ຂ່າວພາຍໃນກະຊວງ

ກອງປະຊຸມສາມັນຄົບຄະນະບໍລິຫານງານພັກກະຊວງ ຍທຂ ຄັ້ງທີ 5, ສະໄໝທີ VI

2026-10-20 - Sayphone

ໃນວັນທີ 20 ຕຸລາ 2026 ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ ຄະນະບໍລິຫານງານພັກກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ດຳເນີນກອງປະຊຸມສາມັນຄົບຄະນະບໍລິຫານງານພັກກະຊວງໂຍທາທິການ ແລະ ຂົນສົ່ງ ຄັ້ງທີ 5, ສະໄໝທີ VI ຂື້ນທີ່ຫ້ອງປະຊຸມໃຫຍ່ກະຊວງ ໂຍທາທິການ ແລະ ຂົນສົ່ງ, ໂດຍການເປັນປະທາານຂອງ ສະຫາຍ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ; ມີສະຫາຍ ຮອງເລຂາຄະນະບໍລິຫານງານພັກ, ບັນດາສະຫາຍ ຄະນະປະຈຳພັກ ແລະ ກຳມະການພັກກະຊວງ ເຂົ້າຮ່ວມທັງໝົດ 19 ສະຫາຍ, ຍິງ 02 ສະຫາຍ.
ກອງປະຊຸມສາມັນຄົບຄະນະບໍລິຫານງານພັກກະຊວງໂຍທາທິການ ແລະ ຂົນສົ່ງ ຄັ້ງທີ 5, ສະໄໝທີ VI ຂຶ້ນຢ່າງເປັນທາງການ ແລະ ໃນທ່າມກາງທີ່ທົ່ວພັກທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ອອກແຮງແຂ່ງຂັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ຕິດພັນກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງ ຍທຂ ແລະ ທັງເປັນການຈັດຕັ້ງຜັນຂະຫຍາຍກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII ທີ່ໄດ້ ສໍາເລັດໃນຜ່ານມາ, ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ວັນສໍາຄັນຂອງຊາດ-ຂອງພັກ ເປັນຕົ້ນ: ວັນສະຖາປະນາ ສປປ ລາວ ຄົບຮອບ 51 ປິ ແລະ ວັນເກີດ ປະທານໄກສອນ ພົມວິຫານ ຄົບຮອບ 106 ປີ.
ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ຍທຂ ຄັ້ງທີ 5, ສະໄໝທີ VI, ຊຶ່ງເປັນກອງປະຊຸມທີ່ມີຄວາມໝາຍ, ຄວາມສໍາຄັນ ພ້ອມກັນປຶກສາຫາລື, ສະຫຼຸບຕີລາຄາ ແລະ ປະກອບຄໍາເຫັນ ຕໍ່ກັບ ບົດສະຫຼຸບຕີລາຄາການເຄື່ອນໄຫວນຳພາ ຂອງຄະນະບໍລິຫານງານພັກກະຊວງ ໃນໄລຍະ 3 ເດືອນ (7,8,9/2026) ແລະ ກໍານົດທິດທາງແຜນການ 3 ເດືອນຕໍ່ໜ້າ (10,11,12/2026). ກອງປະຊຸມຄັ້ງນີ້, ມີເນື້ອໃນສຳຄັນຫຼາຍດ້ານ ດັ່ງທີ່ໄດ້ກ່າວມານັ້ນ ບັນດາສະຫາຍຄະນະບໍລິຫານພັກກະຊວງ ຍທຂ ທັງໝົດ ທີ່ເຂົ້າຮ່ວມກອງປະຊຸມ ພ້ອມກັນຕັດສິນໃຈສູງ, ເຊີດຊູ ແລະ ຍົກສູງຄວາມຮັບຜິດຊອບຂອງຕົນ, ພ້ອມກັນສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນ ຢ່າງກົງໄປກົງມາ ຖືກກັບສະພາບຕົວຈິງຂອງການເຄື່ອນໄຫວນຳພາ ຂອງຄະນະບໍລິຫານງານພັກກະຊວງຂອງພວກເຮົາໃນໄລຍະ 3 ເດືອນຜ່ານມາ ເພື່ອຊອກໃຫ້ເຫັນດ້ານຕັ້ງໜ້າທີ່ພົ້ນເດັ່ນ ແລະ ຂໍ້ຄົງຄ້າງ ຕ້ອງໄດ້ຄົ້ນຄວ້າປັບປຸງແກ້ໄຂໃນຕໍ່ໜ້າ, ຜົນການກະທົບຈາກໄພເງິນເຟີ້, ລາຄານໍ້າມັນເຊື້ອໄຟມີການເໜັງຕີງ, ລາຄາສິນຄ້າມີການປ່ຽນແປງ ແລະ ບັນຫາທີ່ເກີດຂຶ້ນຈາກສະພາບການຂອງສາກົນ ມີການຜັນແປ, ເຊິ່ງໄດ້ສົ່ງຜົນສະທ້ອນທາງດ້ານເສດຖະກິດ, ວັດທະນະທຳ, ສັງຄົມ ແລະ ການດຳລົງຊີວິດຂອງພະນັກງານ, ສະພາບການດັ່ງກ່າວ ເປັນສິ່ງທ້າທາຍຕໍ່ຂະແໜງການ ທີ່ຈະຕ້ອງໄດ້ເພີ່ມທະວີ ແລະ ເອົາໃຈໃສ່ໃນການວາງມາດຕະການຕໍ່ໜ້າຢ່າງເຂັ້ມງວດ. ຕ້ອງເປັນເອກະພາບກັນສູງທາງດ້ານທັດສະນະ ແລະ ຄວາມຮັບຮູ້ ຕໍ່ການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ລະບຽບການ ແລະ ກົດໝາຍຂອງລັດຢ່າງເຂັ້ມງວດ ພ້ອມກັນຕັ້ງໜ້າແກ້ໄຂສິ່ງຫຍໍ້ທໍ້ທັງໝົດ, ທີ່ເກີດຂຶ້ນຢູ່ໃນກະຊວງໃຫ້ໝົດໄປເທື່ອລະກ້າວ, ຕ້ອງຕັ້ງໜ້າປະຕິບັດ 4 ບຸກທະລຸ ທີ່ພັກກໍານົດໃຫ້ມີຜົນສໍາເລັດ, ທັງໝົດນັ້ນແມ່ນເພື່ອແນ່ໃສ່ເຮັດໃຫ້ກະຊວງ ຍທຂ ມີບາດກ້າວບຸກທະລຸໃໝ່ຮອບດ້ານ ແລະ ເຮັດໃຫ້ກອງປະຊຸມປະສົບຜົນສໍາເລັດ ຕາມຈຸດປະສົງຄາດໝາຍ ທີ່ກໍານົດໄວ້ຢ່າງຈົບງາມ, ຕາມຄຳຂວັນ ຂອງຂະແໜງ ຍທຂ ທີ່ວ່າ:“ພັດທະນາໂຍທາທິການ ແລະ ຂົນສົ່ງ ໃຫ້ເປັນປາຍແຫຼມ, ມີຈຸດສຸມ, ທົນທານ, ທັນສະໄໝ, ປອດໄພ, ເຊື່ອມໂຍງ-ເຊື່ອມຈອດ ແລະ ຍືນຍົງ”


ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250