Ministry News

ເຊື່ອມຊືມມະຕິກອງປະຊຸມຄົບຄະນະ ຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝ X ແລະມະຕິກົມການເມືອງສູນກາງພັກ ວ່າດ້ວຍການປັບປຸງແບ່ງຂັ້ນຄຸ້ມຄອງ ເພື່ອສ້າງຄວາມເຂັ້ມແຂງຂອງລະບົບບໍລິຫານລັດໃນໄລຍະໃໝ່

2019-12-10 - Administrator

ໃນຕອນເຊົ້າຂອງວັນທີ 6 ທັນວາ 2019, ກະຊວງ ຍທຂ ໄດ້ຈັດ ເຊື່ອມຊືມມະຕິກອງປະຊຸມຄົບຄະນະ ຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝ X ແລະ ມະຕິກົມການເມືອງສູນກາງພັກ, ວ່າດ້ວຍການປັບປຸງແບ່ງຂັ້ນຄຸ້ມຄອງ ເພື່ອສ້າງຄວາມເຂັ້ມແຂງຂອງລະບົບບໍລິຫານລັດໄລຍະໃໝ່, ໃຫ້ກຽດເຜີຍແຜ່ເຊື່ອມຊືມໃນຄັ້ງນີ້ໂດຍ, ສະຫາຍ ປອ ບຸນຈັນ ສິນທະວົງ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງ ຍທຂ, ມີບັນດາສະຫາຍຄະນະປະຈໍາພັກ, ຄະນະພັກກະຊວງ, ບັນດາສະຫາຍຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ ແລະ ຄະນະພັກທີ່ຂຶ້ນກັບຄະນະພັກຮາກຖານ, ຜູ້ຊ່ວຍລັດຖະມົນຕີ, ທີ່ປຶກສາລັດຖະມົນຕີ, ບັນດາຫົວໜ້າກົມ, ຮອງກົມ, ຫ້ອງການ, ສະຖາບັນ, ກອງວິຊາການ, ຜູ້ອໍານວຍການລັດວິສາຫະກິດ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ວິຊາການລະດັບປະລິນຍາເອກທີ່ຂຶ້ນກັບກົມ, ຫ້ອງການ, ສະຖາບັນ ແລະ ກອງວິຊາການ ກໍ່ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.



ໂດຍການປະຕິບັດຕາມມະຕິກອງປະຊຸມຄົບຄະນະ ຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝ X, ຄັ້ງວັນທີ 14 ຕຸລາ 2019 ແລະມະຕິຂອງກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ສະບັບເລກທີ 076/ກມສພ, ລົງວັນທີ 19 ສິງຫາ 2019 ວ່າດ້ວຍການປັບປຸງການແບ່ງຂັ້ນຄຸ້ມຄອງ, ເພື່ອສ້າງຄວາມເຂັ້ມແຂງຂອງລະບົບບໍລິຫານລັດໃນໄລຍະໃໝ່, ຄະນະພັກກະຊວງ ຍທຂ ຈຶ່ງໄດ້ເຫັນດີເປັນເອກະພາບຈັດຕັ້ງການເຊື່ອມຊືມເອກະສານດັ່ງກ່າວຂື້ນ, ຕາມແຜນການຂອງຄະນະພັກກະຊວງສະບັບເລກທີ 448/ຄພກຊ, ລົງວັນທີ 19 ພະຈິກ 2019 ແລະ ສະບັບເລກທີ 460/ຄພກຊ, ລົງວັນທີ 22 ພະຈິກ 2019, ຈຸດປະສົງຂອງການຈັດຕັ້ງເຊື່ອມຊືມຄັ້ງນີ້ແມ່ນເພື່ອ ເຮັດໃຫ້ຄະນະພັກຂັ້ນຕ່າງໆ ມີຄວາມຮັບຮູ້, ເຂົ້າໃຈກໍາແໜ້ນ ເຊື່ອມຊືມ ແລະເປັນເອກະພາບສູງຕໍ່ບັນດາເນື້ອໃນສໍາຄັນ ຂອງມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 9, ສະໄໝ X ທີ່ໄດ້ຄົ້ນຄວ້າພິຈາລະນາ ແລະໃຫ້ທິດຊີ້ນໍາ ຕໍ່ບັນຫາສໍາຄັນໃນຂົງເຂດ ເສດຖະກິດ-ສັງຄົມ, ຂົງເຂດຄວາມໝັ້ນຄົງ, ວຽກງານແນວໂຮມ ແລະມະຫາຊົນຂອງພັກ, ໄປພ້ອມໆກັບການເຊື່ອມຊືມມະຕິຂອງກົມການເມືອງສູນກາງພັກ ເລກທີ 076 ຕາມເນື້ອໃນສໍາຄັນກ່ຽວກັບການປັບປຸງ ແລະການສ້າງຄວາມເຂັ້ມແຂງຂອງລະບົບບໍລິຫານລັດໃນໄລຍະໃໝ່.





About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250