ຂ່າວພາຍໃນກະຊວງ

ກອງປະຊຸມໃຫຍ່ສະມາຄົມສະຖາປະນິກ ແລະ ວິສະວະກອນກໍ່ສ້າງລາວ (ສສວ) ຄັ້ງທີ IV

2022-05-16 - Administrator

        ກອງປະຊຸມໃຫຍ່ສະມາຄົມສະຖາປະນິກ ແລະ ວິສະວະກອນກໍ່ສ້າງລາວ (ສສວ) ຄັ້ງທີ IV ໄດ້ຈັດຂຶ້ນວັນທີ 12 ພຶດສະພາ 2022 ທີ່ ໂຮງແຮມຄຣາວພລາຊາ ໂດຍການເປັນປະທານຂອງ ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ; ທ່ານ ສຈ ດຣ ບຸນເຫຼື່ອມ ສີສຸລາດ ປະທານຄະນະປັບປຸງ ສສວ ແລະ ທ່ານ ພອນໄຊ ສຸດທິພົງ ປະທານ ສສວ ທັງເປັນຮອງປະທານຄະນະປັບປຸງ ສສວ ພ້ອມດ້ວຍສະມາຊິກ ສສວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

         ທ່ານ ພອນໄຊ ສຸດທິພົງ ໄດ້ຂຶ້ນຜ່ານບົດລາຍງານການເຄື່ອນໄຫວປະຕິບັດວຽກງານຂອງສະມາຄົມ ສສວ ວ່າ:ມາຮອດປັດຈຸບັນ ສສວ ມີສະມາຊິກທັງໝົດ 1.781 ຄົນ, ໂດຍ ສສວ ໄດ້ສືບຕໍ່ແລກປ່ຽນຂໍ້ມູນຂ່າວສານທາງວິຊາສະເພາະ, ລະບຽບ ແລະ ບັນດານິຕິກຳ ທີ່ກ່ຽວຂ້ອງກັບວິຊາການ ການສົ່ງເສີມ ແລະ ເປີດກວ້າງການແຂ່ງຂັນອອກແບບ ການສົ່ງນັກສຶກສາໄປຮ່ວມກິດຈະກຳກັບສະມາຄົມວິຊາຊີບ ແລະ ອົງການຈັດຕັ້ງສາກົນຕ່າງໆຢ່າງເປັນປະຈຳ ແລະ ຕໍ່ເນື່ອງ.

         ໃນໄລຍະ 8 ປີຜ່ານມາ (2012-2021) ສສວ ໄດ້ມີບາດກ້າວຂະຫຍາຍຕົວຫຼາຍພໍສົມຄວນ ຄືການເຄື່ອນໄຫວວຽກງານຢູ່ທັງພາຍໃນ ແລະ ຕ່າງປະເທດ ຫຼື ເວທີສາກົນ, ເຊິ່ງ ສສວ ໄດ້ເຮັດໃຫ້ສັງຄົມທົ່ວໄປມີຄວາມສົນໃຈໃນພາລະບົດບາດຂອງ ສສວ ນັບມື້ນັບດີຂຶ້ນ ເຊິ່ງສະແດງໃຫ້ເຫັນໃນຫຼາຍວຽກງານ ຫຼື ໂຄງການສຳຄັນຂອງລັດຖະບານ, ນະຄອນຫຼວງວຽງຈັນ ຫຼື ເວົ້າສະເພາະຂອງກະຊວງໂຍທາທິການ ແລະ ຂົນສົ່ງ ແມ່ນໄດ້ໃຫ້ ສສວ ໄດ້ມີຄວາມຄິດຄວາມເຫັນຕໍ່ວຽກງານຄຸ້ມຄອງເຄຫາສະຖານ ແລະ ຜັງເມືອງ; ໂຄງການປັບປຸງບູລະນະອາຄານໂຄງການລົງທຶນຈາກນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ. ໂຄງການກໍ່ສ້າງສໍານັກງານຂອງລັດຈຳນວນໜຶ່ງ ຕະຫຼອດເຖິງໂຄງການປັບປຸງຕໍ່ເຕີມຫໍຄຳ ສຳນັກງານປະທານປະເທດ ແລະ ໂຄງການກໍ່ສ້າງຫໍສະພາຫຼັງໃໝ່ ທີ່ເປັນໂຄງການລະດັບຊາດ ເຊິ່ງຜົນສຳເລັດດັ່ງກ່າວໄດ້ຕີລາຄາເປັນຜົນສຳເລັດໃນດ້ານໜຶ່ງທີ່ຍາດມາໄດ້.

ໃນກອງປະຊຸມຄັ້ງນີ້ ໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານຊຸດໃໝ່ ລົງສະໝັກ 24 ສະຫາຍ ເລືອກເອົາ 19 ສະຫາຍ ໃນນັ້ນ ເຫັນດີເປັນເອກກະພາບເລືອກເອົາທ່ານ ວົງໄພ ບຸນມະນີ ເປັນປະທານສະມາຄົມສະຖາປະນິກ ແລະ ວິສະວະກອນກໍ່ສ້າງລາວຜູ້ໃໝ່.


ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250