ຂ່າວພາຍໃນກະຊວງ
ພິທີເຊັນສັນຍາຮັບເໝົາກໍ່ສ້າງ ທາງຫຼວງເມືອງ ເລກ 5683(ຊ່ວງ2), ແຕ່ບ້ານນາຊອຍ ເມືອງເຊບັ້ງໄຟ ຫາ ທາງຫຼວງແຫ່ງຊາດ 1F ເມືອງໄຊບົວທອງ, ແຂວງຄໍາມ່ວນ.









ພິທີເຊັນສັນຍາຮັບເໝົາກໍ່ສ້າງ ໂຄງການ ປັບປຸງທາງຫຼວງທ້ອງຖິ່ນ ເພື່ອການເຊື່ອມໂຍງ-ເຊື່ອມຈອດ ໃຫ້ມີຄວາມທົນທານຕໍ່ກັບການປ່ຽນແປງສະພາບດິນຟ້າອາກາດ(CRRCIP), ທາງຊົນນະບົດເລກ 5683(ຊວງ 2), ແຕ່ບ້ານ ນາຊອຍ ກມ 28+700 ເມືອງເຊບັ້ງໄຟ ຫາ ທາງຫຼວງແຫ່ງຊາດ 1F ກມ 52+784 ລວງຍາວ 24.084 ກມ, ເມືອງໄຊບົວທອງ, ແຂວງຄໍາມ່ວນ; ໄດ້ຈັດຂື້ນໃນຕອນແລງຂອງວັນທີ 16 ຕຸລາ 2026 ທີ່ໂຮງແຮມຄລາວພາຊາ, ນະຄອນຫຼວງວຽງຈັນ ໂດຍລົງນາມ ລະຫວ່າງ ທ່ານ ອິນທະປະດາ ສິດທິມໍລະດາ ຫົວໜ້າໂຄງການ ຕາງໜ້າເຈົ້າຂອງໂຄງການ ແລະ ທ່ານ ສີປະເສີດ ພັນທະວົງ ຮອງຜູ້ອໍານວຍການ ຕາງຫນ້າປະທານ ກຸ່ມບໍລິສັດ ແສງທອງກໍ່ສ້າງ ພັດທະນາຄົບວົງຈອນ ຈໍາກັດ. ເຊິ່ງເປັນຜູ້ຊະນະການປະມູນ ໂຄງການປັບປຸງທາງຫຼວງທ້ອງຖິ່ນ ເພື່ອການເຊື່ອມໂຍງ-ເຊື່ອມຈອດ ໃຫ້ມີຄວາມທົນທານຕໍ່ກັບການປ່ຽນແປງສະພາບດິນຟ້າອາກາດ ສັນຍາ CRRCIP-W-011 ພາຍໃຕ້ໂຄງການ CRRCIP. ພິທີເຊັນສັນຍາຄັ້ງນີ້ໂດຍພາຍໃຕ້ການເປັນສັກຂີພິຍານຂອງ ທ່ານ ວັນທອງ ບຸດຕະນະວົງ ຮອງ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ມີທ່ານຫົວໜ້າຫ້ອງການ, ຫົວໜ້າ-ຮອງກົມ, ຜູ້ຕ່າງໜ້າຈາກທະນາຄານໂລກ, ຮອງຫົວໜ້າພະແນກ ຍທຂ ແຂວງຄໍາມ່ວນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ພິທີຄັ້ງນີ້, ທ່ານ ອິນທະປະດາ ສິດທິມໍລະດາ ຫົວໜ້າໂຄງການ ກ່າວວ່າ: ໂຄງການປັບປຸງທາງຫຼວງທ້ອງຖິ່ນ ເພື່ອການເຊື່ອມໂຍງ-ເຊື່ອມຈອດ ໃຫ້ມີຄວາມທົນທານຕໍ່ກັບການປ່ຽນແປງສະພາບດິນຟ້າອາກາດ(CRRCIP) ເປັນໜຶ່ງໃນການສະໜັບສະໜູນການຈັດຕັ້ງປະຕິບັດນະໂຍບາຍຂອງລັດຖະບານ ຕາມແຜນການພັດທະນາເສດຖະກິດສັງຄົມແຫ່ງຊາດ ແລະ ແຜນພັດດທະນາຂະແໜງການ ຍທຂ ໃນການເຊື່ອມໂຍງ ແລະ ເຊື່ອມຈອດດ້ານການຄ້າ, ການຜະລິດ, ການທ່ອງທ່ຽວ, ໂລຈິດສະຕິກ, ການແກ້ໄຂຄວາມທຸກຍາກ ແລະ ການເຂົ້າເຖິງສາທາລະນຸປະໂພກ ໂດຍການປັບປຸງ ແລະ ຍົກລະດັບທາງຫຼວງທ້ອງຖິ່ນ (ທາງຫຼວງເມືຶອງ ແລະ ຊົນນະບົດ) ໃຫ້ເຊື່ອມຈອດໃສ່ທາງຫຼວງແຫ່ງຊາດ ທີ່ນອນໃນແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ ລະຫວ່າງ ສສ ຫວຽດນາມ ແລະ ຣາຊະອານາຈັກໄທ ໃຫ້ສາມາດສັນຈອນໄດ້ທຸກລະດູ ເປັນຕົ້ນເຊື່ອມກັບທາງຫຼວງແຫ່ງຊາດເລກ 1, 8, 9, 11, 12, 13S, 15 ແລະ 20 ທີ່ນອນໃນແຂວງ ຄໍາມ່ວນ ສະຫວັນນະເຂດ ແລະ ສາລະວັນ. ໂດຍນໍາໃຊ້ມາດຕະຖານເຕັກນິກການອອກແບບ ມາດຕາຖານອາຊຽນຊັ້ນ v ໜ້າທາງປູຢາງສອງຊັ້ນ; ໜ້າທາງກວ້າງ 7.00 (ໜ້າທາງປູຢາງ 5.50ແມັດ, ບ່າທາງເບື້ອງລະ 0.75ແມັດ) ; ມູນຄ່າສັນຍາທັງໝົດ 5,039,308.26 ໂດລາສະຫະລັດ (ຫ້າລ້ານສາມສີບເກົ້າພັນສາມຮ້ອຍແປດໂດລາສະຫະລັດ ແລະ ຊາວຫົກເຊັນ); ຜູ້ຮັບເໝົາເປັນຜູ້ດໍາເນີນການກໍ່ສ້າງພາຍໃນ 2 ປີ ແລະ ບູລະນະຮັກສາ 2 ປີ ລວມເປັນ 4 ປີ.
ໂຄງການດັ່ງກ່າວປະກອບມີ 4 ໜ້າວຽກຫລັກຄື: ໜ້າວຽກທີ 01: ປັບປຸງທາງຫຼວງທ້ອງຖິ່ນ (ທາງຫຼວງເມືອງ ແລະ ທາງຊົນນະບົດ) ປະມານ 300 ກິໂລແມັດ ໃນ 03 ແຂວງເປົ້າໝາຍຄື: ຄໍາມ່ວນ, ສະຫວັນນະເຂດ ແລະ ສາລະວັນ, ສະເລ່ຍຄວາມຍາວ 100 ກິໂລແມັດຕໍ່ແຂວງ, ແລະ ວ່າຈ້າງທີ່ປຶກສາສໍາລັບ ເພື່ອມາຕິດຕາມ ຄວບຄຸມການກໍ່ສ້າງ ແລະ ບູລະນະຮັກສາ ແລະ ສ້ອມແປງ ພາຍຫຼັງທີ່ເສັ້ນທາງໄດ້ຮັບການປັບປຸງ ແລະ ສ້ອມແປງສຳເລັດ.
ໜ້າວຽກທີ 02: ການບໍລິຫານ ແລະ ຄຸ້ມຄອງໂຄງການ ພ້ອມທັງໜ້າວຽກ ຈັດຊື້-ຈັດຈ້າງ ທີ່ປຶກສາອິດສະລະ ທັງພາຍໃນ ແລະ ສາກົນ ປະຈໍາແຕ່ລະກົມກ່ຽວຂ້ອງ. ໜ້າວຽກທີ 03: ສ້າງຄວາມເຂັ້ມແຂງໃຫ້ກັບອົງການຈັດຕັ້ງ ຫລື ກົງຈັກ ແຕ່ຂັ້ນສູນກາງ ຮອດທ້ອງຖິ່ນ. ໜ້າວຽກທີ 04 : ສ້າງແຜນວິທີການຮອງຮັບທີ່ຈໍາເປັນເລັ່ງດ່ວນຕໍ່ ວິກິດການ ຫຼື ເຫດການສຸກເສີນທີ່ອາດຈະເກີດຂຶ້ນ. ໃນກໍລະນີເຫດການດັ່ງກ່າວເກີດຂຶ້ນ, ແມ່ນສາມາດຈັດສັນງົບປະມານທີ່ມີຢູ່ໃນໂຄງການ ເພື່ອແກ້ໄຂໃຫ້ທັນການ.
ເສັ້ນທາງດັ່ງກ່າວ ແມ່ນເຊື່ອມຕໍ່ລະຫວ່າງ ທາງຫຼວງແຫ່ງຊາດ ແລະ ທາງຫຼວງແຂວງ. ເຊິ່ງສັນຍາໂຄງການກໍ່ສ້າງປັບປຸງຄັ້ງນີ້ມີລວງຍາວທັງໝົດ 24.084 ກິໂລແມັດ. ໂຄງການນີ້ ຈະເລີ່ມຈັດຕັ້ງປະຕິບັດແຕ່ເດືອນ ຕຸລາ 2026 ຫາ ຕຸລາ 2028 ຈິ່ງຈະສຳເລັດວຽກກໍ່ສ້າງ.