ຂ່າວພາຍໃນກະຊວງ

ກະຊວງ ຍທຂ ແລະ ອົງການປົກຄອງແຂວງຜົ້ງສາລີ ລົງນາມບົດບັນທຶກ ການຮ່ວມມືພັດທະນາແຂວງຜົ້ງສາລີ ຮອບດ້ານ ຮ່ວມກັນ (2026-2030)

2026-10-29 - Sayphone



ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີ ໄດ້ມີພິທີລົງນາມ ເຊັນບົດບັນທຶກການຮ່ວມມື ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ອົງການປົກຄອງແຂວງຜົ້ງສາລີ ເພື່ອຜັນຂະຫຍາຍຂໍ້ຕົກລົງຂອງນາຍົກລັດຖະມົນຕີ ສະບັບເລກທີ 27/ນຍ ວ່າດ້ວຍການແບ່ງຄວາມຮັບຜິດຊອບໃຫ້ ກະຊວງ-ອົງການທຽບເທົ່າ ລົງຊ່ວຍ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງທົ່ວປະເທດ. ແລະ ເພື່ອນໍາພາສູ້ຊົນພັດທະນາເສດຖະກິດ-ສັງຄົມ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ບັນດາເຜົ່າໃຫ້ຫຼຸດລົງເທື່ອລະກ້າວ. ຄະນະພັກ, ອໍານາດການປົກຄອງແຂວງ ຈຶ່ງໄດ້ຄົ້ນຄວ້າ ແລະ ກຳນົດ ທິດທາງແຜນພັດ ທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030) ຂອງແຂວງ ພາຍໃຕ້ ຄໍາຂວັນ: “ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງຢ່າງຕັ້ງໜ້າ, ສຸມໃສ່ພັດທະນາຕາມ 5 ທ່າແຮງປາຍແຫຼມຂອງແຂວງ, ຄຸ້ມຄອງການພັດທະນາ ເສດຖະກິດ-ສັງຄົມໃຫ້ມີປະສິດທິພາບ, ປະສິດທິຜົນ, ມີຄວາມສົມດຸນຕາມທິດສີຂຽວ ແລະ ຍືນຍົງ.” ໂດຍໄດ້ກໍານົດຈຸດສຸມລວມ, 5 ທ່າແຮງ ແລະ 6 ເປົ້າໝາຍ ເຂົ້າໃສ່ ແຜນຄາດໝາຍສູ້ຊົນ ແລະ ແຜນງານຈຸດສຸມ ປີ 2026 – 2030. ສໍາລັບກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ຮັບມອບໝາຍ ໃຫ້ລົງຊ່ວຍ ແຂວງຜົ້ງສາລີ ຊຸກຍູ້ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ.
ພິທີລົງນາມຄັ້ງນີ້ ໃຫ້ກຽດລົງນາມໂດຍ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທ່ານ ພົນຕີ ສົມພອນ ມິດຕະພອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ຜົ້ງສາລີ; ມີຄະນະນໍາຂອງກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ຄະນະນໍາຂອງແຂວງ ແລະ ພະແນກການເຂົ້າຮ່ວມ.
ບົດບັນທຶກການຮ່ວມມື ລະຫວ່າງ ກະຊວງ ໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ອົງການປົກຄອງແຂວງຜົ້ງສາລີ ສະບັບນີ້ ໂດຍກຳນົດຂອບເຂດຄວາມຮັບຜິດຊອບ ແລະ ກົນໄກການຮ່ວມມືຢ່າງລະອຽດ ເພື່ອກໍ່ສ້າງຍົກລະດັບພື້ນຖານໂຄງລ່າງເປັນຕົ້ນ: 1) ວຽກຂົວທາງ: ກໍ່ສ້າງຍົກລະດັບ, ບູລະນະຮັກສາ ແລະ ສ້ອມແປງທາງພາຍໃນແຂວງຜົ້ງສາລີ ທີ່ເປັນເສັ້ນທາງຍຸດທະສາດ, ເຊື່ອມໂຍງ-ເຊື່ອມຈອດ, ເສັ້ນທາງເຂົ້າແຫຼ່ງທ່ອງທ່ຽວ, ເສັ້ນທາງເຂົ້າເຂດການຜະລິດ ແລະ ເສັ້ນທາງແກ້ໄຂຄວາມທຸກຍາກ; 2) ວຽກເຄຫາ ແລະ ຜັງເມືອງ: ການປັບປຸງ ແລະ ພັດທະນາແຜນຜັງລວມ, ແຜນຜັງລະອຽດ ໃນແຕ່ລະໄລຍະ ຕາມເງື່ອນໄຂການຂະຫຍາຍຕົວ ທາງດ້ານເສດຖະກິດ-ສັງຄົມຂອງແຂວງຜົ້ງສາລີ; ວຽກຄຸ້ມຄອງ ແລະ ຈັດການສິ່ງເສດເຫຼືອ (ຂີ້ເຫຍື້ອ); ວຽກປັບປຸງສິ່ງແວດລ້ອມຕົວເມືອງ; 3)ວຽກຂົນສົ່ງ: ລະບົບການຂົນສົ່ງໂດຍສານໃນຕົວເມືອງ, ເມືອງຕໍ່ເມືອງ, ແຂວງຫາແຂວງ ແລະ ລະຫວ່າງປະເທດ;ວຽກງານ ການຂົນສົ່ງສິນຄ້າ; ວຽກຄຸ້ມຄອງພາຫະນະ ແລະ ການຂັບຂີ່; 4)ວຽກນໍ້າປະປາ ແລະ ບໍາບັດນໍ້າເປື້ອນ: ການພັດທະນາລະບົບນໍ້າປະປາ (ບັນດາເທດສະບານເມືອງ ແລະ ກຸ່ມບ້ານພັດທະນາ) ແລະ ລະບົບນໍ້າເປື້ອນຄົວເຮືອນ; ຮ່ວມກັນຄົ້ນຄວ້າຮັກສາແຫຼ່ງນໍ້າດິບທີ່ມີ ເພື່ອໃຫ້ຍືນຍົງ ແລະ ສະຫງວນຕອນດິນໄວ້ ເພື່ອຂະຫຍາຍລະບົບໂຮງງານນໍ້າປະປາ ໃນອະນາຄົດ; 5) ວຽກທາງນໍ້າ: ການປ້ອງກັນຕາຝັ່ງເຈື່ອນລຽບຕາມແມ່ນໍ້າທີ່ສໍາຄັນຂອງແຂວງ; ການພັດທະນາເສັ້ນທາງເດີນເຮືອ ທີ່ມີທ່າແຮງ ເພື່ອຂົນສົ່ງໂດຍສານ ແລະ ສິນຄ້າ; 6) ປັບປຸງ ແລະ ຍົກລະດັບສະໜາມບິນບຸນເໜືອ ໃຫ້ຍົນ ATR-72 ແລະ C909 ສາມາດລົງໄດ້; ແລະ 7) ວຽກງານສ້າງຂີດຄວາມສາມາດດ້ານບຸກຄະລະກອນ ໃຫ້ແກ່ຂະແໜງ ຍທຂ ຢູ່ ແຂວງຜົ້ງສາລີ ແລະ ຄົ້ນຄວ້າພະນັກງານຂອງ ກະຊວງໂຍທາທິການ ແລະ ຂົນສົ່ງ ລົງໄປຊ່ວຍແຂວງຜົ້ງສາລີ ໃນການຈັດຕັ້ງແຜນພັດທະນາແຂວງຜົ້ງສາລີ.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250