Ministry News

ກອງປະຊຸມປະກອບຄຳເຫັນ ຮ່າງວິໄສທັດ, ຍຸດທະສາດການພັດທະນານໍ້າປະປາ ແລະ ສຸຂາພິບານ

2020-11-04 - Administrator

ກອງປະຊຸມປະກອບຄຳເຫັນ ຮ່າງວິໄສທັດປີ 2035, ຍຸດທະສາດການພັດທະນາວຽກງານນໍ້າປະປາ ແລະ ສຸຂາພິບານ ໄລຍະປີ 2021-2030 ແລະ ແຜນດຳເນີນງານ ໄລຍະປີ 2021-2025 ໄດ້ໄຂຂື້ນໃນວັນທີ 4 ພະຈິກ 2020 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງ ທ່ນ ນາງ ວິໄລຄຳ ໂພສາລາດ ຮອງລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ; ບັນດາທ່ານ ຫົວໜ້າກົມ, ຫ້ອງການ, ຮອງກົມ, ກອງ, ສະຖາບັນ, ບັນດາຜູ້ຕາງໜ້າ ກະຊວງທີ່ກ່ຽວຂ້ອງ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ຍທຂ ແຂວງ, ນະຄອນຫຼວງ, ຫົວໜ້າຫ້ອງການ ບໍລິຫານ ແລະ ຄຸ້ມຄອງຕົວເມືອງ ວຽງຈັນ ແລະ ອົງການພັດທະນາ ແລະ ບໍລິຫານຕົວເມືອງ ແລະ ຜູ້ອໍານວຍການລັດວິສາຫະກິດນໍ້າປະປາແຂວງ ທົ່ວປະເທດ;




 ກອງປະຊຸມປະກອບຄຳເຫັນໃສ່ຮ່າງ ວິ​ໄສ​ທັດ ​ຮອດ​ປີ 2035, ຍຸດ​ທະ​ສາດ​ການ​ພັດ​ທະ​ນາວຽກງານ   ນໍ້າປະປາ ແລະ ​ສຸຂາພິບານ ໄລຍະ 2021-2030 ແລະ ແຜນດຳເນີນງານ ໄລຍະປີ 2021-2025 ແມ່ນເພື່ອເປັນບ່ອນອີງໃຫ້ແກ່ ແຜນພັດທະນາເສດຖະກິດ-ສັງຄົມ ທັງ​ເປັນ​ການ​ຜັນ​ຂະ​ຫຍາຍ​ມະ​ຕິ​ຂອງກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ Xຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ແລະ ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມແຫ່ງ​ຊາດ 5 ປີ ຄັ້ງ​ທີ VIII (2016-2020)ໃຫ້ປາກົດຜົນເປັນຈິງ ແລະ ມີ​ການ​ຂະ​ຫຍາຍ​ຕົວ​ ຢ່າງ​ຕໍ່​ເນື່ອງ,ຕາມ​ທິດສີ​ຂຽວ​ ແລະຍືນ​ຍົງ. ເພື່ອ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ດັ່ງ​ກ່າວ ໄດ້​ກຳ​ນົດທິດ​ທາງ ແລະ ຄາດໝາຍ​ສູ້​ຊົນຂອງແຜນພັດ​ທະ​ນາ​​ຂະແໜງນ້ຳ​ປະ​ປາ ແລະ ສຸຂາພິບານ 5 ປີ ແຕ່ນີ້ຮອດປີ 2025​ໂດຍໄດ້ກຳ​ນົດ​ເປົ້າໝາຍ ແລະ ຄາດ​ໝາຍ​ສູ້​ຊົນ ໃຫ້ປະຊາຊົນໄດ້​​ຊົມ​ໃຊ້​ນ້ຳ​ປະ​ປາ ​ທີ່​ສະ​ອາດ ປອດ​ໄພ 85%ແລະ 95%ໃຫ້ປະຊາຊົນ ສາມາດເຂົ້າເຖິງວິດຖ່າຍ ແລະ ສຸຂະອະນາໄມຢ່າງພຽງພໍ ແລະ ຍຸດຕິການຖ່າຍແບບຊະຊາຍ.




ໂດຍກໍາ​ນົດ ​​​ແຜນ​ງານ, ໂຄງ​ການ ແລະ ກິດຈະກໍາ ​ບຸ​ລິ​ມະ​ສິດ ໃນການ​ນຳ​ໃຊ້ ​ບຸກ​ຄະ​ລາກອນ ແລະ ທຶນ​ຮອນເຂົ້າ​ໃສ່​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃຫ້​​ປະກົດ​ຜົນ​ເປັນ​ຈິງ​ ຢ່າງມີ​ປະ​ສິດ​ທິ​ຜົນ​ສູງ. ນໍ້າປະປາ ແລະ ສຸຂາພິບານ ແມ່ນຂະແໜງການໜຶ່ງທີ່ນອນຢູ່ໃນເປົ້າໝາຍ ການພັດທະນາແບບຍືນຍົງ ແລະ ອົງການສະຫະປະຊາຊາດ ໄດ້ກຳນົດວຽກງານດັ່ງກ່າວຢູ່ໃນເປົ້າໝາຍທີ 6 ຮັບປະກັນໃຫ້ມີນໍ້າໃຊ້ ແລະ ການບໍລິຫານນໍ້າແບບຍືນຍົງ ແລະ ສຸຂະອະນາໄມສຳລັບໝົດທຸກຄົນ; (SDGs) 6.1: ພາຍໃນປີ 2030 ໃຫ້ທຸກຄົນສາມາດເຂົ້າເຖິງນໍ້າດື່ມທີ່ປອດໄພ ແລະ ລາຄາບໍ່ແພງ ຢ່າງທົ່ວເຖິງ ແລະ ເທົ່າທຽມກັນ; (SDGs) 6.2: ພາຍໃນປີ 2030 ໃຫ້ທຸກຄົນສາມາດເຂົ້າເຖິງວິດຖ່າຍ ແລະ ສຸຂະອະນາໄມ ຢ່າງພຽງພໍ ແລະ ເທົ່າທຽມກັນ ແລະ ຍຸດຕິການຖ່າຍແບບຊະຊາຍ, ເອົາໃຈໃສ່ເປັນພິເສດຕໍ່ຄວາມຕ້ອງການຂອງແມ່ຍິງ ແລະ ເດັກຍິງ ແລະ ຜູ້ທີ່ມີຄວາມສ່ຽງ ແລະ (SDGs)  6.3: ພາຍໃນປີ 2030 ປັບປຸງຄຸນນະພາບນໍ້າ ໂດຍການຫຼຸດຜ່ອນມົນລະພິດ, ກຳຈັດການຖິ້ມຂີ້ເຫຍື້ອຊະຊາຍ ແລະ ຫຼຸດຜ່ອນການປ່ອຍສານເຄມີ ແລະ ວັດຖຸທີ່ເປັນອັນຕະລາຍ, ຫຼຸດຜ່ອນປະລິມານນ້ຳເປື້ອນທີ່ບໍ່ໄດ້ຮັບການບຳບັດ ໃຫ້ໄດ້ເຄິ່ງໜຶ່ງ ແລະ ເພີ່ມທະວີການນຳນ້ຳທີ່ໃຊ້ແລ້ວ ກັບມາໃຊ້ຄືນໃໝ່ຢ່າງປອດໄພ ໃຫ້ຫຼາຍຂຶ້ນ. ຮອດປີ 2030 ຈະຕ້ອງບໍ່ປະປ່ອຍໃຫ້ປະຊາຊົນຜູ້ໃດຜູ້ໜຶ່ງຢູ່ເບື້ອງຫຼັງ ແລະ ສຳລັບ ສປປ ລາວ ແມ່ນຮອດປີ 2020 ຈະຕ້ອງໃຫ້ປະຊາຊົນໃນຕົວເມືອງເຂົ້າເຖິງ ນໍ້າປະປາ 80% ແລະ ສຸຂາພິບານ ໃນລະດັບດຽວກັນ ແລະ ຮອດ ປີ 2030 ໃຫ້ເຂົ້າເຖິງ ນໍ້າປະປາ ຫຼື ນໍ້າສະອາດ 90% ຂຶ້ນໄປ.


ການສຸມ​ໃສ່​ພັດ​ທະ​ນາໂຄງລ່າງພື້ນຖານວຽກງານ ນໍ້າປະປາ ແລະ ສຸຂາພິບານ ແລະ ພັດທະນາ​ຄວາມ​ອາດ​ສາ​ມາດແມ່ນປັດໄຈ ສຳຄັນຕົ້ນຕໍ ທີ່ຄໍ້າປະກັນການພັດທະນາແບບຍືນຍົງ ໃຫ້​ສາ​ມາດ​ຈັດ​ຕັ້ງ​ປະ​ຕິ​ບັດ ແລະ ຜັນ​ຂະ​ຫຍາຍ​​ນະ​ໂຍ​ບາຍ, ວິໄສທັດ, ຍຸດທະສາດ ແລະ ການສ້າງ​ລະ​ບຽບ​ກົດ​ໝາຍ, ສ້າງບັນ​ດາ​ປື້ມຄູ່​ມື, ສ້າງມາດ​ຕະ​ຖານເຕັກ​ນິກໃນການກໍ່ສ້າງ, ການສ້ອມແປງ ແລະ ອື່ນໆ. ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ສາມາດບັນລຸຕາມຈຸດປະສົງ ແລະ ຄາດໝາຍຢ່າງມີປະສິດທິຜົນສູງ ສະເໜີບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ຈົ່ງໄດ້ປະກອບຄຳຄິດຄຳເຫັນຢ່າງສ້າງສັນ ໃສ່ຮ່າງ ວິ​ໄສ​ທັດ ​ຮອດ​ປີ 2035, ຍຸດ​ທະ​ສາດ​ການ​ພັດ​ທະ​ນາວຽກງານ   ນໍ້າປະປາ ແລະ ​ສຸຂາພິບານ ໄລຍະ 2021-2030 ແລະ ແຜນດຳເນີນງານ ໄລຍະປີ 2021-2025.



About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250