ໂຄງການທີ່ກຳລັງດຳເນີນງານ

Vientiane Sustainable Urban Transport Project ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ



ບົດສັງລວມຫຍໍ້ ແລະ ຄວາມຄືບໜ້າໂຄງການ


 ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ ຖືກຈັດຕັ້ງປະຕິບັດໂດຍກະຊວງໂຍທາທິການແລະ ຂົນສົ່ງ (ຍທຂ) ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ). ໂຄງການດັ່ງກ່າວຈະປັບປຸງການບໍລິການ ແລະ ການຄຸ້ມຄອງການຂົນສົ່ງໃນຕົວງເມືອງ ນະຄອນຫຼວງວຽງຈັນໂດຍການສ້າງໜ່ວຍງານຄຸ້ມຄອງການຂົນສົ່ງ, ໃຫ້ບໍລິການດ້ວຍລົດເມໄຟຟ້າ ທີ່ມີຄຸນະພາບສູງ ແລະ ລົດເມດ່ວນ; ໂດຍການປັບປຸງການບໍລິຫານຈັດການການສັນຈອນ, ລະບົບການຄຸ້ມຄອງບ່ອນຈອດລົດ ແລະ ນຳໃຊ້ລະບົບການຂຶ້ນທະບຽນຍານພາຫະນະ ລວມທັງການປັບປຸງທາງຄົນຍ່າງແລະ ການຂົນສົ່ງແບບບໍ່ໃຊ້ເຄື່ອງຈັກ. ໂຄງການຍັງໃຫ້ຄວາມສຳຄັນຕໍ່ບົດບາດຍິງຊາຍ, ການຫຼຸດຜ່ອນອາຍພິດເຮືອນແກ້ວ ແລະ ການຮ່ວມມືລະຫວ່າງພາກລັດ ແລະ ພາກເອກະຊົນ. ລາຍລະອຽດກ່ຽວກັບໂຄງການສາມາດຕິດຕາມໃນເວັບໄຊຂອງທະນາຄານພັດທະນາອາຊີ (Asian Development Bank Project Information).


  ໂຄງການດັ່ງກ່າວມີມູນຄ່າທັງໝົດ 99.7 ລ້ານໂດລາສະຫະລັດ. ລັດຖະບານລາວສົມທົບທຶນ ຈຳນວນ 14,55 ລ້ານໂດລາສະຫະລັດ, ການລົງທຶນຂອງພາກເອກະຊົນ ຈຳນວນ 6.41 ລ້ານໂດລາສະຫະລັດ.ລວມທັງທຶນກູ້ຢືມ ແລະ ຊ່ວຍເຫຼືອລ້າຈຳນວນໜຶ່ງ. ລາຍລະອຽດດັ່ງລຸ່ມນີ້:


 (i)   ທະນາຄານພັດທະນາອາຊີ (ADB)ຈໍານວນ 35ລ້ານໂດລາສະຫະລັດ;


 (ii)  ທະນາຄານເອີຣົບເພື່ອການລົງທຶນຈໍານວນ 20ລ້ານໂດລາສະຫະລັດ;


 (iii) ກອງທຶນກຸ່ມປະເທດສົ່ງນໍ້າມັນອອກເປັນສິນຄ້າ(OFID)ຈໍານວນ 15 ລ້ານໂດລາສະຫະລັດ;


 (iv) ສະຫະພາບເອີຣົບ-ກອງທຶນສະໜັບສະໜູນການລົງທຶນໃນອາຊີຈໍານວນ5ລ້ານເອີໂຣ(6.9ລ້ານໂດລາສະຫະລັດ);


 (v)  ກອງທຶນສິ່ງແວດລ້ອມໂລກ ຈໍານວນ1.84ລ້ານໂດລາສະຫະລັດ.


-ຄວາມຄືບໜ້າໂດຍລວມ


 ໂຄງການຖືກຮັບຮອງໃນເດືອນສິງຫາ ປີ 2016. ການຈັດຕັ້ງປະຕິບັດເລີ່ມຕົ້ນແຕ່ເດືອນສິງຫາ ປີ 2018 ແລະ ຄາດຄະເນສຳເລັດ ໃນເດືອນທັນວາ 2022.


  ຄະນະຊີ້ນຳໂຄງການໄດ້ຖືກສ້າງຕັ້ງຂຶ້ນຢ່າງເປັນທາງ ຊຶ່ງປະກອບດ້ວຍພາກສ່ວນຕ່າງໆເຊັ່ນ: ກະຊວງໂຍທາທິການ ແລະ ຂົນສົ່ງ, ຫ້ອງວ່າການນະຄອນຫຼວງວຽງຈັນ, ກະຊວງການເງິນ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງແຜນການ ແລະ ການລົງທຶນ. ຄະນະປະສານງານໂຄງການ (PCU) ກໍໄດ້ຮັບການສ້າງຕັ້ງຂຶ້ນເພື່ອຈັດຕັ້ງປະຕິບັດໂຄງການ ປະກອບດ້ວຍ ກົມຂົນສົ່ງ, ກົມເຄຫາ-ຜັງເມືອງ, ກົມການເງິນ, ຫ້ອງວ່າການນະຄອນຫຼວງວຽງຈັນ ແລະ ພະແນກໂຍທາທິການ ແລະ ຂົນສົ່ງ ນວ. ຊ່ຽວຊານດ້ານການຂົນສົ່ງໃນຕົວເມືອງ (UTA) ປະຈຳການຢູ່ກົມຂົນສົ່ງ ໄດ້ເລີ່ມເຮັດວຽກໃນເດືອນຕຸລາ 2016 ເພື່ອຊຸກຍູ້ຄະນະປະສານງານໂຄງການໃນການຈັດຕັ້ງປະຕິບັດໂຄງການ. ສ່ວນທີ່ປຶກສາຈັດຕັ້ງປະຕິບັດໂຄງການ (PIC) ເລີ່ມເຂົ້າປະຈຳການແຕ່ວັນທີ 23 ກໍລະກົດ 2018 ເພື່ອບໍລິຫານຈັດການໂຄງການ, ອອກແບບລະອຽດ ແລະ ຕິດຕາມ ກວດກາການກໍ່ສ້າງ. ນອກຈາກນັ້ນ, ທະນາຄານພັດທະນາອາຊີ (ADB) ກໍໄດ້ສະໜອງການຊ່ວຍເຫຼືອລ້າເພີ່ມເຕີມທາງວິຊາການ (Transaction Technical Assistance “TRTA”) ຈຳນວນ 1,5 ລ້ານໂດລາສະຫະລັດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລັດຖະກອນທີ່ມີສ່ວນຮ່ວມໃນໂຄງການ ໂດຍສະເພາະແມ່ນພະນັກງານຂັ້ນການນຳເພື່ອໃຫ້ມີຄວາມພ້ອມໃນການຕັດສິນໃຈຈັດຕັ້ງປະຕິບັດໂຄງການ.


  ຮອດວັນທີ 30 ພະຈິກ 2019, ໂຄງການມີຄວາມຄືບໜ້າທັງໝົດປະມານ 33% ທຽບກັບແຜນການ. ປະຈຸບັນ, ພວມປັບປຸງແຜນດຳເນີນງານ, ແຜນທຸລະກິດການໃຫ້ບໍລິການລົດເມດ່ວນ ແລະ ເອກະສານປະມູນຈຳນວນໜຶ່ງ. ສຳລັບວຽກກໍ່ ສ້າງປະກອບມີ 5 ສັນຍາ ແລະ ວຽກບໍລິການ 4 ສັນຍາ. ນອກນັ້ນ, ກໍໄດ້ວາງຄາດໝາຍໃຫ້ໄດ້ເລີ່ມປະມູນໃນໄຕມາດທີ 4 ປີ 2020 ແລະ ປະກາດຜົນໃນໄຕມາດທີ 2 ປີ 2012. ໂຄງການກຳລັງປັບປຸງແຜນການປະມູນເພື່ອໃຫ້ສອດຄ່ອງກັບ ແຜນດຳເນີນງານຕົວຈິງ ຊຶ່ງຄາດວ່າຈະສຳເລັດ ແລະ ຖືກຮັບຮອງຈາກ ADB ໃນໄຕມາດທີ 3 ປີ 2020 ນີ້.


  ການແຜ່ລະບາດຂອງພະຍາດ COVID-19 ໄດ້ສ້າງຜົນກະທົບຕໍ່ຄວາມຄືບໜ້າຂອງໂຄງການພໍສົມຄວນ. ແຕ່ເຖິງຢ່າງໃດກໍຕາມ, ໂຄງການຄາດຄະເນໃຫ້ສຳເລັດຕາມແຜນການໃນປີ 2020. ມາຮອດປະຈຸບັນ, ໂຄງການປະຕິບັດລາຍຈ່າຍໄດ້ 3,7 ລ້ານໂດລາສະຫະລັດ.


  ການຈັດຕັ້ງປະຕິບັດໂຄງການໄດ້ຮັບການຕິດຕາມກວດກາຢ່າງຕໍ່ເນື່ອງ ແລະ ມີບົດລາຍງານປະຈຳໄຕມາດ ຊຶ່ງໄດ້ສັງລວມໄວ້ໃນເວັບໄຊນີ້. ລາຍລະອຽດສາມາດຕິດຕໍ່ພົວພັນ: ທ່ານ ດຣ. ບຸນຕາ ອ່ອນນາວົງ, ຫົວໜ້າກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ, ອີເມວ: bounta_ov@yahoo.com ຫຼື ແຟັກ+856-21-415563.


–ແຜນການຈັດຊື້-ຈັດຈ້າງ


  –ການການຈັດຊື້-ຈັດຈ້າງຂອງໂຄງການ


  –ແຜນການຈັດຊື້-ຈັດຈ້າງທີ່ດໍາເນີນຢູ່


  – ບໍ່ມີ


  –ສັນຍາການວ່າຈ້າງ


  ທີ່ປຶກສາດ້ານການຂົນສົ່ງໃນຕົວເມືອງ. ມີມູນຄ່າທັງໝົດລວມທັງຊ່ວງຕໍ່ສັນຍາແມ່ນ 763,825 ໂດລາສະຫະລັດ.


 – ຈັດຊື້ລົດພາກສະໜາມ, ມູນຄ່າ282,880.000ກີບ


–ການກວດສອບພາຍນອກ, ມູນຄ່າ 118,514U.S.$.


 


– ທີ່ປຶກສາການຈັດຕັ້ງປະຕິບັດໂຄງການ. ມູນຄ່າ7,592,642.51ເອີໂຣ, ໂດຍເງິນທຶນຈາກສະຫະພາບເອີຣົບ.



ການເຊື່່ອມໂຍງ


  –ຂໍ້ມູນໂຄງການທະນາຄານພັດທະນາອາຊີ


 –ໜ່ວຍງານເຊື່ອມໂຍງຂອງທະນາຄານພັດທະນາອາຊີ


 –ນະໂຍບາຍຕ້ານການສໍ້ໂກງຂອງທະນາຄານເອີຣົບເພື່ອການລົງທຶນ


 – ຄູ່ມືການຈັດຊື້ຈັດຈ້າງຂອງທະນາຄານເອີຣົບເພື່ອການລົງທຶນ


ເອກະສານຄັດຕິດ

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250