຖະມົນຕີ ກະຊວງ ຍທຂ, ມີບັນດາທ່ານຫົວໜ້າກົມ, ຫ້ອງການ, ຮອງກົມ, ຫົວໜ້າພະແນກ ຍທຂ ແຂວງບໍລິຄຳໄຊ, ຫົວໜ້າໂຄງການ, ພະນັກງານວິຊາການ ເຂົ້າຮ່ວມເປັນສັກຂີພະຍານ.




ໂຄງການນໍ້າປະປາ ແລະ ສຸຂາພິບານ, ໄດ້ຮັບທືນກູ້ຢືມຈາກ ທະນາຄານອາຊີ (ADB Loan No.3041), ຈັດຕັ້ງປະຕິບັດໂດຍ ກະຊວງ ຍທຂ, ກົມນໍ້າປະປາ ເປັນຜູ້ຮັບຜິດຊອບ ກໍານົດເວລາໃນການຈັດຕັ້ງປະຕິບັດໂຄງການ 9 ຕຸລາ 2013-31 ມີນາ 2022, ເຊິ່ງໄດ້ເລີ່ມຕົ້ນຈັດຕັ້ງປະຕິບັດໂຄງການແຕ່ວັນທີ 9 ຕຸລາ 2013, ໂດຍມີຜົນສໍາເລັດລວມຍອດໃນປະຈຸບັນ 64.00% ຂອງແຜນລວມ ແລະ ຈະປິດສະຫຼຸບກິດຈະກໍາ, ບັນຊີທັງໝົດ ຮ່ວມກັບ ADB ສໍາເລັດໃນວັນທີ 31 ມີນາ 2022; ໂດຍແຫຼ່ງທຶນທີ່ໄດ້ມາມີ: ເງິນກູ້ຢືມຈາກ ADB Loan No 3041 ມູນຄ່າ 35,000,000 ໂດຣາສະຫາຣັດ; ເງິນສົມທົບຂອງລັດຖະບານ ສປປ ລາວ ມູນຄ່າ 5,380,000 ໂດຣາສະຫາຣັດ; ຜູ້ໄດ້ຮັບຜູ້ປະໂຫຍດປະກອບສ່ວນ 170,000 ໂດຣາສະຫາຣັດ; ລວມມູນຄ່າທັງໝົດ 40,550,000 ໂດຣາສະຫາຣັດ. ໂຄງການກໍ່ສ້າງ-ປັບປຸງ ແລະ ຂະຫຍາຍລະບົບນໍ້າປະປາ ເມືອງປາກຊັນ ແຂວງບໍລິຄຳໄຊ ໂດຍອີງຕາມສັນຍາເລກທີ WS-REHAB1 ວຽກກໍ່ສ້າງ-ປັບປຸງ ແລະ ຂະຫຍາຍລະບົບນໍ້າປະປາ ເມືອງປາກຊັນ ແຂວງບໍລິຄຳໄຊ ເຊິ່ງໄດ້ເລີ້ມປະກາດການປະມູນໃນວັນທີ 15 ກໍລະກົດ 2020 ແລະ ໄດ້ປິດຮັບຊອງປະມູນໃນວັນທີ 13 ສິງຫາ 2020.




ຫຼັງຈາກນັ້ນ, ກະຊວງ ຍທຂ ໄດ້ອອກຂໍ້ຕົກລົງອະນຸມັດຮັບຮອງເອົາຜົນການປະມູນໃນວັນທີ 21 ທັນວາ 2020; ມາຮອດວັນທີ 25 ທັນວາ 2020 ຈິ່ງໄດ້ລົງນາມໃນພິທີເຊັນສັນຍາຮ່ວມມືການກໍ່ສ້າງໂຄງການປັບປຸງ ແລະ ຂະຫຍາຍລະບົບນໍ້າປະປາ ແລະ ສຸຂະພິບານ ເມືອງປາກຊັນ ແຂວງ ບໍລິຄຳໄຊ, ຄາດວ່າຈະເລີ້ມລົງມືກໍ່ສ້າງໃນວັນທີ 15 ມັງກອນ 2021 ນີ້, ໂດຍຈະໃຊ້ໄລຍະເວລາການກໍ່ສ້າງ 12 ເດືອນ, ໃນມູນຄ່າການກໍ່ສ້າງທັງໝົດ 9,905,364,142 ກີບ (ລາຄານີ້ບໍ່ລວມພາສີນໍາເຂົ້າ ແລະ ອາກອນເຂົ້າວັດສະດຸກໍ່ສ້າງ) ແຕ່ລວມອາກອນມູນຄ່າເພີ່ມ VAT 10%. ໃນນັ້ນ ບໍລິສັດຮັບເໝົາການກໍ່ສ້າງແມ່ນ ກຸ່ມບໍລິສັດ ດີເອັມ ຈໍາກັດຜູ້ດຽວ ໂດຍຂອບເຂດໂຄງການແມ່ນ ຕັ້ງຢູ່ໃນເຂດເທດສະບານ ເມືອງປາກຊັນ ແຂວງບໍລິຄຳໄຊ; ໂຄງການດັ່ງກ່າວແມ່ນການປັບປຸງ ແລະ ຂະຫຍາຍລະບົບນໍ້າປະປາເກົ່າທີ່ມີແລ້ວ ໃຫ້ມີປະລິມານການຜະລິດທີ່ພຽງພໍ ເພື່ອບໍລິການໃຫ້ແກ່ປະຊາຊົນໃນເທດສະບານເມືອງປາກຊັນ ເຊິ່ງຈໍານວນບ້ານທີ່ຈະໄດ້ຮັບການບໍລິການ ແລະ ນຳໃຊ້ນໍາ້ປະປາມີ 16 ບ້ານ.


          ສໍາລັບໜ້າວຽກທີ່ຈະໄດ້ກໍ່ສ້າງປັບປຸງປະກອບມີບັນດາໜ້າວຽກດັ່ງນີ້: ປັບປຸງແຫຼ່ງນໍ້າເກົ່າ, ນໍ້າບາດານ ຈໍານວນ 10 ບໍ່ ຢູ່ເຂດ ບ້ານປາກຊັນໃຕ້; ໄດ້ມີການອອກແບບກໍ່ສ້າງອ່າງເກັບນໍ້າສະອາດ ຂະໜາດບັນຈຸ 650 ແມັດກ້ອນ ຢູ່ພາຍໃນບໍລິເວນໂຮງງານເກົ່າ; ມີການປ່ຽນຖ່າຍປໍ້າສູບນໍ້າ ແລະ ເພີ້ມເຕີມສາຍທໍ່ DN160 ຂຶ້ນອ່າງ 200 ແມັດກ້ອນ ຢູ່ບ້ານອະນຸໄຊ ແລະ ອ່າງເກັບນໍາ້ 500 ແມັດກ້ອນ ຢູ່ພາຍໃນບໍລິເວນໂຮງງານເກົ່າ ພ້ອມທັງສ້ອມແປງອ່າງເກັບນໍ້າເກົ່າທີ່ມີແລ້ວພາຍໃນບໍລິເວນໂຮງງານ ແລະ ກໍ່ສ້າງອ່າງເກັບນໍ້າສູງໃຫມ່ຂະໜາດບັນຈຸ 350 ແມັດກ້ອນ ຢູ່ບໍລິເວນ ໂຮງຮຽນ ບ້ານ ສີວິໄລ ພ້ອມທັງໄດ້ສະໜອງ ແລະ ຕິດຕັ້ງລະບົບ SCADA.


          ທັງໝົດນີ້ກໍ່ແມ່ນບັນດາໜ້າວຽກທີ່ຕ້ອງໄດ້ຈັດຕັ້ງປະຕິບັດໃນເອກະສານສັນຍາ ເພື່ອໃຫ້ສອດຄ່ອງກັບການນໍາໃຊ້ ນໍ້າ ເພື່ອຄວາມຢູ່ດີກິນດີຂອງປະຊາຊົນລາວບັນດາເຜົ່າ.



About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250