Ministry News

ທ່ານ ລັດຖະມົນຕີ ກະຊວງ ຍທຂ ພ້ອມດ້ວຍຄະນະ ລົງຕິດຕາມກວດກາໂຄງການການກໍ່ສ້າງເສັ້ນທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ

2020-12-08 - Administrator

ໃນວັນທີ 8 ທັນວາ 2020 ທ່ານ ບຸຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ສຸພັນ ແກ້ວມີໄຊ ອາດິດລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ  ພ້ອມດ້ວຍຄະນະ ໄດ້ລົງຕິດຕາມກວດກາໂຄງງການກໍ່ສ້າງເສັ້ນທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ເພື່ອກະກຽມຄວາມພ້ອມໃຫ້ແກ່ການມອບ-ຮັບ ແລະ ເປີດນຳໃຊ້ເສັ້ນທາງຢ່າງເປັນທາງການໃນທ້າຍເດືອນທັນວານີ້.




ໃນໂອກາດນີ້ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະໄດ້ລົງຕິດຕາມກວດກາເສັ້ນທາງ, ຫ້ອງຄວບຄຸ້ມບັນຊາ, ຂົວ ແລະ ສະຖານີເກັບເງິນຕາມຈຸດຕ່າງໆເຊັ່ນ:  ສະຖານີເກັບເງິນ 8 ແຫ່ງ(ເປັນຕົ້ນ: ສະຖານີເກັບເງິນ ນະຄອນຫຼວງວຽງຈັນ, ນາຊອນ, ບ້ານບົວ, ສະກ້າ, ໂພນໂຮງ, ຫີນເຫີບ, ນໍ້າງື່ມ ແລະ ສະຖານີເກັບເງິນວັງວຽງ) ຊຶ່ງມາຮອດປັດຈຸບັນ ເສັ້ນທາງທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ໄດ້ສຳເລັດ 99% ເຫຼືອພຽງການອະນາໄມ ໃສ່ປ້າຍ ແລະ ປັບປຸງບາງຈຸດຕື່ມ ກໍຈະສຳເລັດ 100% ຄາດວ່າຈະສາມາດຈັດພິທີມອບ-ຮັບໂຄງການໃນທ້າຍເດືອນ ທັນວາ 2020 ນີ້ ແລະ ໃນການລົງກວດກາຄັ້ງນີ້ ທາງຄະນະທີ່ໄດ້ລົງມາກວດກາກໍໄດ້ຊີ້ນຳໃຫ້ຜູ້ຮັບເໝົາໂຄງການ ເອົາໃຈໃສ່ສືບຕໍ່ວຽກທີ່ຍັງເຫຼືອໃຫ້ສຳເລັດທັນຕາມເວລາທີກຳນົດ ເພື່ອເປັນການກະກຽມໃຫ້ກັບການຈັດພິທີມອບ-ຮັບໂຄງ ການດັ່ງກ່າວ.





ໂຄງການກໍ່ສ້າງທາງດ່ວນດັ່ງກ່າວໄດ້ເຊັນສັນຍາສຳປະທານໃນຕົ້ນເດືອນເມສາ2018 ຫຼັງຈາກນັ້ນແມ່ນໄດ້ເລີ່ມກໍ່ສ້າງ ແລະ ມາຮອດປັດຈຸບັນໄດ້ກໍ່ສ້າງສຳເລັດ 99% ເຊິ່ງໂຄງການໄດ້ກໍ່ສ້າງສຳເລັດກ່ອນສັນຍາ 5 ເດືອນ. ໃນນັ້ນ ໄດ້ສຳເລັດການກໍ່ສ້າງທໍ່ລອດທາງ 100%, ການກໍ່ສ້າງຂົວໄດ້ 100%, ການກໍ່ສ້າງອຸໂມງ 100%, ຊຶ່ງຄວາມຍາວອຸໂມງເບື້ອງຂວາ 845 ແມັດ ແລະ ເບື້ອງຊ້າຍ 875 ແມັດ, ການກໍ່ສ້າງຊັ້ນພື້ນທາງສຳເລັດ 100%, ການກໍ່ສ້າງທາງປູຢາງຂົ້ວຊັ້ນ 1 ສຳເລັດ 100 %, ແລະ ຂົ້ວຊັ້ນທີ 2 ສຳເລັດ 100%, ການແຕ້ມເສັ້ນແບ່ງຊ່ອງຈະລາຈອນສຳເລັດ 98%, ການຕິດຕັ້ງລະບົບເກັບເງິນສຳເລັດ 95%, ການຕິດຕັ້ງລະບົບຄວບຄຸມກວດກາສຳເລັດ 95% ການຕິດຕັ້ງປ້າຍສັນຍານຈະລາຈອນສຳເລັດ 98%, ການສ້ອມແປງບາງຈຸດທີ່ເປ່ເພສຳເລັດ 98% ແລະ ການກໍ່ສ້າງລະບົບຕ້ານຕາຝັ່ງເຈື່ອນສຳເລັດ 98% ແລະ ຄາດວ່າຈະໃຫ້ສຳເລັດໃນໄວໆນີ້ ເພື່ອໃຫ້ທັນກັບພິທີມອບຮັບ ແລະ ເປີດນຳໃຊ້ໃນທ້າຍເດືອນທັນວານີ້.








ສຳລັບເສັ້ນທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ມີຄວາມຍາວທັງໝົດ 109,10 ກິໂລແມັດ, ຕັດຜ່ານ 4 ເມືອງຄື: ເມືອງນາຊາຍທອງ, ເມືອງໂພນໂຮງ, ເມືອງຫິນເຫີບ ແລະ ເມືອງວັງວຽງ. ຄວາມກວ້າງຂອງທາງ 23 ແມັດ ອອກແບບໂດຍມາດຕະຖານເຕັກນິກທາງດ່ວນ ສປ ຈີນ ແລະ ມາດຕະຖານເຕັກນິກຂອງອາຊຽນເປັນພື້ນຖານ ມີອຸໂມງ 1 ແຫ່ງ, ຂົວ 45 ແຫ່ງ ຍາວທັງໝົດ 2.408 ແມັດ; ຄວາມໄວອອກແບບ 100 ກິໂລແມັດຕໍ່ຊົ່ວໂມງ ຕອນທາງດັ່ງກ່າວປະກອບມີຈຸດເຊື່ອມຕໍ່ທັງໝົດ 7 ແຫ່ງ ແລະ ສະຖານີເກັບເງິນ 8 ແຫ່ງ ( ນະຄອນຫຼວງວຽງຈັນ, ບ້ານນາຊອນ, ບ້ານບົວ, ບ້ານສະກ້າ ໂພນໂຮງ, ຫີນເຫີບ, ນໍ້າງື່ມ ແລະ ວັງວຽງ) ຈຸດພັກລົດມີ 2 ຈຸດ, ສູນຄວບຄຸມ 2 ບ່ອນ ແລະ ສູນສ້ອມແປງ 2 ບ່ອນ ລົງທຶນທັງໝົດ 1.293 ລ້ານໂດລາສະຫະລັດ ໃນການເກັບຄ່າຜ່ານທາງນັ້ນສຳລັບລົດທົ່ວໄປແມ່ນເກັບໃນລາຄາ  0,06 ໂດລາຕໍ່ກິໂລແມັດ,  ສ່ວນປະເພດລົດບັນທຸກແມ່ນຈະມີເຄື່ອງຕິດຊັງນໍ້າໜັກ ເກັບຕາມການຄິດໄລ່ຂອງນໍ້າໜັກ, ສ່ວນປະເພດພາຫະນະທີ່ບໍ່ສາມາດຂຶ້ນໄປນຳໃຊ້ໃນເສັ້ນທາງດັ່ງກ່າວໄດ້ນັ້ນ ແມ່ນພາຫະນະທີມີແຮງຈັກຕໍ່າກ່ວາ 350 ຊີຊີ.








About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250