Ministry News

ກອງປະຊຸມ ລິ່ເລີ່ມການຈັດຕັ້ງປະຕິບັດການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກແບບລະອຽດ ໂຄງການຄຸ້ມຄອງຍານພາຫະນະ ແລະ ການຂົນສົ່ງ ແບບຄົບວົງຈອນ

2020-11-30 - Administrator

 ກອງປະຊຸມ ລິ່ເລີ່ມການຈັດຕັ້ງປະຕິບັດການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກ ນິກແບບລະອຽດ ໂຄງການຄຸ້ມຄອງຍານພາຫະນະ ແລະ ການຂົນສົ່ງ ແບບຄົບວົງຈອນ ໃນຮູບແບບການລົງທືນຮ່ວມ ລະຫວ່າງພາກລັດ ແລະ ເອກະຊົນ (PPP) ໄດ້ຈັດຂື້ນທີ່ຫ້ອງປະຊຸມ ກຸ່ມບໍລິສັດຄໍາໄພຊະນະ, ໃນວັນທີ 27 ພະຈິກ 2020  ໂດຍການເປັນປະທານຂອງ ທ່ານ ວຽງສະຫວັດ ສີພັນດອນ ຮອງລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ, ຮອງຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາສະຫງົບ, ມີບັນທ່ານຫົວໜ້າກົມ, ຮອງຫົວ ໜ້າກົມຂົນສົ່ງ,  ຮອງພະແນກ ຈາກກະຊວງ ປ້ອງກັນຄວາມສະຫງົບ, ກະຊວງແຜນການ ແລະ ການລົງທືນ, ກະຊວງໄປສະນີໂທລະຄົມນາຄົມ ແລະ ການສື່ສານ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ກະຊວງການເງິນ, ທະນາຄານແຫ່ງ ສປປ ລາວ, ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ພະແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ, ຄະນະອໍານວຍການກຸ່ມບໍລິສັດຄໍາໄພຊະນະ ແລະ ບໍລິສັດ Hytera ການສື່ສານ ຈໍາກັດ ແລະ ພາກສ່ວນທີກ່ຽວຂ້ອງເຂົ້າຮ່ວມ.




  ກອງປະຊຸມດັ່ງກ່າວໄດ້ລິ່ເລີ່ມການຈັດຕັ້ງປະຕິບັດ ການສຶກສາຄວາມເປັນໄປໄດ້ທາງດ້ານເສດ ຖະກິດ-ເຕັກນິກແບບລະອຽດ ໂຄງການຄຸ້ມຄອງຍານພາຫະນະ ແລະ ການຂົນສົ່ງ ແບບຄົບວົງຈອນ ໃນຮູບແບບການລົງທືນຮ່ວມ ລະຫວ່າງພາກລັດ ແລະ ເອກະຊົນ PPP, ໂດຍປະຕິບັດຕາມແຈ້ງການ ຂອງ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 792/ຫສນຍ, ລົງວັນທີ 27 ກໍລະກົດ 2020 ແລະ ບົດບັນທຶກຄວາມເຂົ້າໃຈ MOU ລະຫວ່າງລັດຖະບານລາວ ແລະ ກຸ່ມບໍລິສັດຄໍາໄພຊະນະ ຈໍາກັດຜູ້ດຽວ ຮ່ວມກັບ ບໍລິສັດ Hytera ການສື່ສານ ຈໍາກັດ ໃນການຈັດຕັ້ງປະຕິບັດ ການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກແບບລະອຽດ ໂຄງການຄຸ້ມຄອງຍານພາຫະນະ ແລະ ການຂົນສົ່ງ ແບບຄົບວົງຈອນ ໃນຮູບແບບການລົງທືນຮ່ວມ ລະຫວ່າງພາກລັດ ແລະ ເອກະຊົນ PPP




    ໂຄງການດັ່ງກ່າວ ແມ່ນ ໂຄງການທໍາອິດໃນ ສປປ ລາວ ເພື່ອສຶກສາ ລະອຽດ ໃນການລົງທືນ ໃນຮູບແບບການລົງທືນຮ່ວມ ລະຫວ່າງພາກລັດ ແລະ ເອກະຊົນ PPP. ສະນັ້ນເພື່ອເປັນການລິ່ເລີ່ມຈັດຕັ້ງປະຕິບັດໂຄງການ ໃຫ້ຖືກຕ້ອງ ແລະ ທັນເວລາທີ່ກໍານົດໄວ້ ໃນນາມເຈົ້າຂອງໂຄງການ ກໍ່ຄືຕາງໜ້າໃຫ້ລັດຖະບານ ຂອງ ສປປ ລາວ ຈຶ່ງໄດ້ຈັດກອງປະຊຸມ ດັ່ງກ່າວ ຂຶ້ນ ຊຶ່ງມີຈຸດປະສົງ ເພື່ອແຈ້ງ ຕໍ່ ບັນຂະແໜງການລັດທີ່ກ່ຽວຂ້ອງເພື່ອຮັບຮູ້ ແລະ ເຂົ້າໃຈ ແບບແຜນ, ຂັ້ນຕອນ ແລະ ວິທີຈັດຕັ້ງປະຕິບັດໂຄງການ ພ້ອມທັງສະເໜີຂໍຄວາມຮ່ວມມື ແລະ ສະໜັບສະໜູນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ ຊຶ່ງປັດຈຸບັນ ມີລາຍລະອຽດ ແລະ ແບບແຜນວິທີເຮັດວຽກ ຊຶ່ງປະກອບມີ:




1.ເນື້ອໃນ ຂອງບົດບັນທຶກຄວາມເຂົ້າໃຈ MOU ສະບັບວັນທີ 19 ຕຸລາ 2020 ນໍາສະເໜີ ກົມສົ່ງເສີມການລົງທືນ ກະຊວງແຜນການ ແລະ ການລົງທືນ;

2.ກອບໜ້າວຽກ (TOR) ແລະ ແຜນການຈັດຕັ້ງປະຕິບັດໂຄງການ ໂດຍກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ

3.ນໍາສະເໜີ ຮູບແບບການສ້າງລະບົບຄຸ້ມຄອງຍານພາຫະນະ ແບບທັນສະໄໝ ໂດຍກຸ່ມບໍລິສັດ ຄໍາໄພຊະນະຈໍາກັດ.

     ສະນັ້ນຈິ່ງຂໍຮຽກຮ້ອງໃຫ້ບັນດາທ່ານເອົາໃຈໃສ່ໃນແຜນການຈັດຕັ້ງປະຕິບັດໂຄງການ ພ້ອມກັນປຶກສາຫາລື ຢ່າງກົງໄປກົງມາ ເພື່ອເຮັດໃຫ້ ການສຶກສາໂຄງການດັ່ງກ່າວ ສາມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທີຜົນ ຊຶ່ງການສຶກສາດັ່ງກ່າວ ຈະເປັນເຄື່ອງມືອັນສໍາຄັນໃນການຍົກລະດັບ ການຄຸ້ມຄອງມະຫາພາກຂອງພາກລັດ ກໍ່ການຄຸ້ມຄອງຍານພາຫະນະ ແລະ ການຂົນສົ່ງ ໃນ ສປປ ລາວ ໃຫ້ມີໃບໜ້າໃໝ່ທີທັນສະໄໝ, ປອດໄພ ແລະ ຍືນຍົງໃນອະນາຄົດ.



About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250