Ministry News

ພິທີເຊັນສັນຍາຢ່າງເປັນທາງການຂອງໂຄງການກໍ່ສ້າງລະບົບນໍ້າປະປາ ແລະ ສຸຂາພິບານ ເມືອງວຽງຄຳ ແຂວງຫຼວງພະບາງ

2020-12-31 - Administrator

ພິທີເຊັນສັນຍາ ຢ່າງເປັນທາງການຂອງໂຄງການກໍ່ສ້າງ ລະບົບນໍ້າປະປາ ແລະ ສຸຂາພິບານ ເມືອງວຽງຄຳ ແຂວງຫຼວງພະບາງ, ໄດ້ຈັດຂື້ນໃນວັນທີ 30 ທັນວາ 2020 ທີ່ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ນາງ ວິໄລຄຳ ໂພສາລາດ, ຮອງລັດຖະມົນຕີກະຊວງ ຍທຂ, ມີຫົວໜ້າກົມນໍ້າປະປາ, ທ່ານ ຫົວໜ້າພະແນກ ຍທຂ ແຂວງຫຼວງພະບາງ, ຫົວໜ້າກົມກວດກາ, ຫົວໜ້າກົມນິຕິກຳ, ຫ້ອງວ່າການປົກຄອງແຂວງ, ກະຊວງການເງິນ, ກະຊວງແຜນການ ແລະ ການລົງທືນ, ຫົວໜ້າບໍລິສັດທີ່ຮັບເໝົາການກໍ່ສ້າງ, ຫົວໜ້າໂຄງການ, ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.






ໂຄງການນໍ້າປະປາ ແລະ ສຸຂາພິບານ, ໄດ້ຮັບທືນຊ່ວຍເຫຼືອລ້າເພີ້ມ ຈາກທະນາຄານພັດທະນາອາຊີ ADB Grant 0604-Lao, ໃນການຈັດຕັ້ງປະຕິບັດແມ່ນກະຊວງ ຍທຂ, ກົມນໍ້າປະປາ ເປັນຜູ້ຮັບຜິດຊອບ, ຊຶ່ງຫ້ອງການຄະນະປະສານງານໂຄງການ ຈັດຕັ້ງປະຕິບັດກໍານົດເວລາ ໃນການຈັດຕັ້ງປະຕິບັດໂຄງການ ແມ່ນເລີ່ມແຕ່ວັນທີ 16 ຕຸລາ 2018 - 30 ກັນຍາ 2023 ມາຮອດປະຈຸບັນສາມາດປະຕິບັດວຽກສໍາເລັດລວມ 45.00 ຂອງແຜນການລວມ, ສໍາລັບມູນຄ່າຂອງສັນຍາເງິນຊ່ວຍເຫຼືອລ້າເພີ້ມທີ່ໄດ້ເຊັນຄັ້ງວັນທີ 16 ຕຸລາ 2018 ຈໍານວນ 35,930,000 ໂດຣາສະ ຫະຣັດ ມີລາຍລະອຽດດັ່ງນີ້: ເງິນກູ້ຢືມຈາກ ADB (ADB Grant 0604-Lao) 30,500.00 ໂດຣາສະຫາຣັດ, ເງິນສົມທົບຂອງລັດຖະບານ ສປປ ລາວ 3,380,000.00 ໂດຣາສະຫາຣັດ, ລັດວິສາຫະກິດນໍ້າປະປາແຂວງ 1.420,000.00 ໂດຣາສະຫາຣັດ, ຜູ້ໄດ້ຮັບຜົນປະໂຫຍດປະກອບສ່ວນ 630,000.00 ລວມທັງໝົດ 35,930,000.00 ໂດຣາສະຫາຣັດ.





ບັນດາກຸ່ມເປົ້າໝາຍຂອງໂຄງການຈັດຕັ້ງປະຕິບັດຢູ່ 4 ແຂວງ ໃນຈໍານວນ 6 ເມືອງຄື: ເມືອງຊໍາເໜືອແຂວງຫົວພັນ ກຳລັງກໍ່ສ້າງ, ເມືອງສົບເບົາ ແຂວງ ຫົວພັນ ກຳລັງກໍ່ສ້າງ, ເມືອງ ລະມາມ ແຂວງ ເຊກອງ ກໍາລັງກໍ່ສ້າງ, ເມືອງ ສາມັກຄີໄຊ ແຂວງ ອັດຕະປື ກໍາລັງກໍ່ສ້າງ, ເມືອງ ວຽງຄໍາ ແຂວງ ຫຼວງພະບາງ ໄດ້ຈັດພິທີເຊັນສັນຍາໃນວັນທີ 30 ທັນວາ 2020 ແລະ ເຂດຈຸດສຸມບ້ານພັດທະນານໍ້າຖ້ວມ ເມືອງ ນໍ້າບາກ ແຂວງ ຫຼວງພະບາງ ສໍາເລັດການເປີດຊອງປະມູນ, ກໍາລັງປະເມີນຜົນເອກະສານປະມູນ, ຄາດວ່າຈະໄດ້ເຊັນສັນຍາໃນໄຕມາດ 1 ປີ 2021.

          ສໍາລັບຂໍ້ມູນໂຄງການກໍ່ສ້າງລະບົບນໍ້າປະປາ ແລະ ສຸຂາພິບານ ເມືອງ ວຽງຄໍາ ແຂວງ ຫຼວງພະບາງ, ໃນການຈັດຕັ້ງປະຕິບັດໂຄງການ, ແຫຼ່ງທືນຂອງໂຄງການ ADB Grant 0604-Lao, ຊື່ສັນຍາເລກທີ WS-CW-40 ວຽກກໍ່ສ້າງລະບົບນໍ້າປະປາ ແລະ ສຸຂາພິບານ, ມື້ປະກາດປະມູນໂຄງການແມ່ນວັນທີ 07 ກັນຍາ 2020 ແມ່ນການ ເປີດປະມູນເປີດກວ້າງພາຍໃນ, ມື້ເປີດຊອງປະມູນແມ່ນວັນທີ 6 ຕຸລາ 2020, ກະຊວງ ຍທຂ ໄດ້ອະນຸມັດອອກຂໍ້ຕົກລົງຮັບຮອງເອົາຜົນການຕີລາຄາເອກະສານປະມູນ ແລະ ໃຫ້ເຊັນສັນຍາ ເລກທີ 31124/ຍທຂ, ລົງວັນທີ 29 ທັນວາ 2020, ມື້ເຊັນສັນຍາແມ່ນວັນທີ 30 ທັນວາ 2020, ຈະໄດ້ເລີ່ມລົງມືການກໍ່ສ້າງໃນວັນທີ 29 ມັງກອນ 2021, ຄາດຕະເນໃຫ້ສໍາເລັດ 100% ຕາມແຜນການແມ່ນວັນທີ 29 ກໍລະກົດ 2022, ມື້ສິ້ນສຸດໄລຍະຄໍ້າປະກັນ 1 ປີພາຍຫຼັງສໍາເລັດການກໍ່ສ້າງ, ກໍານົດເວລາການກໍ່ສ້າງທັງໝົດ 18 ເດືອນ, ມີມູນຄ່າການກໍ່ສ້າງທັງໝົດ 14,155,038,060 ກີບ (ໃນນີ້ບໍ່ລວມພາສີ-ອາກອນນໍາເຂົ້າ ແຕ່ລວມພາສີມູນຄ່າເພີ້ມ 10%), ສໍາລັບບໍລິສັດທີ່ຮັບ  ເໝົາການກໍ່ສ້າງແມ່ນບໍລິສັດ ສະເປັກໄອລາວ ຈໍາກັດຜູ້ດຽວ ແລະ ບໍລິສັດ ພາວເວີໄຊນາຄຸນມິງ ເອັນຈີເນຍຣິງ ຄັອບໂປເລເຊິນ ຈໍາກັດ.



ສໍາລັບຈໍານວນບ້ານເປົ້າໝາຍຂອງໂຄງການກໍ່ສ້າງມີທັງໝົດ 7 ບ້ານ, ມີປະຊາກອນທັງໝົດ 3528 ຄົນ, 681 ຄົວເຮືອນ, ກໍາກົດເອົາການຊົມໃຊ້ນໍ້າໃນໄລຍະເລີ້ມຕົ້ນປີ 2024 ແມ່ນ 80 ລິດ/ຄົນ/ວັນ, ຮອດປີ 2039 ປະມານ 86 ລິດ/ຄົນ/ວັນ, ກໍາລັງການຜະລິດຂອງໂຮງງານນໍ້າປະປາແມ່ນ 1,000 ແມັດກ້ອນ/ມື້, ໂຮງງານນໍ້າປະປາທີ່ສ້າງຂຶ້ນໃໝ່ເປັນໂຮງງານລະບົບຄົບຊຸດ, ເຮືອນປະສົມເຄມີ, ຫ້ອງທົດລອງ ແລະ ຫ້ອງການພາຍໃນໂຮງງານ, ມີອ່າງເກັບນໍ້າຈໍານວນ 1 ອ່າງ, ອ່າງເກັບນໍ້າສູງ 1 ອ່າງ, ທີ່ມີຂະໜາດບັນຈຸ 200 ແມັດກ້ອນ ຢູ່ບໍລິເວນໂຮງງານ, ຕິດຕັ້ງລະບົບ SCADA ປະກອບລະບົບການຄຸ້ມຄອງ ແລະ ບັນທຶກຂໍ້ມູນ ແລະ ປະກອບລະບົບກ້ອງວົງຈອນປິດ, ເພື່ອການຕິດຕາມຄວາມປອດໄພ, ໄດ້ມີການກໍ່ສ້າງຫ້ອງການບໍລິການໃໝ່ 1 ຫຼັງພ້ອມດ້ວຍສາງມ້ຽນເຄື່ອງ, ວາງລະບົບທໍ່ແມ່ປະເພດ HDPE ແລະ DIC ທີ່ມີຂະໜາດແຕ່ DN110-DN400 ທີ່ມີຄວາມຍາວທັງໝົດ ຂອງສາຍທໍ່ແມ່ນ 14,747 ແມັດ, ວາງລະບົບສາຍທໍ່ແຈກປະເພດ HDPE ທີ່ມີຂະໜາດ DN25- DN90 ທີ່ມີຄວາມຍາວທັງໝົດຂອງສາຍທໍ່ແມ່ນ 17,817 ແມັດ, ຕິດຕັ້ງໝໍ້ແທກນໍ້າຈໍານວນ 632 ໜ່ວຍ, ຕິດຕັ້ງກ໊ອກດັບເພີງຈໍານວນ 7 ຈຸດ, ຕິດຕັ້ງປະຕູລົມຈໍານວນ 31 ຈຸດ ແລະຕິດຕັ້ງປະຕູລະບາຍລົມຈໍານວນ 24ຈຸດ.



ໃນການກໍ່ສ້າງລະບົບນໍ້າປະປາ ແລະ ສຸຂາພິບານ ເມືອງວຽງຄໍາ ແຂວງຫຼວງພະບາງນີ້ ໄດ້ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງ ພັກ-ລັດຖະບານ ແຫ່ງ ສປປ ລາວ, ຍາມໃດກໍ່ເລັ່ງເຫັນຄວາມສໍາຄັນຂອງປະຊາຊົນ ໃນເຂດທ້ອງຖິ່ນທຸລະກັນດານ, ເພື່ອໃຫ້ປະຊາຊົນໄດ້ຊົມໃຊ້ນໍ້າທີ່ສະອາດ, ຖືກຫຼັກອານາໄມ ແລະ ເຮັດໃຫ້ປະຊາຊົນໄດ້ຢູ່ດີກິນດີຂື້ນ, ຊ່ວຍໃຫ້ປະຊາຊົນລຸດພົ້ນອອກຈາກຄວາມດ້ວຍພັດທະນາ.


About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250