Ministry News

ກອງປະຊຸມລະດົມແນວຄວາມຄິດ ເພື່ອກໍານົດເປົ້າໝາຍສູ້ຊົນໃນການສ້າງຄວາມເຂັ້ມແຂງ ໃຫ້ແກ່ດ້ານທຸລະກິດຂະ ແໜງນໍ້າປະປາ ກ້າວສູູ້ຄວາມຍືນຍົງ

2020-12-10 - Administrator

ອງປະຊຸມລະດົມແນວຄວາມຄິດ ເພື່ອກໍານົດເປົ້າໝາຍສູ້ຊົນໃນການສ້າງຄວາມເຂັ້ມແຂງໃຫ້ແກ່ ດ້ານທຸລະກິດຂະແໜງນໍ້າປະປາ ກ້າວສູູ້ຄວາມຍືນຍົງ ໄດ້ຈັດຂື້ນໃນວັນທີ 10-11 ທັນວາ 2020 ທີ່ແຮງແຮມ ແລນມາກ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ນາງ ວິໄລຄໍາ ໂພສາລາດ ຮອງລັດຖະມົນຕີກະຊວງ ຍທຂ, ມີຫ້ອງການ, ກົມ, ກອງ, ສະຖາບັນ, ພະແນກ ຍທຂ ທົ່ວປະເທດ, ບັນດາກະຊວງອ້ອມຂ້າງສູນກາງ ແລະ ບັນດາທ່ານຜູ້ອຳນວຍການລັດວິສາຫະກິດນໍ້າປະປາ ທົ່ວປະເທດເຂົ້າຮ່ວມ.






ການຈັດກອງປະຊຸມໃນຄັ້ງນີ້ເພື່ອເປັນການລະດົມແນວຄວາມຄິດ ເພື່ອການກໍານົດເປົ້າໝາຍສູ້ຊົນໃນການ ສ້າງຄວາມເຂັ້ມແຂວງໃຫ້ແກ່ ດ້ານທຸລະກິດຂະແໜງນໍ້າປະປາກ້າວສູ້ຄວາມຍືນຍົງ, ໃນການຈັດຕັ້ງປະຕິບັດວຽກງານດັດສົມທຸລະກິດນໍ້າປະປາ ດໍາເນີນພາຍໃຕ້ດໍາລັດວ່າດ້ວຍການດັດສົມທຸລະກິດນໍ້າປະປາ, ສະບັບເລກທີ 191/ນຍ, ລົງວັນທີ 1/07/2005, ຈຸດປະສົງຂອງດໍາລັດສະບັບນີ້ ເພື່ອສ້າງສະພາບແວດລ້ອມທີຊຸກຍູ້ສົ່ງເສີມ ແລະ ເອື້ອອໍານວຍໃຫ້ແກ່ ຜູ້ດໍາເນີນທຸລະກິດນໍ້າປະປາ, ໄດ້ເຄື່ອນໄຫວທຸລະກິດ ຢ່າງມີປະສິດທິຜົນສູງ, ແນ່ໃສ່ຮັບປະກັນໃຫ້ລູກຄ້າ ໄດ້ຮັບບໍລິການທີມີຄຸນະພາບດີ ແລະ ໃນລາຄາທີ     ເໝາະສົມ, ການດັດສົມທຸລະກິດນໍ້າປະປາ, ແມ່ນການດັດສົມການດໍາເນີນງານຂອງຜູ້ດໍາເນີນທຸລະກິດຂະແໜງນໍ້າປະປາ ໃນ 2 ດ້ານຄື: ດ້ານການດັດສົມທາງດ້ານເຕັກນິກ ແລະ ການດັດສົມທາງດ້ານເສດຖະກິດ, ຈຸດປະສົງຂອງການສ້າງບົດລາຍງານປະຈໍາປີ 2019 ເພື່ອຕອບສະໜອງວິໄສທັດ “ນໍ້າປະປາ ແລະສຸ ຂາພິບານ ທີປອດໄພ, ເຊື່ອຖື ແລະ ເຂົ້າເຖິງໄດ້ ສໍາລັບຫມົດທຸກຄົນ”; ຍຸດທະສາດ “ພັດທະນາ ນໍ້າປະປາ ໃຫ້ສາມາດບໍລິການ ປະຊາກອນໃນຕົວເມືອງໃຫ້ໄດ້ 90% ແລະ ສຸຂາພິບານໃຫ້ໄດ້ 100% ໃນປີ 2030”; ສ້າງຄວາມຮັບຮູ້ ແລະ ເຂົ້າໃຈສະພາບລວມຂອງຂະແໜງນໍ້າປະປາ ດ້ວຍເປົ້າໝາຍ ໃຫ້ບັນດາພາກສ່ວນທີ່ກ່ຽວຂ້ອງທັງໝົດເຂົ້າໃຈຜົນການ ກ່ຽວກັບການຈັດຕັ້ງປະຕິບັດຕາມໝ້າທີ່, ພາລະບົດບາດຂອງກົມນໍ້າປະປາ ທີຊີ້ນໍາວຽກງານພັດທະນາ ແລະ ຄຸ້ມຄອງຂະແໜງນໍ້າປະປາເປັນຕົ້ນ: ຄະນະນໍາກະຊວງ ຍທຂ, ບັນດາກະຊວງ ແລະ ອົງການຈັດຕັ້ງຂອງລັດທີ່ກ່ຽວຂ້ອງ, ການນໍາຂອງອົງການປົກຄອງນະຄອນຫຼວງ ແລະ ບັນດາແຂວງ, ຜູ້ດໍາເນີນທຸລະກິດນໍ້າປະປາ, ຜູ້ໃຫ້ທຶນຊ່ວຍເຫຼືອ ແລະ ຜູ້ມີສ່ວນຮ່ວມ ຊຸກຍູ້ສົ່ງເສີມຂະແໜງການ, ຜູ້ໄດ້ຮັບການບໍລິການ (ຜູ້ບໍລິໂພກນໍ້າ) ແລະ ສາທາລະນະຊົນ. ຜູ້ທີສົນໃຈໃນການຕິດຕາມ-ປະເມີນຜົນການດໍາເນີນທຸລະກິດ ຂອງຜູ້ດໍາເນີນນໍ້າປະປາ, ປະເມີນຜົນການດໍາເນີນງານໂດຍນໍາໃຊ້ 23 ຕົວຊີ້ວັດໂດຍເລີ່ມຈາກ: ການເກັບກໍາຂໍ້ມູນການດໍາເນີນງານດ້ານເຕັກນິກ, ເສດຖະກິດ, ການບໍລິຫານ-ການຈັດຕັ້ງ, ການສ້າງຕາຕະລາງຄິດໄລ່, ການແຕ້ມເສັ້ນສະແດງ, ການວິເຄາະຕີລາຄາຜົນສໍາເລັດ ທີຈັດຕັ້ງປະຕິບັດໄດ້ ແລະ ຂໍ້ຄົງຄ້າງທີບໍ່ສາມາດປະຕິບັດໄດ້, ການໃຫ້ຄໍາເຫັນສົ່ງເສີມສິ່ງທີບັນລຸໄດ້ຄາດໝາຍ ແລະ ປັບປຸງສິ່ງທີຄົງຄ້າງ ເພື່ອແນ່ໃສ່ໃຫ້ປະຕິບັດໄດ້ເປົ້າໝາຍ 3S.




ໃນກອງປະຊຸມໄດ້ມີຄໍາຖາມເຈາະຈີ້ມ ເພື່ອລະດົມແນວຄວາມຄິດຂອງຜູ້ເຂົ້າຮ່ວມ ໃນບັນຫາຕ່າງໆກ່ຽວກັບຂະແໜງ ທຸລະກິດນໍ້າປະປາ, ຜູ້ເຂົ້າຮ່ວມໄດ້ສຸມສະຕິບັນຍາຊ່ວຍກັນແກ້ໄຂບັນຫາທີເກີດຂື້ນ ແລະ ຕໍ່ໜ້າ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ດ້ານທຸລະກິດຂະແໜງນໍ້າປະປາກ້າວສູ່ຄວາມຍືນຍົງ, ກອງປະຊຸມໄດ້ດໍາເນີນເປັນເວລາ 2 ວັນຄືວັນທີ 10-11 ທັນວາ 2020, ກອງປະຊຸມດັ່ງກ່າວແມ່ນຂີດໝາຍສໍາຄັນໃນການພັດທະນາວຽກງານນໍ້າປະປາໃນ ສປປ ລາວ ໃຫ້ມີຄຸນະພາບສູງທີສຸດ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250