Ministry News

ກອງປະຊຸມຄົບຄະນະຄັ້ງທີ 9 ຂອງຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ແລະ ກອງປະຊຸມວຽກງານປ້ອງກັນ

2020-11-25 - Administrator

ກອງປະຊຸມຄົບຄະນະຄັ້ງທີ 9 ຂອງຄະນະຊີ້ນຳໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ແລະ ກອງປະຊຸມວຽກງານປ້ອງກັນ, ໄດ້ຈັດຂື້ນໃນວັນທີ 25 ພະຈິກ 2020 ທີ່ຫ້ອງປະຊຸມໃຫຍ່ກະຊວງ ຍທຂ, ໂດຍການເປັນປະທານຂອງ ທ່ານ ປອ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ; ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງ ຍທຂ, ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ຮອງລັດຖະມົນຕີ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ຮອງຫົວໜ້າຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ, ຄະນະຊີ້ນຳໂຄງການຈາກສູນກາງ ແລະທ້ອງຖິ່ນ ແລະພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ເຂົ້າຮ່ວມ.


ກອງປະຊຸມໃນຄັ້ງນີ້ໄດ້ຮັບຟັງບົດລາຍງານຜົນການຈັດຕັ້ງປະຕິບັດ ບົດບັນທຶກກອງປະຊຸມຄະນະຊີ້ນໍາ ຄັ້ງທີ 8 ຕໍ່ກອງປະຊຸມຄະນະຊີ້ນໍາຄັ້ງທີ 9 ລາຍງານໂດຍທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງ ຍທຂ, ຮອງຫົວໜ້າຄະນະຊີ້ນຳໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ (ຜູ້ປະຈຳການ) ກ່ຽວກັບການສັງລວມຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ບົດບັນທຶກກອງປະຊຸມຄັ້ງທີ 8 ຂອງຄະນະຊີ້ນຳໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຄັ້ງວັນທີ 22 ມີຖຸນາ 2020, ລວມມີທັງໝົດ 35 ໜ້າວຽກ, ໃນນັ້ນຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ມີ 7 ໜ້າວຽກ, ຄະນະສະເພາະກິດຕິດຕາມກວດກາ ການປະຕິບັດສັນຍາໂຄງການກໍ່ສ້າງທາງລົດໄຟລາວ-ຈີນມີ 5 ໜ້າວຽກ, ກ່ຽວກັບຄວາມສະຫງົບປອດໄພ ໃນໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ມີ 3 ໜ້າວຽກ, ຄວາມຮັບຜິດຊອບຂອງບັນດາກະຊວງ ແລະອົງການຈັດຕັ້ງມະຫາຊົນ ທີ່ກ່ຽວຂ້ອງກັບໂຄງການກໍ່ສ້າງທາງລົດໄຟ ລາວ-ຈັນ ມີ 6 ໜ້າວຽກ, ນະຄອນຫຼວງວຽງຈັນ ແລະ 4 ແຂວງ ມີ 7 ໜ້າວຽກ, ຜ່ານການຈັດຕັ້ງປະຕິບັດ ມາຮອດປະຈຸບັນສາມາດສັງລວມ ແລະ ຕີລາຄາ ແຕ່ລະໜ້າວຽກແມ່ນໄດ້ຈັດຕັ້ງປະຕິບັດຕາມທິດຊີ້ນໍາຂອງຂັ້ນເທິງໄດ້ເປັນຢ່າງດີ ເປັນຕົ້ນການມອບພື້ນທີການກໍ່ສ້າງ ຊ່ວງທີ 1 ແຕ່ຊາຍແດນລາວ-ຈີນ ແຂວງຫຼວງນໍ້າທາ ຫາ ສະຖານີໂດຍສານນະຄອນຫຼວງວຽງຈັນ ລວມຄວາມຍາວ 409 ກມ ແມ່ນສຳເລັດ 100% ແລະ ຊ່ວງທີ 2 ແຕ່ສະຖານີໂດຍສານນະຄອນຫຼວງວຽງຈັນ ຫາ ສະຖານີວຽງຈັນໃຕ້(ທ່ານາແລ້ງ) ຄວາມຍາວ 17 ກມ ແມ່ນສຳເລັດ 69,44%; ນອກຈາກນັ້ນ ກ່ຽວການຍົກຍ້າຍ ບັນດາບ້ານ ທີ່ຖືກຜົນກະທົບຈາການ


ກໍ່ສ້າງສະຖານີລົດໄຟ ແລະ ຄວາມສະຫງົບປອດໄຟໃນໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແລະ ໜ້າວຽກອື່ນໆ.






ຫຼັງຈາກນັ້ນ, ກອງປະຊຸມ ຍັງໄດ້ຮັບຟັງບົດລາຍງານ ການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຊຶ່ງລາຍງານໂດຍ ທ່ານ ຈັນຕຸລາ ພະນະລາສີ ຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ໄດ້ລາຍງານວ່າ: “ໃນການຈັດຕັ້ງປະຕິບັດ ມາເຖິງວັນທີ 31 ຕຸລາ 2020 ມີຄື: ຄວາມຄືບໜ້າທີພົ້ນເດັ່ນໃນການຈັດຕັ້ງປະຕິບັດຂອງໂຄງການກໍ່ສ້າງ, ຊ່ວງທີ 1 (409 ກມ ປະຕິບັດສໍາເລັດ 94,15% ຂອງວຽກງານກໍ່ສ້າງພື້ນຖານໂຄງລ່າງທາງລົດໄຟ (ທຽບໃສ່ເດືອນ 9/2020 ເພີ່ມຂື້ນ 1,95%, ໃນນີ້ມີໜ້າວຽກລະອຽດຄື: ການລົງມືກໍ່ສ້າງຂົວ 165 ແຫ່ງ ໃນຈໍານວນທັງໝົດ 165 ແຫ່ງ, ໃນນີ້ສ້າງເສົາຂົວສໍາເລັດ 2.041 ເສົາ (ທຽບໃສ່ເດືອນ 09/2020 ເພີ່ມຂື້ນ 13 ເສົາ), ສໍາເລັດການວາງຂາງຂົວ 1.842 ຊ່ວງເສົາ (ທຽບໃສ່ເດືອນ 9/2020 ເພີ່ມຂຶ້ນ 108 ຊ່ວງເສົາ) ກວມເອົາ 88,70% ຂອງການອອກແບບທັງໝົດ, ສໍາລັບວຽກງານການວາງລາງລົດໄຟ ລາວ-ຈີນ ແມ່ນເລີ່ມແຕ່ບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ-ແຂວງ ຫຼວງພະບາງ, ມາຮອດວັນທີ 31 ຕຸລາ 2020 ສໍາເລັດ 161,60 ກມ, ໃນຄວາມຍາວ 409 ກມ ເທົ່າກັບ 39,51%, ຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການຊ່ວງທີ 2 (17 ກມ) ມີດັ່ງນີ້: ແຕ່ສະຖານີໂດຍສານ ນະຄອນຫຼວງວຽງຈັນ-ສະຖານີສິນຄ້າວຽງຈັນໃຕ້ ທີ່ທ່ານາແລ້ງ ໄລຍະທາງ 17 ກມ, ປະຕິບັດສໍາເລັດ 8,49% (ທຽບໃສ່ເດືອນ 9/2020 ເພີ່ມຂື້ນ 3,49%).




ຫຼັງຈາກໄດ້ຮັບຟັງບົດລາຍງານທັງສອງບົດແລ້ວ, ທ່ານປະທານກອງປະຊຸມ ແລະຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນປະກອບຄໍາຄິດເຫັນຕໍ່ກັບບົດລາຍງານການຈັດຕັ້ງປະຕິບັດຜ່ານມາ ແລະໃຫ້ທິດຊີ້ນໍາ, ການວາງທິດທາງແຜນງານສືບຕໍ່ຈັດຕັ້ງປະຕິບັດ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ໃຫ້ກໍ່ສ້າງສໍາເລັດທັນກັບເວລາທີ່ກໍານົດໄວ້.





About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250