Ministry News

ພິທີປິດຊຸດຝຶກອົບຮົມ ທິດສະດີການເມືອງ ແລະການປົກຄອງໄລຍະສັ້ນ 50 ວັນ ຊຸດທີ XXIII

2020-12-07 - Administrator

ພິທີປິດຊຸດຝຶກອົບຮົມ ທິດສະດີການເມືອງ ແລະການປົກຄອງໄລຍະສັ້ນ 50 ວັນ ຊຸດທີ XXIII, ໄດ້ປິດລົງໃນຕອນເຊົ້າຂອງ ວັນທີ 4 ທັນວາ 2020 ທີ່ ສະຖາບັນຝຶກອົບຮົມ ຍທຂ, ໂດຍການເປັນປະທານຂອງສະຫາຍ ປອ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີກະຊວງ ຍທຂ, ມີສະຫາຍ ປອ ນາງ ໄກສອນ ຈັນສີນາ ຫົວໜ້າກົມ ຄຸ້ມຄອງການຮຽນ-ການສອນ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ມີບັນດາຄູອາຈານຈາກສະຖາບັນ ແລະອາຈານຮັບເຊີນ, ມີນັກຝຶກອົບຮົມ ແລະແຂກທີ່ກ່ຽວຂ້ອງກໍ່ໄດ້ເຂົ້າຮ່ວມ.




ພິທີປິດຊຸດຝຶກອົບຮົມ ທິດສະດີການເມືອງ ແລະການປົກຄອງໄລຍະສັ້ນ 50 ວັນ ຊຸດທີ XXIII, ໄດ້ປິດລົງໃນຕອນເຊົ້າຂອງ ວັນທີ 4 ທັນວາ 2020 ທີ່ ສະຖາບັນຝຶກອົບຮົມ ຍທຂ, ໂດຍການເປັນປະທານຂອງສະຫາຍ ປອ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີກະຊວງ ຍທຂ, ມີສະຫາຍ ປອ ນາງ ໄກສອນ ຈັນສີນາ ຫົວໜ້າກົມ ຄຸ້ມຄອງການຮຽນ-ການສອນ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ມີບັນດາຄູອາຈານຈາກສະຖາບັນ ແລະອາຈານຮັບເຊີນ, ມີນັກຝຶກອົບຮົມ ແລະແຂກທີ່ກ່ຽວຂ້ອງກໍ່ໄດ້ເຂົ້າຮ່ວມ.




ທາງດ້ານເນື້ອໃນຕົ້ນຕໍຂອງການຝຶກອົບຮົມ ແມ່ນປະກອບມີ 5 ພາກວິຊາຫຼັກ ແລະລວມທັງໝົດມີບົດຮຽນ 35 ບົດຄື: ພາກທີ 1 ພາກປັດຊະຍາ ປະກອບມີບົນຮຽນ 6 ບົດ, ພາກທີ 2 ພາກເສດຖະສາດການເມືອງ ປະກອບມີບົດຮຽນ 10 ບົດ, ພາກທີ 3 ພາກລັດທິສັງຄົມນິຍົມວິທະຍາສາດ ປະກອບມີບົດຮຽນ 6 ບົດ, ພາກທີ 4 ພາກບໍລິຫານສາດ ປະກອບມີບົດຮຽນ 8 ບົດ ແລະພາກທີ 5 ພາກກໍ່ສ້າງ ແລະປະຫວັດສາດພັກ ປະກອບມີບົດຮຽນ 5 ບົດ, ໃນການຂື້ນຫ້ອງສອນຄັ້ງນີ້ມີບັນດາຄູອາຈານເຂົ້າຮ່ວມສິດສອນທັງໝົດ 33 ສະຫາຍ, ຊຶ່ງທັງໝົດແມ່ນມາຈາກ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ຄູຮັບເຊີນຈາກບັນດາກົມກອງໃນກະຊວງ ຍທຂ ມີ 5 ທ່ານ (ກົມຈັດຕັ້ງ ແລະພະນັກງານ, ກົມແຜນການ ແລະການຮ່ວມມື, ສະຖາບັນຝຶກອົບຮົມ ຍທຂ, ກົມນໍ້າປະປາ ແລະກົມເຄຫາ-ຜັງເມືອງ), ໃນການຈັດຝຶກອົບຮົມຄັ້ງນີ້ ຍັງໄດ້ມີການແຕ່ງຕັ້ງຄະນະຮັບຜິດຊອບຢ່າງລະອຽດເຊັ່ນ: ໄດ້ມີການແຕ່ງຕັ້ງ ຄະນະບໍລິຫານຫຼັກສູດເພື່ອຊີ້ນໍາ ແລະປະສານງານລະຫວ່າງສອງສະຖາບັນ, ໄດ້ມີການຈັດຕັ້ງຂອງຫ້ອງຢ່າງຈະແຈ້ງເຊັ່ນ: ຄະນະຫ້ອງ, ຄະນະໜ່ວຍ ແລະໜ່ວຍງານຕ່າງໆ ເພື່ອຮັບຜິດຊອບວຽກລະອຽດ, ໄດ້ມີລະບົບລາຍງານ, ສ່ອງແສງການຮໍ່າຮຽນ ແລະການເຄື່ອນໄຫວກິດຈະກໍາຕ່າງໆເຊັ່ນ: ໄປຢ້ຽມຊົມ ແລະຢ້ຽມຢາມສະຖານທີ່ສໍາຄັນຫຼາຍແຫ່ງເຊັ່ນ: ໂຄງການທາງລົດໄຟ ລາວ-ຈີນ, ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ສະນັ້ນ, ຈຶ່ງເວົ້າໄດ້ວ່າ ການຝືກອົບຮົມໃນຄັ້ງນີ້ ນອກຈາກໄດ້ຮໍ່າຮຽນທາງດ້ານທິດສະດີແລ້ວ ກໍຍັງມີການໄປຢ້ຽມຢາມ, ຖອດຖອນບົດຮຽນ ມີທັງການເຄື່ອນໄຫວສ້າງກິດຈະກໍາທາງດ້ານກິລາ, ສິນລະປະ ແລະອອກແຮງງານອານາໄມລວມ, ນັ້ນໝາຍວ່າຮໍ່າຮຽນໄປພ້ອມສ້າງບັນຍາກາດຟົດຟື້ນມ່ວນຊື່ນໄປນໍາ, ນັກຝຶກໄດ້ຮັດແໜ້ນຄວາມສາມັກຄີຮັກແພງ ກັບໝູ່ເພື່ອນຮ່ວມຮຽນດ້ວຍກັນ ແລະກັບບັນດາຄູອາຈານອີກດ້ວຍ.




ໃຫ້ກຽດມອບໃບຢັ້ງຢືນການຝືກອົບຮົມໃນຄັ້ງນີ້ໂດຍ ສະຫາຍ ປອ ນາງ ໄກສອນ ຈັນສີນາ ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ, ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ແລະໃນຕອນທ້າຍຂອງພິທີ ໄດ້ຮັບຟັງຄໍາໂອ້ລົມ ແລະທິດຊີ້ນໍາຈາກ ສະຫາຍ ປອ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີກະຊວງ ຍທຂ ແລະສະຫາຍກໍ່ໄດ້ກ່າວປິດພິ ທີຢ່າງເປັນທາງການໃນຕອນເຊົ້າຂອງວັນດຽວກັນ.





About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250