ຂ່າວພາຍໃນກະຊວງ
ທ່ານ ລິດຕາ ຂັດທິຍະ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມຊຸກຍູ້ໂຄງການກໍ່ສ້າງ ແລະ ບູລະນະຮັກສາທາງຫຼວງເລກ 22 (ພູ 9 ຫຼັກ)
ທ່ານ ລິດຕາ ຂັດທິຍະ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມຊຸກຍູ້ໂຄງການກໍ່ສ້າງ ແລະ ບູລະນະຮັກສາທາງຫຼວງເລກ 22 (ພູ 9 ຫຼັກ)
ໃນຕອນເຊົ້າ ວັນທີ 20 ພຶດສະພາ 2026 ທ່ານ ລິດຕະ ຂັດທິຍະ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະ ແລະ ຂະແໜງການກ່ຽວຂ້ອງ ໄດ້ລົງຕິດຕາມຊຸກຍູ້ໂຄງການຟື້ນຟູ ແລະ ບູລະນະຮັກສາສ້ອມແປງ ທາງຫຼວງແຫ່ງຊາດເລກ 22(ພູ 9 ຫຼັກ) ເມືອງກາສີ ແຂວງວຽງຈັນ ຫາ ເມືອງນານ ແຂວງຫຼວງພະບາງ.
ບໍລິສັດ ພັດທະນາສາມຫຼ່ຽມເສດຖະກິດຄົບວົງຈອນ ຈໍາກັດຜູ້ດຽວ ໄດ້ລາຍງານການກໍ່ສ້າງສ້ອມແປງເສັ້ນທາງແຕ່ເມືອງກາສີ ແຂວງວຽງຈັນ ຫາ ບ້ານປົ່ງດົ່ງ ເມືອງນານ ແຂວງຫວງພະບາງວ່າ: ເລີ່ມແຕ່ສາມແຍກທາງ 13 ເໜືອ ບ້ານວຽງແກ້ວ, ເມືອງກາສີ, ແຂວງວຽງຈັນ ຫາ ສາມແຍກ ບ້ານປົ່ງດົງ, ເມືອງນານ, ແຂວງຫຼວງພະບາງ, ມີຄວາມຍາວ 68.5 ກມ. ໃນຮູບແບບ ສັນຍາປະສົມປະສານແບບ ມອບເໝົາທີ່ ອີງຕາມຜົນໄດ້ຮັບຂອງວຽກ Output and Performance-Based Road Contract (OPBRC)
ແລະ ເກັບຄ່າ ບໍລິການຜ່ານທາງສາທາລະນະ Public Road Toll Collection (PRTC). ນັບແຕ່ເຊັນສັນຍາຮ່ວມມືໃນເດືອນມິຖຸນາ 2025 ຜ່ານມາ ທາງບໍລິສັດໄດ້ສຳຫຼວດອອກແບບ ແລະ ກໍ່ສ້າງໄປພ້ອມ. ມາຮອດປະຈຸບັນ, ຄວາມຄືບໜ້າການຈັດຕັ້ງປະຕິບັດມາຮອດ ເດືອນ ເມສາ 2026 ສາມາດປະຕິບັດໄດ້ 17.018% ຂອງໜ້າວຽກ. ບໍລິສັດມີຄວາມພ້ອມດ້ານພາຫະນະກົນຈັກ ລວມເຖີງ ບຸກຄະລາກອນ, ອຸປະກອນຮັບໃຊ້ໂຄງການ ແລະ ເອົາໃຈໃສ່ຕິດຕາມໄກ້ຊິດກັບສະໜາມກໍ່ສ້າງຢ່າງຕໍ່ເນື່ອງເພື່ອໃຫ້ໂຄງການສຳເລັດຕາມແຜນ. ປັດຈຸບັນນີ້, ທາງບໍລິສັດຮັບເໝົາກໍ່ສ້າງພົບຄວາມຫຍຸ້ງຍາກຍ້ອນສະພາບອາກາດໃນຂົງເຂດພື້ນທີ່ ດັ່ງກ່າວມີຕົກຝົນຫຼາຍ, ຝົນຝອຍເປັນບາງຄັ້ງ ເຊິ່ງ
ເຮັດໃຫ້ການສັນຈອນໄປມາພົບຄວາມລໍາບາກ ແລະ ຕິດຂັດ, ສ່ວນໃຫຍ່ແມ່ນລົດໜັກສັນຈອນໄປມາໃນເສັ້ນທາງດັ່ງກ່າວ. ພາຍຫຼັງສຳເລັດການກໍ່ສ້າງຈະອຳນວຍຄວາມສະດວກໃຫ້ການສັນຈອນ ຂອງປະຊາຊົນ ໃນການໄປມາໄດ້ສະດວກສະບາຍຫຼາຍຂຶ້ນ ເຊິ່ງເປັນເສັ້ນທາງທີ່ກວ້າງໄດ້ມາດຕະຖານເຕັກນິກ ໃນໄລຍະການກໍ່ສ້າງຮຽກຮ້ອງໃຫ້ປະຊາຊົນທີ່ໃຊ້ລົດ ໃຊ້ຖະໜົນໃຫ້ລະມັດລະວັງຄ່ອຍໄປຄ່ອຍມາ ປະຕິບັດຕາມລະບຽບການກໍ່ສ້າງເຊິ່ງໃນແຕ່ລະຈຸດຈະມີປ້າຍໝາຍບອກເປັນຢ່າງດີ.