ຂ່າວພາຍໃນກະຊວງ
ຝຶກອົບຮົມການນຳໃຊ້ໂປຣແກຣມ ຂໍ້ມູນສຳລັບການປະເມີນຜົນ ແລະ ລາຍງານ ເຫດການທີ່ເກີດຂຶ້ນຕາມເສັ້ນທາງ
ໃນວັນທີ 24 ກຸມພາ 2021 ໄດ້້ຈັດຝຶກຝຶກອົບຮົມການນຳໃຊ້ໂປຣແກຣມ ຂໍ້ມູນ ສຳລັບການປະເມີນຜົນ ແລະ ລາຍງານ ເຫດການທີ່ເກີດຂຶ້ນຕາມ ເສັ້ນທາງ Data for Road Incident Visualization Evaluation and Reporting (DRIVER) ທີ່ສູນຝຶກອົບຮົມ ໄອຊີທີ ມິດຕະພາບ ລາວ-ເກົາຫຼີ, ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ປອ ບຸນຕາ ອ່ອນນາວົງ ຫົວໜ້າກົມຂົນສົ່ງ ກະຊວງ ໂຍທາທິການ ແລະ ຂົນສົ່ງ; ທ່ານ ກົງສີ ສຸວັນນະຕູ້ມ, ຫົວໜ້າກົມຕຳຫຼວດ ຈະລາຈອນ, ກະຊວງ ປ້ອງກັນຄວາມສະຫງົບ; ທ່ານ ສົມບັດ ສຸດທິວົງ, ຫົວໜ້າທິມງານ ພື້ນຖານໂຄງລ່າງ, ທະນາຄານໂລກ; ມີບັນດາຜູ້ຕາງໜ້າ ກົມຕຳຫຼວດ ຈະລາຈອນ, ວິຊາການຂອງກະຊວງ ຍທຂ, ກອງຮ້ອຍຕຳຫຼວດ ຈະລາຈອນ 06 ຕົວເມືອງ ຈາກແຂວງບໍລິຄໍາໄຊ (ທ່າພະບາດ, ປາກຊັ້ນ, ປາກກະດິງ) ແລະ ແຂວງຄຳມ່ວນ (ຫີນບູນ , ທ່າແຂກ, ເຊບັ້ງໄຟ); ຜູ້ຕາງໜ້າ ພະແນກ ຍທຂ ແຂວງບໍລິຄຳໄຊ ແລະ ແຂວງຄໍາມ່ວນ ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້.
ການເກີດອຸບປະຕິເຫດຕາມເສັ້ນທາງເປັນບັນຫາສຳຄັນ ທີ່ທົ່ວໂລກຈະຕ້ອງໄດ້ເອົາໃຈໃສ່ ເປັນພິເສດ, ອີງຕາມບົດລາຍງານສະຖານະພາບ ດ້ານຄວາມປອດໄພທາງຫຼວງ ສົກປີ 2018 ຂອງອົງການອະນາໄມໂລກ World Health Organization (WHO) ໃຫ້ຮູ້ວ່າ ໃນແຕ່ລະປີ ທົ່ວໂລກມີຄົນເສັຍຊີວິດຈາກການເກີດອຸປະຕິເຫດຕາມເສັ້ນທາງ ເຖິງ 1,35 ລ້ານຄົນ ຕໍ່ປີ ຫຼື ເທົ່າກັບ 8 ຄົນຕໍ່ວັນ, ນອກນັ້ນ ຍັງມີຜູ້ໄດ້ຮັບບາດເຈັບອີກປະມານ 20-50 ລ້ານຄົນຕໍ່ປີ ແລະ ສາຍເຫດຂອງການເກີດອຸປະຕິເຫດ ເປັນອັນດັບ 1 ແມ່ນຢູ່ໃນກຸ່ມອາຍຸ 5-29 ປີ, ໂດຍປັດໃຈທີ່ພາໃຫ້ເກີດອຸປະຕິເຫດ 66% ແມ່ນຄົນ, 26% ແມ່ນ ສະພາບແວດລ້ອມຂອງເສັ້ນທາງ ແລະ 8% ແມ່ນຍານພາຫະນະ.
ໃນລະຫວ່າງ ວັນທີ 19-20 ກຸມພາ 2020, ກອງປະຊຸມລັດຖະມົນຕີ ດ້ານຄວາມປອດໄພທາງຫຼວງ ຄັ້ງທີ່ 3, ໄດ້ຈັດຂຶ້ນທີ່ ສະຕອກໂຮມ, ປະເທດຊູແອັດ ແລະ ໄດ້ຮັບຮອງເອົາຖະແຫຼງການ ສະຕອກໂຮມ ໃນການບັນລຸເປົ້າໝາຍ ເພື່ອເຮັດໃຫ້ທົ່ວໂລກມີສະຖຽນລະພາບ ດ້ານຄວາມປອດໄພ ແລະ ຫຼຸດຜ່ອນຈຳນວນຜູ້ເສຍຊີວິດຈາກການເກີດອຸປະຕິເຫດຕາມເສັ້ນທາງ ໃຫ້ໄດ້ 50% ຮອດປີ 2030, ໂດຍອີງໃສ່ 5 ເສົາຄ້ຳ ຄື : (1) ສ້າງຄວາມເຂັ້ມແຂງໃຫ້ແກ່ການບໍລິຫານ-ຈັດການ ວຽກງານຄວາມປອດໄພທາງຫຼວງ (Road Safety Management); (2) ສ້າງເສັ້ນທາງທີ່ສົມບູນແບບເພື່ອການເດີນທາງທີ່ມີຄວາມປອດໄພສູງ (Safer Road and Mobility); (3) ກຳນົດມາດຕະຖານເຕັກນິກສໍາ: ລັບການນຳໃຊ້ຍານພາຫະນະໃຫ້ມີຄວາມປອດໄພ (Safer Vehicle); (4) ສ້າງແຜນງານ, ນິຕິກຳ, ປູກຈິດສຳນຶກການ ຂັບຂີ່ປອດໄພ ແລະ ການບັງຄັບໃຊ້ກົດໝາຍທີ່ເຂັ້ມງວດ (Safer Road User); (5) ຜັນຂະຫຍາຍການຊ່ວຍເຫຼືອປະຖົມພະຍາບານຜູ້ບາດເຈັບ ໃຫ້ທົ່ວເຖິງທຸກພື້ນທີ່ (Post-Crash Responds).
ສຳລັບ ຢູ່ ສປປ ລາວ ໃນແຕ່ລະປີ ມີອັດຕາເພີ່ມສູງຂື້ນຈາກຕົວເລກສະຖິຕິທີ່ມີຈຳນວນຜູ້ເສຍຊີວິດ ສະເລ່ຍ 553 ຄົນ ໃນປີ 2002-2010 ແລະ 980 ຄົນ ໃນປີ 2010-2020 ເພີ່ມຂື້ນ 45% ເຮັດໃຫ້ເພີ່ມຂື້ນສາມເທົ່າຕົວ, ໃນຄະນະດຽວ ກັນນັ້ນ ມີຈຳນວນຍານພາຫະນະເພີ່ມຂື້ນ 2,6 ເທົ່າຕົວ. ມາຮອດປີ 2020 ທົ່ວປະເທດມີອຸປະຕິເຫດເກີດຂື້ນ 6.774 ຄັ້ງ, ບາດເຈັບ 10.027 ຄົນ, ເສຍຊີວິດ 1.031 ຄົນ, ຍານພາຫະນະເປ່ເພ 12.007 ຄັນ ສະເລ່ຍແລ້ວແຕ່ລະມື້ມີອຸປະຕິເຫດເກີດຂື້ນປະມານ 15-17 ຄັ້ງ, ມີຜູ້ເສຍຊີວິດ 3-4 ຄົນ, ບາດເຈັບ 4-5 ຄົນ ແລະ ຍານພາຫະນະເປ່ເພ 24 ຄັນ, ໃນຈຳນວນຍານພາຫະນະທີ່ເກີດອຸປະຕິເຫດສ່ວນຫຼາຍແມ່ນລົດຈັກ, ຮອງລົງມາແມ່ນລົດເກັງ, ກະບະ, ຈຳໂບ້-ຕຸກໆ ແລະ ປະເພດອື່ນໆ. ຜູ້ທີ່ຖືກເຄາະຮ້າຍສ່ວນຫຼວງຫຼາຍ ແມ່ນຢູ່ໃນເກນອາຍຸ 19-31 ປີ, ໃນນັ້ນອັດຕາທີ່ສູງກວ່າໝູ່ ແມ່ນອາຍຸ ລະຫວ່າງ 25-30 ປີ; ສ່ວນເວລາທີ່ມັກເກີດອຸບປະຕິເຫດ ແມ່ນຢູ່ໃນລະຫວ່າງ 17:00-22:00 ແລະ 1:00 ໂມງກາງຄືນ. ມູນຄ່າການເສຍຫາຍ ທາງດ້ານເສດຖະກິດ-ສັງຄົມ ຕໍ່ຜູ້ເສຍຊີວິດ 1,031 ຄົນ (ປີ 2020) ປະມານ 1,438 ຕື້ ກີບ.
ໃນປະຈຸບັນ, ການເກັບກຳສະຖິຕິອຸປະຕິເຫດຕາມເສັ້ນທາງ ໃນຂອບເຂດທົ່ວປະເທດ ແມ່ນຍັງບໍ່ໄດ້ລວມສູນ, ນຳໃຊ້ລະບົບ ຈົດ-ກ່າຍ (Paper Based) ເປັນຕົ້ນຂໍ້ມູນຈາກ ຕຳຫຼວດຈະລາຈອນ, ໂຮງໝໍ, ໜ່ວຍກູ້ໄພ ແລະ ບໍລິສັດປະກັນໄພ, ໂດຍສະເພາະບາງຂໍ້ມູນ ຍັງບໍ່ຄົບຖ້ວນຕາມມາດຖານຂອງອົງການສະຫະປະຊາຊາດ ໃນການສັງລວມ-ເກັບກໍາຂໍ້ມູນສະຖິຕິອຸປະຕິເຫດ, ດັ່ງນັ້ນ, ໃນໄລຍະຜ່ານມາ ຜູ້ໃຫ້ທຶນ ກໍ່ຄືທະນາຄານໂລກ ເຫັນເຖິງຄວາມໝາຍຄວາມສຳຄັນໃນການເກັບກຳຂໍ້ມູນ ຈຶ່ງໄດ້ຮ່ວມມືກັບ ລັດຖະບານປະເທດ ຟີລິບປິນ ໃນການພັດທະນາ ແລະ ແນະນໍາ ໃຫ້ນຳໃຊ້ລະບົບ ດັ່ງກ່າວ ເພື່ອມາ ວິເຄາະ, ວິໄຈ ແລະ ນຳເອົາຜົນໄດ້ຮັບນັ້ນ ມາປັບປຸງ, ແກ້ໄຂ ແລະ ປ້ອງກັນ ບໍ່ໃຫ້ອຸປະຕິເຫດເກີດຂື້ນອີກ. ຊຶ່ງຈຸດປະສົງ ແມ່ນເພື່ອຢາກໄດ້ຂໍ້ມູນສະຖິຕິອຸປະຕິເຫດແບບລວມສູນ, ສາມາດເຊື່ອມຕໍ່ເຂົ້າກັບ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ ເຊັ່ນ: ກະຊວງ ປກສ, ກະຊວງ ຍທຂ, ກະຊວງ ສາທາລະນະສຸກ, ສະມາຄົມຫນ່ວຍກູ້ໄພ ຫລື ບໍລິສັດ ປະກັນໄພ ໂດຍນຳເອົາຂໍ້ມູນສະຖິຕິອຸປະຕິເຫດ ດັ່ງກ່າວ ມາວິໄຈ, ວິເຄາະ ແລະ ສາມາດປັບປຸງ, ແກ້ໄຂ ແລະ ປ້ອງກັນ ຈຸດທີ່ມັກເກີດອຸປະຕິເຫດຕາມເສັ້ນທາງບໍ່ໃຫ້ມັນເກີດຕື່ມອີກ.
ຄາດໝາຍ ແມ່ນຂໍ້ມູນສະຖິຕິ ອຸປະຕິເຫດ ສາມາດລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ , ຊ່ວຍປ້ອງກັນ ແລະ ຫຼຸດຜ່ອນອັດຕາການເກີດອຸປະຕິເຫດ ຕາມສະຖານທີ່/ຈຸດອັນຕະລາຍ ທີ່ມັກເກີດອຸປະຕິເຫດໄດ້ ແລະ ພັດທະນາ ຂີດຄວາມສາມາດ ທາງດ້ານການພັດທະນາບຸກຄະລາກອນ ໃນການນຳໃຊ້, ການເຂົ້າເຖິງເທັກໂນໂລຍີຂໍ້ມູນຂ່າວສານດ້ວຍລະບົບຄອມພິວເຕີ.