ຂ່າວພາຍໃນກະຊວງ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ເຄື່ອນໄຫວຕິດຕາມຊຸກຍູ້ພື້ນຖານໂຄງລ່າງແຂວງຜົ້ງສາລີ

2026-10-26 - Sayphone

ອາດເປັນຮູບພາບຂອງ ໜຶ່ງຄົນຂຶ້ນໄປ

ອາດເປັນຮູບພາບຂອງ ຂໍ້ຄວາມ

ອາດເປັນຮູບພາບຂອງ ຂໍ້ຄວາມ

ອາດເປັນຮູບພາບຂອງ ໜຶ່ງຄົນຂຶ້ນໄປ ແລະ ທົ່ງຫຍ້າ

ອາດເປັນຮູບພາບຂອງ ການແຕ່ງງານ

ອາດເປັນຮູບພາບຂອງ ໜຶ່ງຄົນຂຶ້ນໄປ ແລະ ຂໍ້ຄວາມ

ອາດເປັນຮູບພາບຂອງ ຖະໜົນ

ອາດເປັນຮູບພາບຂອງ ທົ່ງຫຍ້າ, ຕົ້ນໄມ້ ແລະ ຖະໜົນ

ວັນທີ 26 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ເຄື່ອນໄຫວຕິດຕາມຊຸກຍູ້ພື້ນຖານໂຄງລ່າງແຂວງຜົ້ງສາລີ, ໂດຍສະເພາະແມ່ນຖະໜົນຫົນທາງພາຍໃນແຂວງຜົ້ງສາລີ ການເຄື່ອນໄຫວຄັ້ງນີ້ ໃຫ້ການຕ້ອນຮັບໂດຍທ່ານ ພອນໄຊ ອ່ອນສາ ຮອງປະທານຄະນະກຳມະການປົກຄອງແຂວງ ແລະ ທ່ານ ບຸນພານິດ ແກ້ວຮຸ່ງ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງຜົ້ງສາລີ ພ້ອມດ້ວຍຄະນະ.
ການລົງເຄື່ອນໄຫວຕິດຕາມຊຸກຍູ້ພື້ນຖານໂຄງລ່າງຢູ່ແຂວງຜົ້ງສາລີຂອງທ່ານລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ໃນຄັ້ງນີ້ ໄດ້ລົງຕິດຕາມເສັ້ນທາງ 2E ຊວງເຊື່ອມຕໍ່ລະຫວ່າງແຂວງອຸດົມໄຊ ຫາ ປາກນ້ຳນ້ອຍ ບ້ານສີນໄຊ ເມືອງຂວາ, ແຂວງຜົ້ງສາລີ ແລະ ເສັ້ນທາງເລກ 1208, ຕິດຕາມເສັ້ນທາງຫຼວງແຫ່ງຊາດ1B ປາກນ້ຳນ້ອຍ ຫາ ບ້ານຢໍ້ ເມືອງບຸນເໜືອ ແລະ ໂຄງການພັດທະນາຊົນນະບົດໄລຍະ 4(RDPIV) ຈາກການຊ່ວຍເຫຼືອລ້າຂອງປະຊາຊົນ ແລະ ລັດຖະບານປະເທດເຢຍລະມັນ ໂດຍຜ່ານທະນາຄານເພື່ອການພັດທະນາ KfW,
ພວມກໍ່ສ້າງເສັ້ນທາງແຕ່ແຍກເລກ B1 ແຕ່ບ້ານກົກພ້າວ ຫາ ບ້ານພູສະຖິ ເມືອງຂວາໄລຍະທາງ 14,6 ກິໂລແມັດ ຕາມແຜນຈະປູຢາງ 2 ຊັ້ນ 3,9 ກິໂລແມັດ, ປູຊີມັງ2,44 ກິໂລແມັດ, ທາງປູແຮ່ 8,24 ກິໂລແມັດ ແລະ ກໍ່ສ້າງຂົວຊີມັງອັດແຮງ2 ແຫ່ງ ແຕ່ລະແຫ່ງຄວາມຍາວ 25 ແມັດ, ແລະ ສະຖານີກວດກາ ແລະ ຊັ່ງນໍ້າໜັກລົດບັນທຸກ.
ຈາກນັ້ນ ທາງຄະນະຍັງໄດ້ລົງຕິຕາມເສັ້ນທາງເລກ 1202 ເມືອງບຸນໃຕ້, ແຂວງຜົ້ງສາລີ. ເຊີ່ງເປັນເສັ້ນທາງຜ່ານທີ່ສຳຄັນເຊື່ອມຕໍ່ລະຫວ່າງເມືອງບຸນໃຕ້, ແຂວງຜົ້ງສາລີ ຫາ ເມືອງນາໝໍ້, ແຂວງອຸດົມໄຊ ໄລຍະທາງ 73 ກີໂລແມັດ. ພັກ ແລະ ລັດຖະບານ ກໍ່ຄືກະຊວງໂຍທາທິການ ແລະ ຂົນສົ່ງເຫັນບັນຫາ ແລະ ສະພາບຄວາມຍຸ້ງຍາກຂອງປະຊາຊົນຊົມໃຊ້ເສັ້ນທາງນີ້, ທາງຄະນະຮັບຜິດຊອບຈາກກະຊວງໂຍທາທິການ ແລະ ຂົນສົ່ງ ປຶກສາຫາລືກະກຽມຂື້ນແຜນສະເໜີຕໍ່ລັດຖະບານເພື່ອພິຈາລະນາຂໍງົບປະມານສ້ອມແປງເສັ້ນທາງ ເພື່ອແກ້ໄຂການສັນ ຈອນ ລະຫວ່າງເມືອງຕໍ່ເມືອງ ແຂວງຕໍ່ແຂວງການໄປມາຫາສູ່, ຂົນສົ່ງສິນຄ້າໃຫ້ມີຄວາມສະດວກວ່ອງໄວຍີ່ງຂື້ນ.









ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250