ຂ່າວກິດຈະກຳຕ່າງໆ

ຍທຂ ສ້າງຂະບວນການອານາໄມລວມ ເພື່ອຕ້ອນຮັບກອງປະຂຸມໃຫຍ່ຂອງອົງຄະນະພັກກະຊວງ, ສາມອົງການຈັດຕັ້ງມະຫາຊົນ ທີ່ຂື້ນກັບກະຊວງ ແລະ ກອງປະຊຸມໃຫຍ່ຂອງບັນດາຮາກຖານພັກ ຫ້ອງການ, ກົມ, ກອງ ແລະ ສະຖາບັນ

2020-01-02 - Administrator

​ໃນ​ວັນ​ເສົາ​ທີ 28 ທັນວາ 2019 ທີ່​ຜ່ານ​ມາ ກະຊວງ ຍທຂ ​ໄດ້ສ້າງຂະ​ບວນການ​ອານາ​ໄມ​ລວມ ​ ​ເພື່ອ​ເປັນ​ການສ້າງ​ຄວາມ​​ເປັນລະບຽບ​ຮຽບຮ້ອຍ, ສະອາດ​ຈົບ​ງາມ ພາຍ​ໃນ​ບໍລິ​ເວນ​ສຳນັກງານ ກະຊວງ ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແລະ ເພື່ອ​ຕ້ອນຮັບ​ກອງ​ປະ​ຂຸມ​ໃຫຍ່​ຂອງ​ອົງຄະ​ນະ​ພັກ​ກະຊວງ, ສາມ​ອົງການ​ຈັດ​ຕັ້ງມະຫາ​ຊົນ ທີ່​ຂື້ນ​ກັບ​ກະຊວງ ​ແລະ ກອງ​ປະຊຸມ​ໃຫຍ່​ຂອງ​ບັນດາ​ຮາກ​ຖານ​ພັກ ຫ້ອງການ, ກົມ, ກອງ ​ແລະ ສະ​ຖາ​ບັນ ​​ທີ່ຈະ​ມາ​ເຖິງ​ນີ້ ​ໃຫ້​ມີ​ຂະ​ບວນ​ຟົດ​ຟື້ນ ​ແລະ ຈົບ​ງາມ.






ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250