ຂ່າວກິດຈະກຳຕ່າງໆ

ກົມນ້ຳປະປາ ແລະ ກົມຈັດຕັ້ງ-ພະນັກງານ ສ້າງຂະບວນການແຂ່ງຂັນກິລາມິດພາບ

2017-06-06 - Administrator





ໃນ​ວັນ​ທີ່ 26 ພຶດສະພາ 2017 ​ທີ່​ສະ​ໜາມ​ກິ​ລາ ກຸດ​ໄລ, ເມືອງ ສີ​ໂຄດ​ຕະ​ບອງ, ນະ​ຄອນຫຼວງວຽງ​ຈັນ, ກົມ​ນ້ຳ​ປະ​ປາ​ ແລະ ​ກົມ​ຈັດ​ຕັ້ງ​​-ພະ​ນັກ​ງານ​ ໄດ້​ສ້າງ​ຂະ​ບວນ​ການ​ແຂ່ງ​ຂັນ​ກິ​ລາ​ມິດ​ພາບ​ຂື້ນ ເພື່ອ​ຄຳ​ນັບ​ຮັບ​ຕ້ອນກອງປະຊຸມ​ດຳ​ເນີນ​ຊິວິດ​ການ​ເມືອງ​ປັບປຸງປົວ​ແປງທົ່ວ​ອົງຄະ​ນະ​ພັກ​ກະ​ຊວງ ຍ​ທ​ຂ​ ແລະ ​ວັນ​ປູກ​ຕົ້ນ​ໄມ້​ແຫ່ງ​ຊາດ ວັນ​ທີ່ 1 ມີ​ຖຸນາ 2017 ທີ່​ຈະ​ມາ​ເຖິງ​ນີ້ ແລະ ເພື່ອຮັດ​​ແໜ້ນ​ຄວາມ​ສາ​ມັກ​ຄີ​ໃຫ້​   ແໜ້ນ​ແຝ້ນ​ລະ​ຫວ່າງ 2 ກົມ, ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມການ​ແຂ່ງ​ຂັນ​ກິ​ລາ​ມິດ​ຕະ​ພາບ​ໃນ​ຄັ້ງ​ນີ້ ຂອງ ສະ​ຫາຍ ​ລັນ ແສງ​ອາ​ພອນ ຄະ​ນະ​ປະ​ຈຳ​ພັກ​ກະ​ຊວງ, ຫົວ​ໜ້າ​ກົມ​ຈັດ​ຕັ້ງ​-​ພະ​ນັກ​ງານ; ສະ​ຫາຍ ​ພົ​ມ​ມາ ແວວ​ລາ​​ວັນ ເລ​ຂາ​ໜ່ວຍ​ພັກ​ຮາກ​ຖານ​, ຫົວ​ຫ​ນ້າ​ກົມ​ນ້ຳ ​ແລະ ພະນັກງານທັງ 2 ກົມ​ເຂົ້າ​ຮ່ວມ, ຊຶ່ງປະ​ກອບ 2 ປະ​ເພດ​ກິ​ລາ​ຄື: ກິ​ລາ​ຕິ​ບູນ ​ແລະ ​ກິ​ລາ​ບານ​ເຕະ.


 ຜົນ​ການ​ແຂ່ງ​ຂັນ​ຕີ​ບູນ​​ຄູ່​ການ​ນຳ ແມ່ນ​ກົມ​ນ້ຳ​ປະ​ປາ​ເ​ປັນ​ຜູ້​​ຊະ​ນະ; ຄູ່​ກຳ​ມະ​ບານ ແມ່ນ​ໜ່ວຍ​ກຳ​ມະ​ບານ​ກົມ​ຈັດ​ຕັ້ງ​​-ພະນັກງານເປັນ​​​ເປັນ​ຜູ້ຊະ​ນະ; ຄູ່​ຊາວ​ໜຸ່ມ​​ ແມ່ນ​ໜ່ວຍ​ຊ​າວ​ໜຸ່ມ​ຮາກ​ຖານ​ກົມ​ຈັດ​ຕັ້ງ​-​ພະ​ນັກ​ງານເປັນ​ຜູ້​ຊະ​ນະ ແລະ ​ຄູ່​ໜ່ວຍ​ສະ​ຫະ​ພັນ​ແມ່​ຍິງ​ ແມ່ນ​ຕົວ​ແທນ​ຈາກ​ໜ່ວຍ​ແມ່​ຍິງ​ກົມ​ຈັດ​ຕັ້ງ-​ພະ​ນັກ​ງານ​ເປັນ​ຜູ້​ຊະ​ນະ, ​ສ່ວນ​ການ​ແຂ່ງ​ຂັນ​ກິ​ລາ​ບານ​ເຕະ ​ແມ່ນ​ໜ່ວຍ​ກຳ​ມະ​ບານ​ຮາກ​ຖານ​ກົມ​ນ້ຳ​ປະ​ປາ​ເປັນ​ຜູ້​ຊະ​ນະ 7 ຕໍ່ 3. ການ​ແຂ່ງ​ຂັນ​ກິ​ລາ​​ຂອງ 3 ອົງ​ການ​ຈັດ​ຕັ້ງ​ມະ​ຊົນໃນ​ຄັ້ງ​ນີ້​ແມ່ນ​ເຕັມ​ໄປ​ດ້ວຍ​​ຄວາມ​​ເບີກ​ບານ​ມ່ວ​ນ​ຊື່ນ​ ແລະ ​ມີ​ຄວາມ​ໝາຍ​ຄວາມ​ສຳ​ຄັນ​ຢ່າງ​ຍິງ ໃນ​ການ​ສ້າງ​ຄວາມ​ສາ​ມັກ​ຄີ​ພາຍ​ໃນ​ກະ​ຊວງ ​ໂຍ​ທາ​ທິ​ການ​ ແລະ​ ຂົນ​ສົ່ງ​, ໂດຍ​ສະ​ເພາະ​ແມ່ນພະ​ນັກ​ງານ​ກົມ​ນ້ຳ​ປະ​ປາ​ ແລະ ​ກົມ​ຈັດ​ຕັ້ງ​​-ພະ​ນັກ​ງານ ​ໄດ້​ມີ​ການ​ແລກ​ປ່ຽນ​ບົດ​ຮຽນ​ເຊິງ​ກັນ ແລະ ​ກັນ.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250