ຂ່າວພາຍໃນກະຊວງ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ 13 ໃຕ້ ຊ່ວງນະຄອນຫຼວງວຽງຈັນ ຫາ ແຂວງບໍລິຄໍາໄຊ (ກມ 21-ກມ 71)

2026-10-17 - Sayphone


ອາດເປັນຮູບພາບຂອງ ໜຶ່ງຄົນຂຶ້ນໄປ ແລະ ຂໍ້ຄວາມ

ອາດເປັນຮູບພາບຂອງ ຂໍ້ຄວາມ

ບໍ່ມີຄຳອະທິບາຍຮູບພາບ.

ອາດເປັນຮູບພາບຂອງ ຂໍ້ຄວາມ

ອາດເປັນຮູບພາບຂອງ ຂໍ້ຄວາມ

ອາດເປັນຮູບພາບຂອງ ຂໍ້ຄວາມ

ອາດເປັນຮູບພາບຂອງ ໜຶ່ງຄົນຂຶ້ນໄປ ແລະ ຂໍ້ຄວາມ

ອາດເປັນຮູບພາບຂອງ ຖະໜົນ ແລະ ຂໍ້ຄວາມ

ອາດເປັນຮູບພາບຂອງ ຖະໜົນ ແລະ ຖະໜົນ

ອາດເປັນຮູບພາບຂອງ ລົດຈິບ ແລະ ຖະໜົນ

ອາດເປັນຮູບພາບຂອງ ຖະໜົນ

ອາດເປັນຮູບພາບຂອງ ຖະໜົນ, ຖະໜົນ ແລະ ທົ່ງຫຍ້າ

ອາດເປັນຮູບພາບຂອງ ເຮືອເຫາະ, ຖະໜົນ ແລະ ກົງພັດລົມ

ອາດເປັນຮູບພາບຂອງ ທົ່ງຫຍ້າ ແລະ ຖະໜົນ

ອາດເປັນຮູບພາບຂອງ ຖະໜົນ ແລະ ຂໍ້ຄວາມ

ອາດເປັນຮູບພາບຂອງ ຖະໜົນ ແລະ ຖະໜົນ
ອາດເປັນຮູບພາບຂອງ ຖະໜົນ
ອາດເປັນຮູບພາບຂອງ ຖະໜົນ ແລະ ຂໍ້ຄວາມ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ 13 ໃຕ້ ຊ່ວງນະຄອນຫຼວງວຽງຈັນ ຫາ ແຂວງບໍລິຄໍາໄຊ(ກມ 21-ກມ 71). ໃນໂອກາດທ່ານລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ເຄື່ອນໄຫວຄັ້ງນີ້ ທ່ານ ສຸກສາຄອນ ຊູຕັນນຸວົງ ຫົວໜ້າໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ 13 ໃຕ້ ແຕ່ ກມ 21- ກມ 71 ລາຍງານວ່າ: ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ (ກມ 21 ຫາ ກມ 71) ເລີ່ມແຕ່ບ້ານໂຄກສີວິໄລ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຫາ ບ້ານໄຊສະຫວ່າງ ເມືອງທ່າພະບາດ ແຂວງບໍລິຄໍາໄຊ, ມີຄວາມຍາວທັງໝົດ 50 ກິໂລແມັດ, ເປັນເສັ້ນທາງປູຢາງຂົ້ວ(Asphalt). ໃນຮູບແບບສັນຍາ OPBRC (ກໍ່່ສ້າງ 3 ປີ ແລະ ບຳລຸງຮັກສາ 7 ປີ), ເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 15 ກໍລະກົດ 2025 ມາຮອດເດືອນກັນຍາ 2026 (ຜ່ານມາ 14 ເດືອນ) ມີຄວາມຄືບໜ້າຂອງໜ້າວຽກຕົວຈິງສຳເລັດແລ້ວ 42.31%, ປະຕິບັດໄດ້ຕາມແຜນການ ແລະ ໄດ້ສຳເລັດປູຢາງຂົ້ວ(Asphalt)ໂດຍພື້ນຖານແລ້ວ ຂອງໜ້າວຽກ Milestone 1 ແລະ Milestone 3. ເຊິ່ງຄາດວ່າຈະໃຫ້ສໍາເລັດຕາມແຜນການໃນວັນທີ 15 ກໍລະກົດ 2028. ນອກຈາກນັ້ນ ທ່ານ ຫົວໜ້າໂຄງການ ແລະ ບໍລິສັດຜູ້ຮັບເໝົາກໍ່ສ້າງ (ລັດວິສາຫະກິດ ກໍ່ສ້າງຂົວທາງເລກ 8 ຮ່ວມກັບ ບໍລິສັດ ສົມໄຊ ຈະເລີນກໍ່ສ້າງ) ກໍ່ໄດ້ໃຫ້ຄໍາໝັ້ນສັນຍາ ພ້ອມທັງຢືນຍັ້ນວ່າ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ(Asphalt) ຊັ້ນ 1 ເພື່ອເຮັດໃຫ້ການຈາລະຈອນມີຄວາມສະດວກ, ໂລງລ່ຽນ ພ້ອມທັງຮັບປະຄວາມປອດໄພ.
ໃນໂອກາດດັ່ງກ່າວນີ້ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນສໍາເລັດໂຄງການ ພ້ອມທັງເນັ້ນໃຫ້ເອົາໃຈໃສ່ໂດຍສະເພາະແມ່ນ ການຄຸ້ມຄອງການກໍ່ສ້າງໃຫ້ໄດ້ມາດຕະຖານເຕັກນິກ, ໃຫ້ສຸມໃສ່ນໍາໃຊ້ກົນຈັກທັນສະໄໝ, ການແກ້ໄຂສິ່ງກີດຂວາງ, ການຄຸ້ມຄອງການຈາລະຈອນ ແລະ ຂີ້ຝຸ່ນໃນເຂດຊຸມຊົນໜາແໜ້ນ ຕ້ອງໄດ້ສີດນ້ຳ ແລະ ຕິດປ້າຍເຕືອນຄວາມປອດໄພຢ່າງຕໍ່ເນື່ອງ. ພ້ອທັງສືບຕໍ່ ບັນດາໜ້າວຽກຕ່າງໆເປັນຕົ້ນ: ເລັ່ງດຳເນີນງານວຽກດິນ, ຄັນທາງ, ແລະ ວຽກຊັ້ນທາງ, ສືບຕໍ່ປູຢາງຂົ້ວ (Asphalt), ວຽກລະບົບລະບາຍນ້ຳ, ການຕິດຕັ້ງອຸປະກອນຄວາມປອດໄພເທິງທ້ອງຖະໜົນ ແລະ ວຽກບຳລຸງຮັກສາທາງເກົ່າ,ສ້ອມແປງຂຸມ ເພື່ອອຳນວຍຄວາມສະດວກໃນການສັນຈອນຂອງປະຊາຊົນໃນໄລຍະການກໍ່້ສ້າງ.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250