Ministry News

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງໂຍທາທິການ ແລະ ຂົນສົ່ງ ຄັ້ງທີ V ໄຂຂື້ນຢ່າງເປັນທາງການ

2020-11-19 - Administrator

 ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງໂຍທາທິການ ແລະ ຂົນສົ່ງ ຄັ້ງທີ V ໄດ້ໄຂຂື້ນຢ່າງເປັນທາງການ ໃນວັນທີ 19 ພະຈິກ 2020 ທີ່ ສູນປະຊຸມ ICTC, ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ປອ. ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະການລົງທຶນ; ສະຫາຍ ປອ. ບຸນຈັນ ສິນທະວົງ, ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ; ສະຫາຍ ສຸກຄຳເພັດ ເຮືອງບຸດສີ ຮອງປະທານຄະນະກວດກາສູນກາງພັກ; ສະຫາຍ ນາງ ວິໄລຄຳ ໂພສາລາດ ຄະນະປະຈຳພັກກະຊວງ, ປະທານຄະນະກວດກາພັກກະຊວງ, ຮອງລັດຖະມົນຕີ ກະຊວງ ຍທຂ; ສະຫາຍ ສັນຕິສຸກ ສິມມາລາວົງ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີ ກະຊວງ ຍທຂ; ສະຫາຍ ລັນ ແສງອາພອນ ຄະນະປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ; ສະຫາຍ ວຽງສະຫວັດ ສີພັນດອນ ກຳມະການພັກກະຊວງ, ຮອງລັດຖະມົນຕີ ກະຊວງ ຍທຂ; ມີບັນດາສະຫາຍກຳມະການພັກກະຊວງ, ບັນດາສະຫາຍຜູ້ຕາງໜ້າຫ້ອງວ່າການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ຄະນະໂຄສະນາອົບຮົມສູນກາງພັກ, ບັນດາສະຫາຍສະມາຊິກພັກອາວຸໂສ, ພະນັກງານບຳນານ ແລະ ບັນດາສະຫາຍຄະນະພັກຮາກຖານ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ ແລະ ນະຄອນຫຼວງ ແລະ ຜູ້ແທນສົມບູນ ຈຳນວນ 238 ສະຫາຍ (ຍິງ 54 ສະຫາຍ), ຊຶ່ງເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດ ຈຳນວນ 686 ສະຫາຍ (ຍິງ 167 ສະຫາຍ), ຈາກທຸກຂົງເຂດວຽກງານ ທີ່ຂຶ້ນກັບ​ອົງ​ຄະ​ນະ​ພັກກະຊວງໂຍທາທິການ ແລະ ຂົນສົ່ງ ກໍ່ໄດ້ໃຫ້ກຽດເຂົ້າຮ່ວມຢ່າງພ້ອມພຽງ.




  ນັບແຕ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງໂຍທາທິການ ແລະ ຂົນສົ່ງ ຄັ້ງທີ IV ໃນວັນທີ 16-17/07/2015 ເປັນຕົ້ນມາ, ອົງຄະນະພັກກະຊວງ ຍທຂ ໄດ້ນຳພາ-ຊີ້ນຳ ທົ່ວຂະ ແໜງການ, ໂດຍໄດ້ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ທີ່ຖືເອົາຂະແໜງ ໂຍທາທິການ ແລະ ຂົນສົ່ງ ເປັນປາຍແຫຼມຂອງເສດຖະກິດແຫ່ງຊາດ, ຊຶ່ງສາມາດສ້າງຜົນງານອັນໃຫຍ່ຫຼວງ ຫຼາຍດ້ານ, ເປັນປັດໄຈພື້ນຖານກະຕຸກຊຸກຍູ້ ໃຫ້ແກ່ການເຕີບໂຕຂອງເສດຖະກິດຂອງຊາດ, ປະກອບສ່ວນອັນຕັ້ງໜ້າເຂົ້າໃນການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ເພື່ອການກຽມຄວາມພ້ອມໃຫ້ປະເທດຊາດ ຫຼຸດພົ້ນອອກຈາກສະຖານະ ປະເທດດ້ອຍພັດທະນາ ຢ່າງຖາວອນ ໃນປີ 2024 ແລະ ກ້າວສູ່ປະເທດ ທີ່ມີລາຍຮັບປານກາງສູງ ໃນປີ 2030. ໃນຂະບວນການກະກຽມ ໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງ ຍທຂ ໃນຄັ້ງນີ້, ໄດ້ສຳເລັດການຈັດກອງປະຊຸມໃຫຍ່ ຂອງບັນດາຮາກຖານພັກທັງໝົດ 25 ຮາກຖານ​ພັກ ແລະ ​ສາມອົງການຈັດຕັ້ງມະຫາຊົນ; ໄດ້ສ້າງຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ຕິດພັນກັບຂະບວນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ສ້າງຂະບວນການອະນາໄມ ແລະ ຂະບວນການແຂ່ງຂັນກິລາຢ່າງເປັນຂະບວນ; ອັນພົ້ນເດັ່ນ ແມ່ນໄດ້ເສີມຂະຫຍາຍປະຊາທິປະໄຕພາຍໃນພັກ, ຖັນແຖວສະມາຊິກພັກ-ພະນັກງານ ໃນທົ່ວກະຊວງ ຍທຂ ຊຶ່ງສະແດງອອກໃນການປະກອບຄຳຄິດຄຳເຫັນ ຕໍ່ຮ່າງບົດລາຍງານການເມືອງ, ຮ່າງບົດສຳຫຼວດການນຳພາລວມຂອງຄະນະພັກກະຊວງ ແລະ ຮ່າງແຜນພັດທະນາ 5 ປີ 2021-2025 ຂອງກະຊວງ ຍທຂ ແລະ ການທາບທາມບຸກຄະລາກອນຮອບທີ 1, 2 ແລະ 3 ເພື່ອອອກສະ ໝັກເປັນຄະນະພັກກະຊວງ ຍທຂ ສະໄໝທີ V ຢ່າງກວ້າງຂວາງ ແລະ ເລິກເຊິ່ງ.




 ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງ ຍທຂ ໃນຄັ້ງນີ້ ແມ່ນມີຄວາມໝາຍສຳຄັນຢ່າງຍິ່ງ ເພາະໄດ້ໄຂຂຶ້ນໃນປີມ້ວນທ້າຍການຈັດຕັ້ງປະຕິບັດແຜນການ 5 ປີ ​ຄັ້ງ​ທີ 8; ຊຶ່ງຈະໄດ້ພ້ອມກັນສັງເກດຕີລາຄາ ຜົນການຈັດຕັ້ງປະຕິບັດ ໃນຂະແໜງການໂຍທາທິການ ແລະຂົນສົ່ງ ທີ່ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກໄດ້ກຳນົດ, ຕິດພັນກັບການຈັດຕັ້ງຜັນຂະຫຍາຍມະຕິຂອງກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງ ຍທຂ, ພ້ອມທັງຄົ້ນຄວ້າຖອດຖອນບົດຮຽນ ເພື່ອເສີມຂະຫຍາຍດ້ານຕັ້ງໜ້າ, ແກ້ໄຂບັນຫາທີ່ຍັງຄົງຄ້າງ ແລະ ກຳນົດທິດທາງແຜນການ ໃນໄລຍະ 5 ປີ 2021-2025 ຕໍ່ໜ້າ ເພື່ອສືບຕໍ່ປະຕິບັດວຽກງານ ຂອງຂະແໜງການໂຍທາທິການ ແລະ ຂົນສົ່ງ ໃຫ້ປະສົບຜົນສຳເລັດອັນໃຫຍ່ຫຼວງກວ່າເກົ່າ, ສືບຕໍ່ສ້າງປະຖົມປັດໄຈໃຫ້ແກ່ການຫັນເປັນອຸດສະຫະກຳ ແລະ ທັນສະໄໝ ເພື່ອໃຫ້ປະເທດເຮົາກ້າວຂຶ້ນສັງຄົມນິຍົມ ຕາມຈຸດໝາຍທີ່ພັກເຮົາໄດ້ກຳນົດໄວ້.


   ກອງປະຊຸມໃຫຍ່ ໄດ້ຜ່ານຮ່າງ​ລາຍ​ງານ​ການ​ເມືອງ ແລະ ຮ່າງ​ບົດ​ສຳຫຼວດ​ການ​ນຳພາ​ລວມ​ ຂອງຄະນະບໍລິຫານງານພັກກະຊວງ ຍທຂ ຊຶ່ງຜູ້ແທນກອງປະຊຸມທັງໝົດ ໄດ້ເຊີດຊູຄວາມຮັບຜິດຊອບ, ເສີມຂະຫຍາຍສິດປະຊາທິປະໄຕ, ສຸມຈິດໃຈ ສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດຂອງຕົນ ເຂົ້າໃນການຄົ້ນຄວ້າປະກອບຄຳເຫັນ ໂດຍມີຄວາມເປັນເອກະພາບ ຕໍ່ທັດສະນະການສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມໃຫຍ່ ອົງຄະນະພັກກະຊວງ ຍທຂ ຄັ້ງທີ IV, ການຈັດຕັ້ງປະຕິບັດແຜນການ 5 ປີຜ່ານ​ມາ, ຊຶ່ງສະແດງອອ​ກ​ດ້ວຍຜົນງານອັນໃຫຍ່ຫຼວງທີ່ຍາດມາໄດ້ ອັນໄດ້ຢັ້ງຢືນຢ່າງຈະແຈ້ງວ່າການປະຕິບັດຕາມແນວທາງປ່ຽນແປງໃໝ່ຢ່າງ​ມີຫຼັກ​ການຂອງພັກ ໃນຂະແໜງການໂຍທາທິການ ແລະ ຂົນສົ່ງ ສອດຄ່ອງກັບສະພາບຄວາມເປັນຈິງຂອງປະເທດເຮົາ ໃນການປະຕິບັດຍຸດທະສາດການເຊື່ອມໂຍງ ແລະ ເຊື່ອມຈອດ ກັບພາກພື້ນ ແລະ ສາກົນ ແມ່ນຖືກຕ້ອງ, ຊຶ່ງໄດ້ສ້າງບາດກ້າວບຸກທະລຸໃໝ່ ໃຫ້ຂະແໜງການໂຍທາທິການ ແລະ ຂົນສົ່ງ ທີ່​ເປັນ​ຂະ​ແໜງ​ການ​ປາຍ​ແຫຼມຂອງ​ເສດ​ຖະ​ກິດ​ແຫ່ງ​ຊາດ ກ້າວຂຶ້ນສຳເລັດໜ້າທີ່ອັນສູງສົ່ງ ແລະ ມີກຽດ ທີ່ພັກ ແລະ ລັດຖະບານ ມອບໝາຍໃຫ້.




 ໜ້າທີ່ສຳຄັນອີກອັນໜຶ່ງຂອງກອງປະຊຸມໃຫຍ່ໃນຄັ້ງນີ້ ແມ່ນຈະໄດ້ດຳເນີນການປ່ອນບັດຄັດເລືອກເອົາຄະນະພັກ ກະຊວງໂຍທາທິການ ແລະຂົນສົ່ງ ສະໄໝທີ ​​​V ທີ່ສະແດງເຖິງຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ຮັບປະກັນລັກສະນະສືບທອດປ່ຽນແທນ ແລະ ເຮັດໃຫ້ຖັນແຖວພະນັກງານການນຳຂອງກະຊວງ ຍທຂ ນັບມື້ນັບໜຸ່ມແໜ້ນ, ເພື່ອສືບຕໍ່ນຳພາ-ຊີ້ນຳ ຂະແໜງການໂຍທາທິການ ແລະ ຂົນສົ່ງ ໃນຊຸມປີຕໍ່ໜ້າ. ພິເສດ, ກອງປະຊຸມໃຫຍ່ຄັ້ງນີ້ ຈະໄດ້ຮັບຟັງການໂອ້ລົມ ແລະ ຊີ້ນຳ ຂອງສະຫາຍ ປອ. ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທຶນ, ຜູ້ຊີ້ນຳກອງປະຊຸມໃຫຍ່ຂອງຂະແໜງ ຍທຂ.



About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250