Ministry News

ເຜີຍແຜ່ສອງກົດໝາຍສະບັບປັບປຸງ ແລະ ບັນດານິຕິກຳທີ່ກ່ຽວຂ້ອງ ຂອງຂະແໜງການ ຍທຂ

2018-12-27 - Administrator


ໂດຍປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີ ວ່າດ້ວຍການອະນຸມັດຈັດກອງປະຊຸມເຜີຍແຜ່ ກົດໝາຍວ່າດ້ວຍ ການ ຜັງເມືອງ (ສະບັບປັບປຸງ), ກົດໝາຍວ່າດ້ວຍການບິນພົນລະເຮືອນ (ສະບັບປັບປຸງ) ແລະບັນດານິຕິກຳທີ່ກ່ຽວຂ້ອງ ສະບັບເລກທີ 29603/ຍທຂ.ຫກ, ລົງວັນທີ 17 ທັນວັນ 2018, ກົມນິຕິກໍາໄດ້ຮ່ວມກັບກົມເຄຫາ-ຜັງເມືອງ ແລະ ກົມການບິນພົນລະເຮືອນ, ໄດ້ຈັດກອງປະຊຸມຂຶ້ນໃນວັນທີ 24-25 ທັນວາ 2018 ທີ່ທ່າລາດ ແຂວງວຽງຈັນ, ໂດຍການ ເປັນປະທານຂອງ ທ່ານ ດາວເຮືອງ ນັນທາວົງ, ຮອງເຈົ້າແຂວງແຂວງວຽງຈັນ ແລະ ສຈ ປອ ບຸນດຫຼື່ອມ ສີສຸລາດ, ຜູ້ຊ່ວຍລັດຖະມົນຕີ, ມີບັນດາແຂກເຂົ້າຮ່ວມຈາກກົມ, ກອງອ້ອມຂ້າງກະຊວງ ຍທຂ, ກະຊວງທີ່ກ່ຽວຂ້ອງທັງພາກລັດ ແລະພາກທຸລະກິດ ແລະຈາກບັນດາພະແນກການທີ່ກ່ຽວຂ້ອງ 5 ແຂວງພາກກາງ.


ໃນກອງປະຊຸມໄດ້ຮັບການເຜີຍແຜ່ໂດຍທ່ານ ສຈ ປອ ບຸນເຫຼື່ອມ ສີສຸລາດ, ຜູ້ຊ່ວຍລັດຖະມົນຕີ, ທ່ານ ສຈ ປອ ສົມພອນ ເດດອຸດົມ, ທີ່ປຶກສາລັດຖະມົນຕີ ແລະ ທ່ານ ບົວຂາວ ຂຸນພະຍາ ຮອງຫົວໜ້າກົມການບິນພົນລະເຮືອນ, ຕາມວາລະຂອງກອງປະຊຸມ, ໃນການບັນຍາຍໄດ້ອະທິບາຍແບບລວມໆ ແລະໄດ້ເນັ້ນເຖິງເນື້ອໃນບາງມາດຕະການ ທີ່ສຳຄັນຂອງກົດໝາຍ, ທີ່ຕິດພັນກັບບັນກາຂໍ້ຫຍຸ້ງຍາກທີ່ເກີດຂື້ນກັບສັງຄົມຂອງການຄຸ້ມຄອງວຽກກິດຈະການທີ່ ກ່ຽວຂ້ອງ, ພາຍຫຼັງໄດ້ຮັບຟັງການເຜີຍແຜ່ກົດໝາຍ ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໄດ້ມີການສົນທະນາແລກປ່ຽນ ບາງບັນຫາທີ່ຍັງຄ້າງຄາ ແລະຊ່ວຍກັນແຫ້ໄຂບັນຫາຢ່າງຫົງໄປກົງມາ.


ໃນຕອນທ້າຍຂອງກອງປະຊຸມ ທ່ານ ສຈ ປອ ບຸນເຫຼື່ອມ ສີສຸລາດ, ຜູ້ຊ່ວຍລັດຖະມົນຕີ ໄດ້ມີການສັງເກດຕີລາຄາ ລວມດ້ານດີ ແລະຂໍ້ຄົງຄ້າງດັ່ງນີ້: ດ້ານດີແມ່ນ ເຮັດໃຫ້ຜູ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ໄດ້ມີຄວາມຮັບຮູ້ ແລະເຂົ້າໃຈ ຫຼາຍຂຶ້ນພ້ອມທັງເປັນເຄື່ອງມື ແລະການສ້າງນິຕິກຳທີ່ກ່ຽວຂ້ອງຂອງຂະແໜງ ຍທຂ, ເປັນບ່ອນອີງໃນການຄຸ້ມຄອງ ກິດຈະການຜັງເມືອງ, ການບິນພົນລະເຮືອນ ແລະເຕັກນິກການສ້າງນິຕິກໍາ ໃຫ້ຖືກຕ້ອງຕ່ມຂັ້ນຕອນດ້ານວິຊາການ ແລະມາດຖານເຕັກນິກຂອງກະຊວງ ຍທຂ, ໃຫ້ສອດຄ່ອງກັບເຕັກນິກຂອງພາກພື້ນ ແລະສາກົນ ແລະບັນຂໍ້ຄົງຄ້າງ ແມ່ນສັງເກດເຫັນວ່າການຍົກບັນຫາສົນທະນາ ຄໍາຖາມ-ຕອບຂໍ້ຂ້ອງໃຈ ຂອງຜູ້ເຂົ້າຮ່ວມໃນກອງປະຊຸມຍັງບໍ່ທັນ ກວ້າງຂວາງເທົ່າທີ່ຄວນ.





About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250