ຂ່າວພາຍໃນກະຊວງ
ລັດຖະມົນຕີ ກະຊວງ ຍທຂ ເຂົ້າອ່ວຍພອນ ເລຂາ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ

ທ່ານ ເຫຼັກໄຫລ
ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ພ້ອມດ້ວຍຄະນະພັກຄະນະນໍາ ແລະ ຄະນະບໍລິຫານງານຊາວໜຸ່ມ
ກະຊວງໂຍທາທິການ ແລະ ຂົນສົ່ງ ເຂົ້າອ່ວຍພອນ ທ່ານ ທອງລີ ສີສຸລິດ ເລຂາ ສູນກາງຊາວໜຸ່ມ ປະຊາຊົນ
ປະຕິວັດລາວ ເນື່ອງໃນວັນສ້າງຕັ້ງ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ 14 ເມສາ 1955-14 ເມສາ 2026 ຄົບຮອດ 71ປີ 
ແລະພ້ອມທັງ ປຶກສາຫາລື
ໃນການສົ່ງເສີມວຽກງານຊາວໜຸ່ມເຂົ້າໃນການພັດທະນາໂຄງລ່າງພື້ນຖານ.
