Ministry News

ກອງປະຊຸມ ເປີດກວ້າງ ແລະ ທາບທາມຄຳເຫັນ ໃສ່ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງທາງດ່ວນສຳປະທານ ນະຄອນຫຼວງວຽງຈັນ-ວັງວຽງ (ລາວ-ຈີນ)

2020-11-06 - Administrator

ກອງປະຊຸມ ເປີດກວ້າງ ແລະ ທາບທາມຄຳເຫັນ ໃສ່ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງທາງດ່ວນສຳປະທານ ນະຄອນຫຼວງວຽງຈັນ-ວັງວຽງ (ລາວ-ຈີນ) ແຂວງວຽງຈັນ, ໄດ້ຈັດຂື້ນໃນວັນທີ 3-5 ພະຈິກ 2020 ທີ່ໂຮງແຮມອາມາລິນ, ເມືອງວັງວຽງ ແຂວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ທ່ານ ວຽງສະຫວັດ ສີພັນດອນ, ຮອງລັດຖະມົນຕີ ກະຊວງ ຍທຂ, ມີຫ້ອງການ, ບັນດາກົມ, ກອງອ້ອມຂ້າງກະຊວງ ຍທຂ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງຍຸຕິທຳ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງ ສາທາລະນະສຸກ, ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ, ຫ້ອງວ່າການປົກຄອງ ແຂວງວຽງຈັນ, ພະແນກ ຍທຂ ນະຄອນຫຼວງວຽງຈັນ, ພະແນກ ຍທຂ ແຂວງວຽງຈັນ, ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ, ຫ້ອງການ ຍທຂ 5 ເມືອງ ຕາມແລວທາງດ່ວນ ແລະ ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 5 ເມືອງຕາມແລວທາງດ່ວນ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງກໍ່ໄດ້ເຂົ້າຮ່ວມ.




ປະຈຸບັນການພັດທະນາຕາໜ່າງເສັ້ນທາງ ນັບມື້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ພ້ອມນີ້ທາງດ່ວນ ແຕ່ນະຄອນຫຼວງວຽງຈັນ-ເມືອງວັງວຽງ (ລາວ-ຈີນ) ແຂວງວຽງຈັນ ທີມີຄວາມຍາວ 109 ກມ, ແມ່ນເປັນທາງດ່ວນສຳປະທານ ເສັ້ນທຳອິດໃນ ສປປ ລາວ, ໄດ້ເລີ່ມຕົ້ນກໍ່ສ້າງໃນປີ 2018 ແລະ ຈະເປີດນຳໃຊ້ໃນເດືອນ ທັນວາ 2020 ນີ້, ດັ່ງນັ້ນ, ນິຕິກຳເພື່ອຄຸ້ມຄອງການນຳໃຊ້ທາງດ່ວນດັ່ງກ່າວ ຈຶ່ງມີຄວາມຈໍາເປັນເພື່ອກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ ແລະ ຕິດຕາມກວດກາ ວຽກງານທາງດ່ວນ, ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ຊົມໃຊ້, ຄວບຄຸມການຈາລະຈອນ ລວມທັງການນຳໃຊ້ຍານພາຫະນະຕາມທາງດ່ວນ ເພື່ອຮັບປະກັນໃຫ້ຄວາມສະດວກ, ວ່ອງໄວ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍ, ພ້ອມທັງຫຼຸດຜ່ອນອຸປະຕິເຫດ, ປົກປ້ອງຊີວິດ ແລະ ຊັບສິນ. ພ້ອມນີ້, ກໍ່ເຮັດໃຫ້ການນຳໃຊ້ທາງໃນນະຄອນຫຼວງວຽຈັນ ແລະ ແຂວງວຽງຈັນໄດ້ກົມກຽວກັນ.




ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງທາງດ່ວນສຳປະທານ ນະຄອນຫຼວງວຽງຈັນ-ວັງວຽງ (ລາວ-ຈີນ) ແຂວງວຽງຈັນ, ແມ່ນຮ່າງຂໍ້ຕົກລົງສະບັບໃໝ່, ໂດຍກະຊວງ ຍທຂ ໄດ້ແຕ່ງຕັ້ງຄະນະຄົ້ນຄວ້າ ຮ່າງຂໍ້ຕົກລົງສະບັບດັ່ງກ່າວ ແລະ ໄດ້ຮ່າງສໍາເລັດໂດຍພື້ນຖານ, ໃນການຈັດກອງປະຊຸມຄັ້ງນີ້ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ປະກອບຄໍາຄິດເຫັນ ໃສ່ຮ່າງຂໍ້ຕົກລົງ, ເພື່ອໃຫ້ເນື້ອໃນລະອຽດ, ຄົບຖ້ວນ, ສົມເຫດສົມຜົນ ແລະ ເພື່ອໃຫ້ສອດຄ່ອງກັບສະພາບຕົວຈິງ. ຫຼັງຈາກນັ້ນ ຈະໄດ້ນຳເອົາຄຳສະເໜີ ແລະ ຄຳເຫັນ ຈາກບັນດາທ່ານ ໄປພິຈາລະນາ, ເພື່ອປັບປຸງໃຫ້ສົມບູນ ແລະ ນຳສະເໜີຄະນະນຳ ກະຊວງ ຍທຂ ພິຈາລະນາຮັບຮອງ, ພ້ອມທັງເປັນພື້ນຖານໃຫ້ແກ່ການສ້າງຮ່າງດຳລັດວ່າດ້ວຍ ທາງດ່ວນໃນຂັ້ນຕໍ່ໄປ.



About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250